Homeຂ່າວພາຍ​ໃນວ່າວເຕີ້ ສະນ້ອຍ ອຸປະຖານາ ນັກກິລາຕົວແທນ ສປປ ລາວ ເຂົ້າຮ່ວມແຂ່ງຂັນຊິງແຊ້ມມວຍໂລກ

ວ່າວເຕີ້ ສະນ້ອຍ ອຸປະຖານາ ນັກກິລາຕົວແທນ ສປປ ລາວ ເຂົ້າຮ່ວມແຂ່ງຂັນຊິງແຊ້ມມວຍໂລກ

Published on

ວ່າວເຕີ້, ນັກກິລາເຊື້ອສາຍລາວ-ອາເມລິກາ ທີ່ເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນຊິງແຊ້ມມວຍໂລກ AIBA men’s World Boxing Championships ທີ່ເມືອງເບລເກຣດ, ປະເທດເຊີຣເບຍ ເຊິ່ງພິທີໄດ້ເປີດຢ່າງເປັນທາງການແລ້ວ ແລະ ມີນັກກິລາເຂົ້າຮ່ວມແຂ່ງຂັ້ນ 500 ກວ່າຄົນ ຈາກ 88 ກວ່າປະເທດ ລວມທັງ ປະເທດລາວ.

ເຊິ່ງນັກກິລາທັງໝົດຈະເຂົ້າຮ່ວມແຂ່ງຂັນໃນ 13 ປະເພດນຳ້ໜັກ ນັບຕັ້ງແຕ່ວັນທີ 24 ຕຸລາ – 6 ພະຈິກນີ້ ແລະ ຍົກທຳອິດຂອງວ່າວເຕີ້ແມ່ນມື້ວັນສຸກນີ້ ວັນທີ 29 ຕຸລາ. ທຸກຄົນສາມາດຮ່ວມຮັບຊົມ ແລະ ເຊຍໃຫ້ກຳລັງໃຈຜ່ານຊ່ອງຢູທູບ AIBA Boxing Youtube Channel https://bit.ly/3nHFeX1 

ແຫຼ່ງຂ່າວ: U.S. Embassy Vientiane 

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...