spot_img
Homeຂ່າວພາຍ​ໃນມາຟັງປະສົບການຈິງ ຈາກແມ່ຍິງລາວທີ່ຖືພາ 5 ເດືອນ ແລະ ເລືອກທີ່ຈະສັກວັກຊີນໂຄວິດ-19!

ມາຟັງປະສົບການຈິງ ຈາກແມ່ຍິງລາວທີ່ຖືພາ 5 ເດືອນ ແລະ ເລືອກທີ່ຈະສັກວັກຊີນໂຄວິດ-19!

Published on

ດັ່ງທີ່ເຮົາຮູ້, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມໄປທົ່ວໂລກ. ສປປ ລາວ ກໍເປັນປະເທດໜຶ່ງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກວ້າງໂດຍສະເພາະໃນໄລຍະທີ່ຜ່ານມາ ທີ່ມີການລະບາດໃນຊຸມຊົນເປັນຈໍານວນຫຼາຍ. ມາດຕະການປ້ອງກັນພະຍາດສຳລັບຕົນເອງໃນຕອນນີ້ກໍຄື: ໝັ່ນລ້າງມື, ໃສ່ຜ້າປິດປາກ-ດັງ ແລະ ເວັ້ນໄລຍະຫ່າງທາງສັງຄົມໃຫ້ໄດ້ຫຼາຍທີ່ສຸດ. ນອກຈາກນີ້, ວັກຊີນກໍເປັນຕົວຊ່ວຍຢ່າງດີ ທີ່ຈະສ້າງພູມຄຸ້ມກັນ ເພື່ອຫຼຸດຜ່ອນອາການຮ້າຍແຮງເມື່ອໄດ້ຮັບເຊື້ອ ແລະ ຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດໄດ້.

ສປປ ລາວ ໄດ້ມີນະໂນບາຍໃນການບໍລິການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນລາວທົ່ວໄປ ລວມມີ: ຜູ້ທີ່ມີອາຍຸ 17 ປີ ຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ (ເບົາຫວານ, ຄວາມດັນ…), ຜູ້ສຸງອາຍຸ ແລະ ແມ່ຍິງທີ່ຖືພາ 12 ອາທິດ ຂຶ້ນໄປ ກໍສາມາດໄປຮັບວັກຊີນໄດ້ແລ້ວ.

ມື້ນີ້, ທາງທີມງານລາວໂພສ ກໍໄດ້ມີໂອກາດສຳພາດ ທ່ານ ນາງ ວາລີ ພົມມະຈັກ ເຊິ່ງເພິ່ນກຳລັງຖືພາ ແລະ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບ 2 ເຂັມ ຮຽບຮ້ອຍ, ໃນການມາເລົ່າປະສົບການໃຫ້ທຸກຄົນໄດ້ຮູ້ ໂດຍສະເພາະແມ່ຍິງຖືພາ 12 ອາທິດ ຂຶ້ນໄປ ທີ່ຍັງບໍ່ທັນໄດ້ຮັບວັກຊີນ.

ທ່ານ ນາງ ວາລີ ພົມມະຈັກ ອາຍຸ 29 ປີ ເປັນຜູ້ອຳນວຍການ ແລະ ຜູ້ຮ່ວມກໍ່ຕັ້ງອີໂຄນັອກລາວ (Co-Founder/Director ECONOX Laos) ເຊິ່ງເຮັດກ່ຽວກັບທີ່ປຶກສາດ້ານສິ່ງແວດລ້ອມ. ປັດຈຸບັນ ເພິ່ນຖືພາໄດ້ 6 ເດືອນ ກັບ 2 ອາທິດ, ຕອນສັກວັກຊີນແມ່ນຖືພາໄດ້ 5 ເດືອນ ກັບ 3 ອາທິດ.

1. ເຂົ້າຮັບວັກຊີນເມື່ອໃດ? ຊະນິດໃດ?
-ເຂັມ 1 ຮັບວັກຊີນ ເດືອນເມສາ 2021 ຊະນິດ AstraZeneca
-ເຂັມ 2 ສັກວັນທີ 30 ກັນຍາ 2021 ຊະນິດ AstraZeneca

ເຊິ່ງວັກຊີນເຂັມ 1 ແມ່ນໄດ້ສັກກ່ອນຕັ້ງຄັນ, ສ່ວນວັກຊີນເຂັມ 2 ແມ່ນສັກຫຼັງຈາກຕັ້ງຄັນກາຍ 12 ອາທິດ.

2. ຫຼັງຈາກຮັບວັກຊີນແລ້ວມີອາການຫຍັງບໍ່? ຕັ້ງແຕ່ມື້ທຳອິດເຂັມ 1 ແລະ ເຂັມ 2 ອາການ ແບບດຽວກັນ ຄື: ຮູ້ສຶກເມື່ອຍ ຄືຈະເປັນໄຂ້ ປວດຕົນໂຕ ຫຼັງຈາກນັ້ນກໍມີໄຂ້ຂຶ້ນເປັນເວລາສັ້ນໆ ແລະ ກໍນອນພັກ ຕື່ນຂຶ້ນມາອາການກໍດີຂຶ້ນ. ບໍ່ໄດ້ກິນຢາຫຍັງ ພຽງແຕ່ກິນນໍ້າໃຫ້ຫຼາຍ (ສຳລັບໃຜເປັນໄຂ້ແຮງ ເພິ່ນອາດຈະມີຢາແກ້ໄຂ້ສະເພາະແມ່ຍິງຖືພາທີ່ສາມາດກິນໄດ້ ແຕ່ຕ້ອງໄດ້ປຶກສາໝໍກ່ອນ).

ຂ້າພະເຈົ້າໄປຮັບວັກຊີນຢູ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ ທ່ານໝໍກໍໄດ້ຖາມໄຖ່ ອາຍຸຄັນ ຮູ້ສຶກເມື່ອຍບໍ່ ແລ້ວກໍໄດ້ແຈ້ງທ່ານໝໍໄປວ່າຕົນເອງໄດ້ສັກ AstraZeneca ມາກ່ອນແລ້ວ ເພິ່ນກໍເລີຍໄດ້ປຶກສາກັນ ແລ້ວກໍລົມກັນວ່າຈະສັກ AstraZeneca ຕໍ່ເລີຍບໍ່ ເປັນເຂັ້ມ 2 ເຊິ່ງຕົນເອງກໍບໍ່ມີບັນຫາຫຍັງ ເລີຍຕັດສິນໃຈສັກວັກຊີນມື້ນັ້ນເລີຍ.

3. ທ່ານໝໍໄດ້ແນະນຳຫຍັງເພີ່ມເຕີມຫຼັງຈາກເຂົ້າວັກຊີນບໍ່?
ເມື່ອຮັບວັກຊີນແລ້ວ ທ່ານໝໍກໍໃຫ້ຖ້າເບິ່ງອາການ ເມື່ອບໍ່ມີຫຍັງກໍກັບບ້ານໄດ້ ໃຫ້ພັກຜ່ອນພຽງພໍ ແລະ ກິນອາຫານມີປະໂຫຍດ.

4. ກ່ອນເຂົ້າຮັບການສັກວັກຊີນມີການກຽມໂຕຍັງແດ່?
ກ່ອນຈະໄປສັກກໍໄດ້ໄປກວດທ້ອງເທື່ອໜຶ່ງ ເບິ່ງວ່າລູກແຂງແຮງດີບໍ່ ແລ້ວກໍຖາມໝໍ ພ້ອມທັງພັກຜ່ອນໃຫ້ພຽງພໍ ບໍ່ຄິດຫຼາຍ ແລະ ກິນອາຫານໃຫ້ຄົບຖ້ວນ.

5. ຍ້ອນຫຍັງຈິ່ງຕັດສິນໃຈໄປຮັບວັກຊີນ? ມີໃຜແນະນຳບໍ່?
ເນື່ອງຈາກຮູ້ວ່າກະຊວງສາທາລະນະສຸກ ແນະນຳໃຫ້ແມ່ຍິງຖືພາ 12 ອາທິດຂຶ້ນໄປ ຫຼື ຜູ້ທີ່ວາງແຜນທີ່ຈະເອົາລູກ ສາມາດໄປຮັບວັກຊີນປ້ອງກັນໂຄວິດ-19 ໄດ້.

ເພາະມີຄວາມສົນໃຈຢາກສັກວັກຊີນຢູ່ແລ້ວ ແລະ ກໍໄດ້ສຶກສາກ່ອນໜ້ານີ້ ກ່ຽວກັບຜົນຂ້າງຄຽງ ວັກຊີນເຮັດວຽກແນວໃດ ເມື່ອຮັບຮູ້ແລ້ວກໍໄດ້ກະກຽມ ບໍ່ວ່າຈະເປັນການພັກຜ່ອນໃຫ້ພຽງພໍ ກິນອາຫານໃຫ້ຄົບຖ້ວນ. ແລະ ອີກເຫດຜົນໜຶ່ງທີ່ຕັດສິນໃຈໄປສັກ ກໍຍ້ອນຄິດວ່າ ຄວາມສ່ຽງທີ່ຈະຕິດໂຄວິດ-19 ມີຫຼາຍກວ່າຄວາມສ່ຽງທີ່ມາຈາກວັກຊີນ. ປັດຈຸບັນ ຜູ້ຕິດເຊື້ອພາຍໃນເພີ່ມຂຶ້ນ ແລະ ກໍມີການກຳນົດບ້ານແດງ ເຊິ່ງໄດ້ຂະຫຍາຍເປັນຫຼາຍບ້ານ ເພາະບາງເທື່ອໄດ້ອອກໄປຂ້າງນອກ ເຊັ່ນ: ໄປຕະຫຼາດ, ໄປໂຮງໝໍ ກໍເລີຍຄິດວ່າສັກປ້ອງກັນໄປດີກ່ອນ.

6. ໃນຄວາມຄິດເຫັນສ່ວນໂຕຄິດວ່າ ຍ້ອນຫຍັງແມ່ຍິງຖືພາ ຈິ່ງຈຳເປັນຕ້ອງຮັບການສັກວັກຊີນ?
ເຖິງແມ່ນວ່າເຮົາຢູ່ບ້ານ ແຕ່ສາມີ ຫຼື ຄົນໃນບ້ານກໍຕ້ອງອອກໄປວຽກຂ້າງ ນອກ ເຊິ່ງເຮົາກໍບໍ່ສາມາດຮູ້ໄດ້ວ່າໃຜໄດ້ຮັບເຊື້ອໂຄວິດ-19 ຈາກການພົວພັນວຽກງານ ແລະ ນຳເຊື້ອກັບມາບ້ານ ເຖິງວ່າຈະລະວັງກໍຕາມ, ເຊິ່ງເຮົາກໍຈະໄດ້ຍິນຂ່າວ ຜູ້ເຖົ້າທີ່ປ່ວຍຕິດຕຽງ ບໍ່ໄດ້ອອກໄປໃສ ແຕ່ເພິ່ນກໍຍັງໄດ້ຮັບເຊື້ອໂຄວິດ-19 ເຊິ່ງກໍໄດ້ຈາກຄົນຄອບຄົວ.

7. ຝາກເຖິງແມ່ຍິງທີ່ຖືພາ ທີ່ຍັງບໍ່ທັນມີໂອກາດເດີນທາງໄປຮັບວັກຊີນປ້ອງກັນໂຄວິດ-19 ?
ຕາມຄວາມຄິດຂ້າພະເຈົ້າແມ່ນຂຶ້ນກັບການຕັດສິນໃຈ ຂອງແມ່ທີ່ຕັ້ງຄັນ ເພາະບາງເທື່ອຍັງຢ້ານ ຢ້ານໃນທີ່ນີ້ກໍ່ຄືເປັນຫ່ວງລູກທີ່ຢູ່ໃນຄັນ ເມື່ອຜູ້ເປັນແມ່ກໍອາດຈະກັງວົນວ່າໄປຮັບວັກຊີນແລ້ວຈະມີຜົນກະທົບຫຍັງຕໍ່ລູກບໍ່ ແຕ່ຄວາມຈິງແລ້ວ, ຫຼັງຈາກສັກວັກຊີນມາແມ່ນລູກບໍ່ໄດ້ເປັນອັນຕະລາຍ ເພາະທາງກະຊວງສາທາລະນະສຸກ ກໍໄດ້ແນະນຳໃຫ້ແມ່ຍິງຖືພາ 12 ອາທິດຂຶ້ນໄປ ຫຼື ຜູ້ທີ່ວາງແຜນທີ່ຈະເອົາລູກ ສາມາດໄປຮັບວັກຊີນປ້ອງກັນໂຄວິດ-19 ໄດ້.

ພ້ອມກັນນັ້ນ ກໍມີແມ່ຍິງຖືພາຫຼາຍຄົນທີ່ໄດ້ໄປຮັບວັກຊີນແລ້ວ ຕົວຢ່າງກໍຄືຂ້າພະເຈົ້າເອງ, ເຊິ່ງກໍເປັນຕົວຢ່າງໃຫ້ເຫັນແລ້ວວ່າ ການສັກວັກຊີນບໍ່ໄດ້ເຮັດໃຫ້ລູກມີອັນຕະລາຍ ຫຼື ເຈັບເປັນ ເພາະຫຼັງຈາກສັກວັກຊີນແລ້ວກໍໄດ້ໄປກວດທ້ອງ ເຊິ່ງລູກໃນຄັນກໍແຮງແຂງປົກກະຕິດີ

ສ່ວນທາງແມ່ໆເອງກໍຕ້ອງໄດ້ຕັດສິນໃຈ ຊັ່ງຊາເບິ່ງຕື່ມ ແລະ ເມື່ອໝັ່ນໃຈແລ້ວວ່າການສັກວັກຊີນນັ້ນ ຈະຊ່ວຍປ້ອງປົກເຮົາ ແລະລູກ ຈາກໂຄວິດ-19 ໄດ້ລະດັບໜຶ່ງ ກໍຢາກໃຫ້ແມ່ໆໄດ້ໄປສັກ ແລະກໍບໍ່ຕ້ອງກັງວົນ ໃຫ້ອີງໃສ່ຕົວຢ່າງທີ່ຜ່ານມາ ແລະ ບົດການຄົ້ນຄວ້າຕ່າງໆ.

ທີມງານລາວໂພສຂໍຂອບໃຈມາຍັງ ທ່ານ ນາງ ວາລີ ພົມມະຈັກ ອີກຄັ້ງໜຶ່ງ ທີ່ໄດ້ມາແບ່ງປັນປະສົບການນີ້ໃຫ້ຜູ້ອ່ານຂອງເຮົາໄດ້ຮູ້ນໍາກັນ.

ຂໍ້ມູນຈາກ: ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...