Homeຂ່າວຕ່າງປະເທດຣັດເຊຍພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນມື້ດຽວຫຼາຍທີ່ສຸດຕັ້ງແຕ່ເລີ່ມມີການລະບາດ ຫຼາຍພື້ນທີ່ສັ່ງຢຸດວຽກເພື່ອຄວບຄຸມການແຜ່ລະບາດ

ຣັດເຊຍພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນມື້ດຽວຫຼາຍທີ່ສຸດຕັ້ງແຕ່ເລີ່ມມີການລະບາດ ຫຼາຍພື້ນທີ່ສັ່ງຢຸດວຽກເພື່ອຄວບຄຸມການແຜ່ລະບາດ

Published on

ສໍານັກຂ່າວ Channelnewsasia ລາຍງານວ່າ ອົງ​ການ​ສາ​ທາ​ລະ​ນະ​ສຸກ​ຂອງ​ຣັດ​ເຊຍ ກ່າວ​ໃນ​ວັນ​ທີ 25 ຕຸ​ລາ 2021 ທີ່ຜ່ານມາ ວ່າ​ກວດພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 37,930 ກໍ​ລະ​ນີ​ ໃນ​ຮອບ 24 ຊົ່ວ​ໂມງທີ່​ຜ່ານ​ມາ. ມັນໄດ້ກາຍເປັນສະຖິຕິທີ່ສູງທີ່ສຸດນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ມີການເສຍຊີວິດເພີ່ມອີກ ຈໍານວນ 1,069 ກໍລະນີ, ເຊິ່ງສະຖິຕິສູງສຸດທີ່ເຄີຍມີ ມີພຽງແຕ່ 6 ກໍລະນີເທົ່ານັ້ນ.

ຍ້ອນວ່າຈໍານວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນ ແລະ ອັດຕາການສັກຢາທີ່ຕໍ່າ ຍ້ອນຄວາມບໍ່ໄວ້ວາງໃຈໃນວັກຊີນ Sputnik-V ທີ່ພວກເຂົາໄດ້ພັດທະນາຂຶ້ນມາເອງ ເຮັດໃຫ້ທາງການຂອງ 6 ພາກພື້ນໃນຣັດເຊຍ ລວມທັງ Samara ແລະ Perm ໄດ້ຕັດສິນໃຈໃຊ້ມາດຕະການທີ່ເຄັ່ງຄັດຂຶ້ນໃນວັນທີ 25 ຕຸລາ ທີ່ຜ່ານມາ ເພື່ອເຮັດໃຫ້ການແຜ່ລະບາດຂອງໄວຣັສຫຼຸດຜ່ອນລົງ.

ຂະນະທີ່ນັບຕັ້ງແຕ່ວັນທີ 28 ຕຸລາ ນີ້ເປັນຕົ້ນໄປ Moscow ຈະບັງຄັບໃຊ້ມາດຕະການປິດລ້ອມທີ່ເຄັ່ງຄັດທີ່ສຸດ ເຊິ່ງຈະມີພຽງແຕ່ຮ້ານຄ້າໃຫຍ່ເຊັ່ນ ຮ້ານຊຸບເປີມາເກັດ ແລະ ຮ້ານຂາຍຢາທີ່ຈະຍັງຄົງເປີດ. ທ່າມກາງການຕໍ່ຕ້ານປະຊາຊົນ Moscow ໄດ້ຕັ້ງຄໍາຖາມວ່າ ມາດຕະການນີ້ແມ່ນຖືກຕ້ອງ ຫຼື ບໍ່?

ນອກຈາກນັ້ນ, ໂຮງຮຽນທັງຫມົດໃນ Moscow ຈະຖືກປິດ, ຜູ້ທີ່ມີອາຍຸຫຼາຍກວ່າ 60 ປີ ທີ່ຍັງບໍ່ໄດ້ຮັບການສັກຢາວັກຊີນ ແມ່ນຈະໄດ້ຖືກສັ່ງໃຫ້ຢູ່ໃນເຮືອນເປັນເວລາ 4 ເດືອນເລີ່ມຕົ້ນໃນວັນທີ 25 ຕຸລານີ້ແລ້ວ, ສ່ວນ St Petersburg ເມືອງໃຫຍ່ອັນດັບສອງຂອງຣັດເຊຍໄດ້ປະກາດວ່າ ຈະບໍ່ຍົກເລີກມາດຕະການຄວບຄຸມພະຍາດໂຄວິດ-19 ຈົນກ່ວາປະຊາຊົນຢ່າງຫນ້ອຍ 80% ຈະໄດ້ຮັບວັກຊີນປ້ອງກັນຢ່າງເຕັມທີ່. ໃນປັດຈຸບັນ ທົ່ວປະເທດຣັດເຊຍ, ມີພຽງ 1/3 ເທົ່ານັ້ນທີ່ໄດ້ຮັບວັກຊີນຄົບແລ້ວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...