Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ວັນທີ 26 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ວັນທີ 26 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 25 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,109 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 770 ຄົນ (ຕິດເຊື້ອພາຍໃນ ມີ 766 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 766 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 337 ຄົນ: ມາຈາກ 101 ບ້ານ, ໃນ 08 ເມືອງ
• ເມືອງຈັນທະບູລີ ມີ 18 ບ້ານ (37 ຄົນ)
– ໂພນສະຫວ່າງ​9
– ໂພນຕ້ອງສະຫວາດ​4
– ສີບຸນເຮືອງ​4
– ຫ້ວຍຫົງ​3
– ດອນແດງ​2
– ສີສະຫວາດ​2
– ໂພນຕ້ອງຈອມມະນີ​2
– ຮ່ອງໄກ່ແກ້ວ​1
– ໜອງປີງ​1
– ໜອງທາໃຕ້​1
– ທົ່ງຂັນຄຳ​1
– ອານຸ​1
– ທົ່ງສັງນາງ​1
– ສີຫອມ​1
– ໜອງທາເໜືອ​1
– ບໍນາງົວ​1
– ສະຫວ່າງ​1
– ມີໄຊ​1
• ເມືອງສີໂຄດຕະບອງ ມີ 14 ບ້ານ (47 ຄົນ)
– ໜອງດ້ວງໃຕ້​11
– ໂນນແກ້ວ​6
– ດົງນາໂຊກໃຕ້​5
– ດົງນາໂຊກເຫນຶອ​4
– ໜອງດ້ວງເໝືອ​4
– ໜອງສະໂນຄຳ​3
– ໜອງດ້ວງທົ່ງ​3
– ດົງນາທອງ​3
– ໜອງໜ້ຽວ​3
– ໂພນສະຫວາດໃຕ້​1
– ທົ່ງປົ່ງ​1
– ໂພນສົມບູນ​1
– ໜອງບົວທອງເໜືອ​1
– ໂພສີ​1
• ເມືອງໄຊເສດຖາ ມີ 21 ບ້ານ (69 ຄົນ)
– ຫົວຂົວ​ 20
– ແສງສະຫວ່າງ​10
– ໂຊກຄຳ​7
– ນາໄຊ​4
– ໂຮງງານ VL​3
– ວັງຊາຍ​3
– ໂນນສະຫງ່າ​2
– ໂພນທັນ​2
– ໂນນຫວາຍ​2
– ວຽງຈະເລີນ​2
– ບ້ານໂພນພະເນົາ​2
– ສະພັງໝໍ້​2
– ຮ່ອງແກ່​2
– ຊໍາເຄ​1
– ເມືອງນ້ອຍ​1
– ຈອມມະນີ​1
– ໂນນຄໍ້ເໜືອ​1
– ໂພນໄຊ​1
– ໂນນຄໍ້ໃຕ້​1
– ນາໄຫ​1
– ທາດຫຼວງເໜືອ​1
• ເມືອງສີສັດຕະນາກມີ 15 ບ້ານ (62 ຄົນ)
– ໂຮງງານ VL​33
– ສະພານທອງໃຕ້​7
– ດອນກອຍ​3
– ທົ່ງພານທອງ​3
– ສະພານທອງເໜືອ​2
– ໂພນສະຫວັນ​2
– ດົງສະຫວາດ​2
– ວຽງຈັນເຊັນເຕີ​2
– ຈອມເພັດເໜືອ​1
– ໂພນສີນວນ​1
– ສ້າງເຫວີຍ​1
– ຈອມເພັດໃຕ້​1
– ໂພນໄຊ​1
– ໜອງຈັນ​1
– ບຶງຂະຍອງ​1
– ໂຄກນິນ​1
• ເມືອງ ນາຊາຍທອງ ມີ 3 ບ້ານ (4 ຄົນ)
– ນາຊາຍທອງເໜືອ​2
– ໂພນມ່ວງ​1
– ອີໄລ​1
• ເມືອງໄຊທານີ ມີ 13 ບ້ານ (41 ຄົນ)
– ໜອງພະຍາ​9
– ດົງໂດກ​6
– ດ່ານຊ້າງ​5
– ພະຂາວ​4
– ນາທົ່ມ​4
– ສະພັງມືກ​3
– ຄຳາຮຸ່ງ​3
– ເວີນຄຳ​2
– ທົ່ງມັ່ງ​1
– ສີວີໄລ​1
– ຊ້າງຄູ້​1
– ໂນນສະອາດ​1
– ຕານມີໄຊ​1
• ເມືອງຫາດຊາຍຟອງ ມີ 13 ບ້ານ (16 ຄົນ)
– ດົງຄຳຊ້າງ​2
– ສົມຫວັງເໜືອ​2
– ທ່າເດື່ອ​2
– ໜອງແວງ​1
– ໜອງສະໂນຄຳ​1
– ແກ້ງປາຢ້າງ​1
– ດົງໂພສີ​1
– ໜອງເເຫ້ວ​1
– ດົງໂພນເລົາ​1
– ໜອງໄຮ​1
– ດອນຝ້າຍ​1
– ດອນດູ່​1
– ຫາດຊາຍຂາວ​1
• ເມືອງ ສັງທອງ ມີ 3 ບ້ານ (15 ຄົນ)
– ຫີນສີ່ວ ​10
– ໄຮ່ໃຕ້​4
– ເພຍລາດ 1
• ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ
2. ຫຼວງພະບາງ, ມີ 160 ຄົນ ໃນ 14 ບ້ານ ແລະ 4 ເມືອງ
3. ວຽງຈັນ, ມີ 135 ຄົນ ໃນ 33 ບ້ານ ແລະ 5 ເມືອງ
4. ບໍ່ແກ້ວ, ມີ 41 ຄົນ ໃນ 9 ບ້ານ ແລະ 2 ເມືອງ
5. ສາລະວັນ, ມີ 25 ຄົນ ໃນ 2 ບ້ານ ແລະ 2 ເມືອງ
6. ອຸດົມໄຊ, ມີ 23 ຄົນ ໃນ 18 ບ້ານ ແລະ 6 ເມືອງ
7. ຈໍາປາສັກ, ມີ 20 ຄົນ ໃນ 8 ບ້ານ ແລະ 3 ເມືອງ
8. ຄໍາມ່ວນ, ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
9. ບໍລິຄໍາໄຊ, ມີ 8 ຄົນ ໃນ 3 ບ້ານ ແລະ 1 ເມືອງ
10. ສະຫວັນນະເຂດ, ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
11. ຫຼວງນໍ້າທາ, ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ
12. ເຊກອງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
13. ໄຊສົມບູນ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ: ແຂວງ ໄຊຍະບູລີ ມີ 2 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1​ ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 25 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37,018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 497 ຄົນ, ກໍາລັງປິ່ນປົວ 6,909 ຄົນ.

❖ ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້:
• ຜູ້ທີ1: ເພດຊາຍ, ອາຍຸ 77 ປີ, ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ, ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ.
– ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ
-​ວັນທີ 25 ກັນຍາ 2021: ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການ ອິດເມື່ອຍ, ອ່ອນເພຍ.
ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ
-​ວັນທີ 9 ຕຸລາ 2021: ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ, ຫລັງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.
-​ ວັນທີ 10 ຕຸລາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ
-​ວັນທີ 19 ຕຸລາ 2021: ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021
– ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ, ຫາຍໃຈຝືດ, ແໜ້ນ
ໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.

• ຜູ້ທີ 2: ເພດຊາຍ, ອາຍຸ 57 ປີ, ອາຊີບ: ກຳມະກອນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.
– ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ
21/10/2021.
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021
– ​ວັນທີ 25/10/2021 ເວລາ ~19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.
• ຜູ້ທີ 3: ເດັກອາຍຸ 4 ປີ, ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ
-​ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19
-​ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ
-​ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນຂອງໂຮງໝໍແຂວງ
ວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ
– ມາຮອດເວລາ 24:00 ໂມງ: ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ
– ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...