spot_img
Homeຂ່າວພາຍ​ໃນລາຍລະອຽດຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ ປະຈໍາວັນທີ 16 ຕຸລາ 2021

ລາຍລະອຽດຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ ປະຈໍາວັນທີ 16 ຕຸລາ 2021

Published on

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວ ເລກການຕີດເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍ, ໃນມື້ວານນີ້ ວັນທີ 15 ຕຸລາ 2011 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 6,602 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 545 ຄົນ (ຕິດເຊື້ອພາຍໃນປະເທດ = 542 ຄົນ, ເດີນທາງຈາກຕ່າງປະເທດ 03 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 31,733 ຄົນ, ເສຍຊີວິດສະສົມ 38 (ໃຫມ່ 2). ປິ່ນປົວຫາຍດີໃນມື້ວານນີ້ 379 ຄົນ.

ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 7,596 ເຊິ່ງກວມ 31% ຫມາຍຄວາມວ່າຜູ້ທີ່ປິ່ນປົວຫາຍດີແມ່ນມີ 69% ທຽບໃສ່ຈໍານວນຜູ້ຕິດເຊື້ອທັງຫມົດ.

ຂໍ້ມູນໂດຍຫຍໍ້ກ່ຽວກັບຄົນຕິດເຊື້ອໃຫມ່ 545 ຄົນ ມີດັ່ງນີ້: ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 3 ຄົນ ຄື: ສະຫວັນນະເຂດ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງແຕ່ມື້ເດີນທາງເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ແຂວງກໍານົດໄວ້

ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 542 ຄົນ ຄື:

  1. ຄໍາມ່ວນ 241 ຄົນ

ເມືອງທ່າແຂກ ມີ 240 ຄົນ: ຢູ່ໃນສະຖານທີ່ຄຸມຂັງ 239 ຄົນ, ພະນັກງານຢູ່ໃນສະຖານທີ່ຄຸມຂັງມີ 1 ຄົນ

ເມືອງຫີນບູນ, ບ້ານຄໍາແກ້ວ ມີ 1 ຄົນ

  1. ນະຄອນຫຼວງ 164 ຄົນ: ມາຈາກ 74 ບ້ານ, ໃນ 7 ເມືອງ

ເມືອງຈັນທະບູລີ ມີ 10 ບ້ານ (34 ຄົນ)

ເມືອງສີໂຄດຕະບອງ ມີ 16 ບ້ານ (22 ຄົນ)

ເມືອງໄຊເສດຖາ ມີ 12 ບ້ານ (39 ຄົນ)

ເມືອງສີສັດຕະນາກມີ 11 ບ້ານ (15 ຄົນ)

ເມືອງນາຊາທອງ ມີ 07 ບ້ານ (18 ຄົນ)

ເມືອງໄຊທານີ ມີ 12 ບ້ານ (23 ຄົນ) (ບ. ສົມສະຫວັນ ສູນຫຼັກ 27 ມີ 05 ຄົນ)

ເມືອງຫາດຊາຍຟອງ ມີ 05 ບ້ານ (08 ຄົນ)

ສືບຕໍ່ເອົາຂໍ້ມູນ 05 ຄົນ

  1. ວຽງຈັນ 43 ຄົນ

ເມືອງແກ້ວອຸດົມ, ມີ 32 ຄົນ, 08 ບ້ານ: ບ້ານພູເຂົາຄໍາ ມີ 10 ຄົນ, ບ້ານແສງສະຫວ່າງ ມີ 07 ຄົນ, ບ້ານທ່າຊັນ ມີ 04 ຄົນ, ບ້ານນາປູນ ມີ 03 ຄົນ, ບ້ານທ່າລາດ ມີ 03 ຄົນ, ບ້ານສາມັກຄີໄຊ ມີ 02 ຄົນ, ບ້ານຖິ່ນແກ້ວ ມີ 02 ຄົນ ແລະ ບ້ານໂພນຄໍາ

ເມືອງວັງວຽງ ມີ 08 ຄົນ, 06 ບ້ານ: ບ້ານນໍ້າງາດ ມີ 02 ຄົນ, ບ້ານວຽງແກ້ວ ມີ 02 ຄົນ, ມີ 04 ຄົນ ຈາກບ້ານນາມອນ, ບ້ານຫ້ວຍແຍ້, ບ້ານໂພນສະຫວ່າງ ແລະ ບ້ານໂພນເພັງ ມີບ້ານລະ 01 ຄົນ

ເມືອງໂພນໂຮງ: ບ້ານນາໂພໃຕ້ ມີ 03 ຄົນ

  1. ຫຼວງພະບາງ 42 ຄົນ

ນະຄອນຫຼວງພະບາງ ມີ 12 ບ້ານ (26 ຄົນ): ວັດຜາໂອ ມີ 5 ຄົນ, ບ້ານຫາດຮ່ຽນ ມີ 4 ຄົນ, ບ້ານປ່ອງຄໍ ມີ 3 ຄົນ, ບ້ານຜາສຸກ ມີ 2 ຄົນ, ບ້ານປົ່ງຫວ້ານ ມີ 2 ຄົນ, ບ້ານເມືອງງາ ມີ 3 ຄົນ, ບ້ານພູຊ້າງຄໍາ ມີ 2 ຄົນ, ບ້ານຄົກວາ, ບ້ານດອນໃຫມ່, ບ້ານນາວຽງຄໍາ, ບ້ານນາຫຼວງ, ບ້ານໂພນສະອາດ ມີ ບ້ານລະ 1 ຄົນ

ເມືອງນໍ້າບາກ ມີ 4 ບ້ານ (6 ຄົນ): ບ້ານນໍ້າຖ້ວມໃຕ້ ມີ 2 ຄົນ, ບ້ານທ່າຍູ້ ມີ 2 ຄົນ, ບ້ານນໍ້າຖ້ວມເຫນືອ ແລະ ບ້ານຫ້ວຍຍາງ ມີ ບ້ານ ລະ 1 ຄົນ

ເມືອງປາກອູ ມີ 1 ບ້ານ (ບ້ານສ້ຽວ) ມີ 7 ຄົນ

ເມືອງວຽງຄໍາ ມີ 1 ບ້ານ (ບ້ານວຽງຄາ) ມີ 2 ຄົນ

ເມືອງງອຍ ມີ 1 ບ້ານ (ບ້ານສົບຮຸນ) ມີ 1 ຄົນ

  1. ບໍ່ແກ້ວ 10 ຄົນ:

ເມືອງຫ້ວຍຊາຍ 7 ຄົນ, 02 ບ້ານ: ບ້ານປາກຮາວເຫນືອ ມີ 6 ຄົນ, ບ້ານນ້ໍາປອງ ມີ 1 ຄົນ ເມືອງຕົ້ນເຜີ້ງ: ບ້ານຄ້ວານສາມຫຼ່ຽມຄໍາ ມີ 03 ຄົນ

  1. ຫຼວງນໍ້າທາ 9 ຄົນ

05 ຄົນເປັນສັນຊາດລາວ ແລະ ອີກ 04 ຄົນ ເປັນຄົນສັນຊາດຈີນ (ເດີນທາງຈາກ ນະຄອນຫລວງວຽງຈັນ ມີ 07 ຄົນ (ເປັນຄົນຈີນ 04 ຄົນ ແລະ ຄົນລາວ 03 ຄົນ) ແລະ ອີກ 2 ຄົນ ເປັນຄົນລາວເດີນທາງຈາກແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອໄປເຮັດວຽກຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

  1. ສະຫວັນນະເຂດ 8 ຄົນ

ນະຄອນໄກສອນ ມີ 07 ຄົນ, 04 ບ້ານ: ບ້ານດູດົມວິໄລ ມີ 03 ຄົນ, ບ້ານບືງວະ ມີ 02 ຄົນ, ມີ 02 ຄົນ ຈາກບ້ານນາເຊັງ ແລະ ບ້ານໂພນສະຫວ່າງເຫນືອ ມີບ້ານລະ 01 ຄົນ

ເມືອງຈໍາພອນ: ບ້ານຫຼັກ 35 ມີ 61 ຄົນ

  1. ບໍລິຄໍາໄຊ 8 ຄົນ

ເມືອງປາກຊັນ (ບ້ານກ້ວຍອຸດົມ, ບ້ານນ້ໍາງຽບ)

ເມືອງປາກກະດິງ (ບ້ານໂພນຈະເລີນ, ບ້ານທົ່ງນາມີ, ບ້ານຫ້ວຍໄຮ)

  1. ຈໍາປາສັກ 7 ຄົນ

ນະຄອນປາກເຊ ມີ 04 ຄົນ, 04 ບ້ານ: ມີ 04 ຄົນ ຈາກບ້ານພັດທະນາ, ບ້ານດົງເກາະໂລງ, ບ້ານແກ ແລະ ບ້ານໂຊກອໍານວຍ ມີບ້ານລະ 01 ຄົນ

ເມືອງບາຈຽງຈະເລີນສຸກ ມີ 02 ຄົນ, 02 ບ້ານ: ມີ 02 ຄົນ ຈາກບ້ານໄຊສະຫວ່າງ ແລະ ບ້ານຫມື່ນຫລວງ ມີບ້ານລະ 01 ຄົນ

ເມືອງປະທຸມພອນ: ບ້ານນ້ໍາໃສເທິງ ມີ 01 ຄົນ

  1. ໄຊສົມບູນ 5 ຄົນ

ເມືອງລ້ອງຊານ ມີ 04 ຄົນ, 03 ບ້ານ: ບ້ານຄອນວັດ ມີ 03 ຄົນ, ບ້ານຖໍ້າດິນ ມີ 01 ຄົນ

ເມືອງທ່າໂທມ: ບ້ານຊຽງຄົນ ມີ 1 ຄົນ

  1. ສາລະວັນ 5 ຄົນ:

ບ້ານໂພນແກ້ວ ມີ 04 ຄົນ

ບ້ານນາດອນຂວາງ ມີ 01 ຄົນ

ສໍາລັບຄົນເຈັບເສຍຊີວິດ 2 ຄົນ, ລາຍລະອຽດດັ່ງນີ້:

ຜູ້ທີ່ 1: ເພດຍິງ, ອາຍຸ 70 ປີ, ບ້ານນາໂພ, ເມືອງລອງ, ແຂວງໄຊສົມບູນ, ຜູ້ກ່ຽວມີພະຍາດປະຈໍາໂຕ: ມະເຮັງທໍ່ບີອັກເສບໄລຍະສຸດທ້າຍ, ຜ່ານມາບໍ່ໄດ້ສັກວັກຊິນກັນ ໂຄວິດ-19. ວັນທີ 27 ກັນຍາ 2021 ເຂົ້ານອນປິ່ນປົວຢູ່ໂຮງຫມໍແຂວງ, ວັນທີ 28 ກັນຍາ 2001 ນໍາສົ່ງມາປິ່ນປົວຢູ່ໂຮງຫມໍມະໂຫສົດ ແລະ ເມື່ອມາຮອດ ໄດ້ກວດ ຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ, ວັນທີ 5 ຕຸລາ 2011 ໄດ້. ກວດຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ, ໃນມື້ດຽວກັນນັ້ນ ຜູ້ກ່ຽວກໍ່ໄດ້ຜ່າຕັດມະເຮັງທໍ່ນ້ໍາບີອັກເສບໄລຍະສຸດທ້າຍ, ວັນທີ 10 ຕຸລາ 2011: ຄອບຄົວຈຶ່ງໄດ້ພາກັບມາບ້ານ ເພື່ອສະດວກໃນການຕິດຕາມຄົນເຈັບຢ່າງໃກ້ຊິດ ໃກ້ຊິດ ແລະ ເຂົ້ານອນປິ່ນປົວ ຢູ່ໂຮງຫມໍເມືອງລ້ອງຊານ, ວັນທີ 12 ຕຸລາ 2011 ໄດ້ ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19. ວັນທີ 15 ຕຸລາ 2011 ຜົນກວດຕົວຢ່າງແມ່ນພົບເຊື້ອ, ມາຮອດເວລາ 15:30ໂມງ ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງຫມໍ ເມືອງລ້ອງຊານ.

ຜູ້ທີ 2: ເພດຍີງ, ອາຍຸ 75 ປີ, ບ້ານບໍ່ນາງົວ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ໄດ້ສັກວັກຊີນກັນໂຄວິດ-19 ຄົບ. ຜູ້ກ່ຽວເປັນຄົນຢັ້ງຢືນຕິດເຊື້ອ ທີ່ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍ ມິດຕະພາບ ໃນວັນທີ 04 ຕຸລາ 2011 ມາຮອດເວລາ 17:00 ໂມງຂອງວັນທີ 15 ຕຸລາ 2011 ຜູ້ກ່ຽວໄດ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...