Homeຂ່າວພາຍ​ໃນເປີດໃຊ້ແລ້ວ! ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19

ເປີດໃຊ້ແລ້ວ! ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19

Published on

ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາລາຍງານ: ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19 ມີການເປີດນຳໃຊ້ຢ່າງເປັນທາງການໃນທ້າຍອາທິດຜ່ານມາ ເຊິ່ງລະຫັດ QR ຈະເປັນບາດກ້າວສໍາຄັນໃນການຮັບປະກັນວ່າ ບັດຢັ້ງຢືນການຮັບວັກຊິນແມ່ນຂອງແທ້ ແລະສາມາດກວດສອບຜ່ານລະບົບດິຈີຕອນໄດ້.

ລະບົບດັ່ງກ່າວຖືກພັດທະນາໂດຍ ກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ເຊິ່ງຂໍ້ມູນສ່ວນຕົວ ແລະຂໍ້ມູນກ່ຽວກັບວັກຊິນຂອງຜູ້ທີ່ຮັບບໍລິການວັກຊິນ, ຈະຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນ ສໍາລັບວັກຊິນປ້ອງກັນພະຍາດໂຄວິດ-19, ຈາກນັ້ນ ລະຫັດ QR ຈະຖືກສ້າງຂຶ້ນ ແລະພິມໃສ່ດ້ານຫຼັງຂອງບັດຢັ້ງຢືນການຮັບວັກຊິນ ຂະນະທີ່ຜູ້ທີ່ຮັບວັກຊີນໃໝ່ຈະໄດ້ລະຫັດ QR ປາກົດໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19, ຂະນະທີ່ບຸກຄົນທີ່ໄດ້ຮັບວັກຊິນຜ່ານມານັ້ນ ທາງພາກສ່ວນກ່ຽວຂ້ອງຈະມີການແຈ້ງໃຫ້ຮູ້ຕື່ມ.

ພິທີເປີດນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊິນກັນພະຍາດໂຄວິດ-19 ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມພິທີມີທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ພ້ອມດ້ວຍຜູ້ຕາງໜ້າຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ສູນສຸຂະພາບແມ່ ແລະເດັກ, ແລະອົງການອະນາໄມໂລກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...