spot_img
Homeຂ່າວພາຍ​ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ແລະ 39 ຖືກຈັດຂຶ້ນແບບທາງໄກ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ແລະ 39 ຖືກຈັດຂຶ້ນແບບທາງໄກ

Published on

ວັນທີ 26 ຕຸລາ 2021 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງແບບທາງໄກ ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021 ພາຍໃຕ້ຄໍາຂວັນ “ພວກເຮົາຫ່ວງໄຍ, ພວກເຮົາກຽມ ພ້ອມ, ພວກເຮົາພ້ອມກັນຈະເລີນ”. 

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ຜູ້ນໍາອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນ ເຊິ່ງໄດ້ຮັບໝາກຜົນທີ່ສຳຄັນໃນຫຼາຍດ້ານໃນທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ: ການສໍາເລັດການກະກຽມໃນເບື້ອງຕົ້ນ ເພື່ອເລີ່ມຂະບວນການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການສ້າງຕັ້ງບັນດາສູນສາທາລະນະສຸກ ແລະ ກອງທຶນຕອບໂຕ້ພະຍາດໂຄວິດ-19 ກໍຄືພາວະສຸກເສີນ ແລະ ໄພພິບັດທາງທໍາມະຊາດຕ່າງໆ, ການຮັດແໜ້ນການຮ່ວມມືເພື່ອຟື້ນຟູການເຊື່ອມຈອດ, ການສະໜອງແບບຕ່ອງໂສ້ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນພາຍໃນພາກພື້ນ ໂດຍຜ່ານແຜນງານຟື້ນຟູອາຊຽນຮອບດ້ານ, ການສ້າງຂອບການຮ່ວມມືສໍາລັບການເດີນທາງພາຍໃນອາຊຽນ ແລະ ອື່ນໆ. ໃນກອງປະຊຸມ, ບັນດາຜູ້ນໍາ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການຮັບມືກັບພະ ຍາດລະບາດ ໂຄວິດ-19, ເຊິ່ງ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆເພື່ອຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນ ອຸປະກອນການແພດ, ຢາວັກຊີນ ແລະ ການຊ່ວຍເຫຼືອດ້ານວິຊາການ ແລະ ດ້ານອື່ນໆ. ພ້ອມກັນນີ້, ກໍໄດ້ສະເໜີໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ຮັດແໜ້ນການຮ່ວມມືກັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການສ້າງຄວາມເຂັ້ມແຂງໃຫ້ຂະແໜງການສາທາລະນະສຸກ ແລະ ການສະໜອງວັກຊີນໃຫ້ພຽງພໍກັບຄວາມຕ້ອງການຂອງແຕ່ລະປະເທດສະມາຊິກ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບການປະກອບສ່ວນຂອງ ສປປ ລາວ ຈຳນວນໜຶ່ງແສນ ໂດລາສະຫະລັດ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ ຫ້າສິບພັນໂດລາສະຫະລັດ ຜ່ານສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ໄພພິບັດອາຊຽນ (ສູນ AHA) ເພື່ອປະກອບສ່ວນເຂົ້າໃນການລະດົມທຶນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ ມຽນມາ. ໃນຕອນທ້າຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ໄດ້ຮັບຮອງເອົາເອກະສານທີ່ສຳຄັນຫຼາຍສະບັບ ເປັນຕົ້ນແມ່ນ: ຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍ ການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ, ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍ ການຮ່ວມມືເສດຖະກິດສີຟ້າ ແລະ ເອກະສານທີ່ສຳຄັນອື່ນໆອີກຈໍານວນໜຶ່ງ. 

ພາຍຫຼັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ສືບຕໍ່ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39, ເຊິ່ງກອງປະຊຸມໄດ້ທົບທວນຄືນການຮ່ວມມື ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ, ໃນນັ້ນບັນດາຜູ້ນໍາອາຊຽນ ໄດ້ຕີລາສູງຕໍ່ບົດບາດສໍາຄັນຂອງອາຊຽນໃນເວທີພາກພື້ນ ແລະ ສາກົນ ແລະ ສືບຕໍ່ໄດ້ຮັບຄວາມສົນໃຈຈາກບັນດາປະເທດນອກພາກພື້ນ ເຊິ່ງເຫັນໄດ້ຈາກການສະເໜີເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (ທີເອຊີ), ການສະໝັກເປັນປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືໃນລະດັບຕ່າງໆຂອງບັນດາປະເທດນອກພາກພື້ນ ທີ່ມີແນວໂນ້ມເພີ່ມຂຶ້ນ. ບົນຈິດໃຈນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ອາຊຽນ ເຊີດຊູຄັນທຸງຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ເພື່ອເຮັດໃຫ້ອາຊຽນເປັນປະຊາຄົມທີ່ເຂັ້ມແຂງ, ຍືນຍົງ ແລະ ເປັນສ່ວນໜຶ່ງທີ່ສຳຄັນຂອງການສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຂອງໂລກ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39 ນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ລວມທັງ ບັນຫາການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...