Homeຂ່າວຕ່າງປະເທດສາວຈີນ ປະກາດສະໝັກຄົນນອນນຳ ແລກກັບການທ່ອງທ່ຽວ ທີ່ແທ້ເລື່ອງລວງ!

ສາວຈີນ ປະກາດສະໝັກຄົນນອນນຳ ແລກກັບການທ່ອງທ່ຽວ ທີ່ແທ້ເລື່ອງລວງ!

Published on

557000012857302

 

ສາວຈີນປະກາດຮັບສະໝັກແຟນຊົ່ວຄາວ ແລະ ຍອມຂຶ້ນຕຽງນອນນຳ ເພື່ອແລກກັບການທ່ອງທ່ຽວໄປໃນເມືອງຕ່າງໆ ທີ່ແທ້ແມ່ນເລື່ອງຂີ້ຕົວະ.

ສຳນັກຂ່າວຊຽງໄຮ້ໄດລີ່ ລາຍງານໃນວັນທີ 29 ຕຸລາຜ່ານມານີ້ວ່າ ຂ່າວດັງທີ່ສາວຈີນອາຍຸ 19 ປີ ກຽມແຜນທ່ອງທ່ຽວແບບຄ້າງແຮມກັບໜຸ່ມໆ ເພື່ອແລກກັບຄ່າໃຊ້ຈ່າຍໃນການທ່ອງທ່ຽວຢູ່ແຕ່ລະເມືອງນັ້ນ ເຊິ່ງຖືກຕີແຜ່ທົ່ວໄປໃນໂລກອອນລາຍຂອງຈີນ ແລະ ສຳນັກຂ່າວຂອງຕ່າງປະເທດຫລາຍສຳນັກ ແມ່ນເປັນພຽງເລື່ອງທີ່ແຕ່ງຂຶ້ນມາ ເພື່ອຫວັງສ້າງກະແສຍອດຜູ້ໃຊ້ຂອງແອັບພລິເຄຊັ່ນ ເພື່ອຊອກຈັບຄູ່ຂອງໜຸ່ມສາວຊາວຈີນ.

ລາຍງານຂ່າວໄດ້ກ່າວວ່າ ເນື່ອງຈາກເລື່ອງລາວຂອງສາວຈີນ ທີ່ປະກາດຫາເຈົ້າພາບກິນທ່ຽວທົ່ວຈີນ ແບບຂຶ້ນຕຽງນຳນັ້ນ ເປັນຂ່າວທີ່ສະແສສາທາລະນະຊົນ ສົນໃຈວິພາກວິຈານກັນຢ່າງກວ້າງຂວາງໃນຮອບອາທິດທີ່ຜ່ານມາ ຈິ່ງເຮັດໃຫ້ທາງການຈີນເລັ່ງກວດສອບຫາຂໍ້ເທັດຈິງ ແລະ ຕົ້ນຕໍຂອງຂ່າວດັ່ງກ່າວ ຈົນກະທັງໄດ້ພົບວ່າ ເປັນຂ່າວທີ່ບໍ່ມີມູນຄວາມຈິງແຕ່ປະການໃດ ໂດຍໃຊ້ພາບຕັດຕໍ່ມາສ້າງຂ່າວ ແລະ ລ່າສຸດ ແອັບພລິເຄຊັ່ນຈັບຄູ່ດັ່ງກ່າວນັ້ນ ກໍໄດ້ຖືກສັ່ງປິດໄປແລ້ວ.

 

 

taiwangirl6

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...