Homeຂ່າວພາຍ​ໃນອົງການກວດກາແຫ່ງລັດ ກວດສອບ 650 ເປົ້າໝາຍເສຍຫາຍຫຼາຍສິບຕື້ກີບ ໃນປີ 2020

ອົງການກວດກາແຫ່ງລັດ ກວດສອບ 650 ເປົ້າໝາຍເສຍຫາຍຫຼາຍສິບຕື້ກີບ ໃນປີ 2020

Published on

ປີ 2020 ຜ່ານມາ, ອົງການກວດກາແຫ່ງລັດ ແລະອົງການຕ້ານການສໍ້ລາດບັງຫຼວງສາມາດກວດສອບກຸ່ມທຸຈະລິດໄດ້ 650 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 1.562 ຕື້ກວ່າກີບ ແລະ 147.387 ໂດລາສະຫະລັດ ໃນນັ້ນ ເກັບກູ້ຄືນໄດ້ພຽງແຕ່ 32 ຕື້ກວ່າກີບ ແລະ 116.896 ໂດລາສະຫະລັດ ພ້ອມດິນ 19 ຕອນ.

ເຈົ້າໜ້າທີ່ຍັງໄດ້ກວດສອບໂຮງງານປຸງແຕ່ງໄມ້ທີ່ສ້າງຕັ້ງບໍ່ຖືກຕ້ອງຈຳນວນ 2.788 ແຫ່ງ, ໃນນີ້ໄດ້ຍຸບເລີກແລ້ວ 1.636 ແຫ່ງ ພ້ອມຕິດຕາມກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ, ຢຶດໄມ້ໄດ້ 2.605 ແມັດກ້ອນ ແລະ 290,96 ໂຕນ ຂາຍແລ້ວ 2.073 ແມັດກ້ອນ ແລະ 0,59 ໂຕນ ລວມມູນຄ່າ 5,8 ຕື້ກວ່າກີບ ມອບເຂົ້າງົບປະມານແລ້ວ 2,9 ຕື້ກີບ, ຄ້າງ ມອບ 2,99 ຕື້ກີບ, ມີຜູ້ກະທໍາຜິດ 25 ຄົນ.

ສຳລັບວຽກຕ້ານ ແລະສອບສວນການສໍ້ລາດບັງຫຼວງ ໃນປີ 2020 ໄດ້ດຳເນີນຄະດີສໍ້ລາດບັງຫຼງງທັງໝົດ 5 ລາຍ ໃນນັ້ນມີຜູ້ຖືກດຳເນີນຄະດີ 24 ຄົນ ເຊິ່ງ 16 ຄົນແມ່ນເປັນພະນັກງານລັດ, ມູນຄ່າເສຍຫາຍ 208 ຕື້ກວ່າກີບ, 331 ລ້ານກວ່າບາດ, ແລະ 14,3 ລ້ານໂດລາສະຫະລັດ ເຊິ່ງສາມາດເກັບກູ້ຄືນໄດ້ຈຳນວນໜຶ່ງ.

ຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...