spot_img
Homeຂ່າວເຫດການບັນຍາກາດຄືກຄື້ນ ການກະກຽມງານບຸນນະມັດສະການພຣະທາດຫຼວງ

ບັນຍາກາດຄືກຄື້ນ ການກະກຽມງານບຸນນະມັດສະການພຣະທາດຫຼວງ

Published on

20141028124324

 

ມາ​ຮອດ​ວັນ​ທີ 28 ຕຸລາ 2014 ນີ້ ໄດ້​ມີ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ແລະ ພໍ່ຄ້າ​ຊາວ​ຂາຍ 98% ແລ້ວ​ ທີ່​ໄດ້​ແຫ່​ກັນ​ເຂົ້າ​ໄປ​ຈັບ

ຈອງ​ສະຖານທີ່ວາງສະແດງ​ຈຳໜ່າຍ ແລະ ຂາຍ​ສິນຄ້າ ​ຢູ່​ພາຍ​ໃນ​ສະຖານທີ່​ສະໜາມ​ຫຼວງ ​ໃນ​ງານ​ປະເພນີ​ບຸນ​ນະມັດສະ

ການ​ພຣະ​ທາດຫຼວງ ປະຈຳ​ປີ 2014 ທີ່​ຈະ​ໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 31 ຕຸລາ ຫາ 6 ພະຈິກ 2014 ທີ່​ຈະ​ມາ​ເຖິງ​ນີ້ ເຊິ່ງ​ປີ​ນີ້​ກໍ່​

ແມ່ນ​ບໍລິສັດ ຄຳ​ເສັງ ຈຳກັດ ເປັນ​ຜູ້​ສຳ​ປະທານ ແລະ ປັດຈຸບັນ​ນີ້ ບັນຍາກາດ​ຢູ່​ພາຍ​ໃນ ແລະ ພາຍ​ນອກ​ເດີ່ນ​ສະໜາມ​

ຫຼວງ ​ເຈົ້າ​ຂອງ​ຮ້ານ​ຂາຍເຄື່ອງ​ພວມ​ຂຸ້ນຂ້ຽວ​ກັນ​ຕັ້ງ​ຮ້ານ​ຂາຍເຄື່ອງ ສ່ວນບໍລິສັດ​ຜູ້​ສຳ​ປະທານ​ກໍ່​ໄດ້​ຕິດ​ຕັ້ງເຕັ້ນ ຕັ້ງ​ຮ້ານ

​ຂາຍເຄື່ອງ ສ້າງຫ້ອງການ​ເຮັດ​ວຽກ​ຂອງ​ຄະນະກຳມະການ ຕິດ​ຕັ້ງ​ໄຟຟ້າ ນ້ຳ​ປະປາ ແລະ ອື່ນໆ ຢ່າງ​ເປັນ​ຂະ​ບວນຟົດຟື້ນ

​ ສຳເລັດ​ເປັນ​ສ່ວນ​ຫຼາຍແລ້ວ ແລະ ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ກ່ອນ​ມື້​ເປີດ​ງານ​ຢ່າງ​ເປັນທາງ​ການ​ ວັນ​ທີ 31 ຕຸລາ 2014.

 

ທ່ານ ຄຳ​ເສັງ ສູນ​ດາລາ ຜູ້ອຳນວຍ​ການ​ບໍລິສັດ ຄຳ​ເສັງ ຈຳກັດ (KSL) ໄດ້​ກ່າວ​ວ່າ: ພາຍຫຼັງ​ສຳເລັດ​ການ​ສຳ​ປະທານ​ງານ

ບຸນປະເພນີ​ອອກ​ພັນ​ສາ​ປະ​ວໍລະນາ ແລະ ຊ່ວງ​ເຮືອ​ທ່າ​ວັດ​ຈັນ ປະຈຳ​ປີ 2014 ແລ້ວ ທາງ​ບໍ​ລິສັດ​ພວກ​ເຮົາ ກໍ່​ໄດ້​ສືບຕໍ່​ສຳ​

ປະທານ​ງານ​ບຸນ​ນະມັດສະການ​ພຣະ​ທາດຫຼວງ ​ປະຈຳ​ປີ 2014 ຕໍ່ ເຊິ່ງປີ​ນີ້​ເປັນ​ປີ​ທີ 7 ທີ່​ທາງ​ບໍລິສັດໄດ້ຮັບ​ສຳ​ປະທານ ພາຍ

ຫຼັງ​ໄດ້​ຮັບການ​ມອບ​ໝາຍ​ວຽກ​ດັ່ງກ່າວຈາກ​ນະຄອນຫຼວງ ກໍ່​ຄືຄະນະ​ກຳມະ​ການ​ຈັດ​ງານ​ບຸນ ບໍລິສັດ​ກໍ່​ໄດ້ເປີດ​ໂອກາດ​ໃຫ້

​ບັນດາ​ຫົວໜ່ວຍທຸລະ​ກິດ ແລະ ຊາວ​ຄ້າຂາຍ ມາຈັບຈອງ​ສະຖານທີ່​ຂາຍເຄື່ອງຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ເຫັນ

​ວ່າ​ປີ​ນີ້ ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ແມ່ນ​ໄດ້​ເຂົ້າ​ມາແຕ່​ເຊົ້າ ແລະ ລຽນ​ຄິວ​ຈັບຈອງກັນ​ຍາວ​ເປັນ​ແຖວ ອັນ​ໄດ້​ເຮັດໃຫ້​ຫາງ​

ສຽງ​ທາງ​ນອກ​ສ້າງຄວາມ​ປັ່ນ​ປ່ວນ​ວ່າ​ມີ​ການ​ຍາດຊິງ​ກັນ​ຊາວ​ຄ້າຂາຍ​ພາຍ​ໃນ ແລະ ຕ່າງປະເທດຈັບຈອງ ​ເກີດມີ​ຄວາມ​

ວຸ້ນວາຍ​ຜິດ​ຖຽງ​ກັນ​ຂຶ້ນ ແທ້​ຈິງ​ແລ້ວ​ແມ່ນ​ບໍ່​ມີ​ຄວາມ​ເປັນຈິງ​ແຕ່​ຢ່າງໃດ ມັນ​ເປັນ​ພຽງ​ແຕ່ຄວາມ​ຟົດຟື້ນ​ຕື່ນ​ຕົວ​ຂອງ​

ຊາວຄ້າຂາຍ ​ທີ່​ພາກັນ​ແຫ່​ກັນ​ມາ​ຈັບຈອງ​ບາດ​ດຽວ ​ເຮັດ​ໃຫ້​ມີ​ຈຳນວນຄົນ​ຫຼວງຫຼາຍ ເຊິ່ງ​ຜູ້​ສຳ​ປະທານ ກໍ່​ໄດ້​ມີ​ຄວາມ​ຍຸຕິ​

ທຳ​ ໄດ້​ຈັດ​ແບ່ງໄປຕາມ​ການ​ຈັດ​ສັນ​ຂອງ​ຄະນະກຳມະການ​ຈັດ​ງານ ​ບໍ່​ເຂົ້າ​ຂ້າງອອກ​ໃຜ​ ເຮັດ​ໃຫ້ການ​ຈັບຈອງ​ດຳເນີນ​ໄປ​ໄດ້​

ດີ ແລະ ປັດຈຸບັນກໍ່​ມີຜູ້​ມາ​ຈັບຈອງ​ເປັນ​ຈຳນວນ​ຫຼວງຫຼາຍ ຄາດ​ວ່າ​ປີ​ນີ້​ຈະ​ມີ 300 ກວ່າ​ຮ້ານ (ບູດ) ທາງ​ບໍລິສັດ ໄດ້ຈັດ​ສັນ

​ສະຖານທີ່​ຄື​ກັບ​ປີຜ່ານມາ ຄື​ຢູ່​ຂອບ​ເຂດ​ໃຈ​ກາງເດີ່ນ​ສະໜາມ​ຫຼວງ​ໃຫ້​ວາງສະແດງ ແລະ ຂາຍ​ຜະລິດ​ຕະ​ພັນ​ພາຍ​ໃນ​ທີ່​ເປັນ

ຫັດຖະກຳ ແລະອຸດສາຫະກຳ ປະມານ 100 ຮ້ານ ພ້ອມ​ທັງ​ມີນະໂຍບາຍ​ຫຼຸດ​ຄ່າ​ເຊົ່າ 30% ເພື່ອ​ເປັນ​ການ​ສົ່ງເສີມ​ຜະລິດ​ຕະ

ພັນ​ພາຍ​ໃນ ນອກ​ນີ້ຍັງ​ມີ​ສິນຄ້າໂອ​ດອບ​ຂອງ​ບັນດາ​ແຂວງ ເມືອງ ແລະ ຮ້ານ​ວາງສະແດງ​ຂອງ​ບັນດາ​ສຳນັກງານ​ອົງການ

ແລະ ສະຖານ​ທູດ ທາງບໍລິສັດ ໄດ້​ຈັດ​ສັນຢູ່​ເຂດ​ເດີ່ນ​ກົມ​ມະ​ລຽນ ​ດ້ານ​ເບື້ອງຕາເວັນ​ອອກ​ຂອງ​ພຣະ​ທາດຫຼວງ.

 

ສ່ວນວ່າ​ການ​ສຳ​ປະທານຝາກ​ລົດ ແລະ ການ​ຂາຍເຄື່ອງຢູ່​ດ້ານ​ນອກ​ເດີ່ນ​ສະໜາມ​ຫຼວງ ທາງ​ບໍລິສັດ​ສຳ​ປະທານ ແມ່ນໄດ້

​ມອບ​ຄວາມ​ຮັບຜິດຊອບ​ໃຫ້ທາງ​ອຳນາດ​ການ​ປົກຄອງ​ເມືອງ ແລະ ບ້ານ​ອ້ອມ​ຂ້າງ 9 ບ້ານ ເປັນ​ຜູ້​ຄຸ້ມ​ຄອງ​ຄວາມ​ເປັນ​ລະ

ບຽບ​ຮຽບ​ຮ້ອຍ ວຽກ​ງານ​ປ້ອງກັນ ແລະ ການ​ເກັບ​ລາຍ​ຮັບ​ຄ່າບໍລິການ​ຕ່າງໆ ​ບໍ່​ວ່າ​ຈະ​ເປັນ​ການຂາຍເຄື່ອງ ແລະ ການ​ຝາກ

​ລົດ ຖື​ວ່າ​ທຸກ​ຢ່າງ​ເມືອງ ແລະ ບ້ານເປັນ​ຜູ້​ເກັບ​ເອົາ​ເອງ ທັງ​ນີ້ ທາງຜູ້​ສຳ​ປະທານ​ຈະ​ບໍ່​ໄດ້​ຫຍຸ້ງ​ກ່ຽວ ເຊິ່ງ​ຜ່ານ​ມາ​ ມີ​ບາງ​ຄົນ​

ເຂົ້າໃຈ​ວ່າບໍລິສັດ​ຜູ້​ສຳ​ປະທານ​ເປັນ​ຜູ້​ເກັບຄ່າ​ບໍລິການ​ທັງ​ ໝົດ​ພາຍ​ໃນ​ງານ ຄວາມ​ຈິງ​ແລ້ວ​ແມ່ນ​ເຂົ້າໃຈ​ຜິດ ​ຜູ້ສຳ​ປະທານ​

ພຽງ​ແຕ່​ເກັບ​ຄ່າ​ບໍ​ລິການ​ນຳ​ຜູ້​ທີ່​ຈັບຈອງ​ ຢູ່​ໃນ​ພາຍ​ໃນ​ເດີ່ນ​ສະໜາມ​ຫຼວງ​ເທົ່າ​ນັ້ນ.

 

ສຳລັບ​ຄ່າ​ບໍລິການ​ຝາກ​ລົດ​ຢູ່ໃນ​ງານ​ບຸນ​ປີ​ນີ້​ ລົດຖີບ 3.000 ກີບ ລົດຈັກ 5.000 ກີບ ລົດຕຸກໆ​ຈຳ​ໂບ້ 10.000 ກີບ ແລະ ລົດ​

ໃຫຍ່ 15.000 ກີບ​ຕໍ່​ຄັນ​ຕໍ່​ຄັ້ງ ຖ້າ​ຫາກ​ບຸກຄົນ​ໃດ​ຫາກ​ສວຍ​ໂອກາດ​ຂຶ້ນ​ລາຄາ​ຄ່າ​ບໍລິການ​ຝາກລົດ​ ແມ່ນ​ມອບ​ໃຫ້​ເມືອງ

ແລະ ບ້ານ​ເປັນ​ຜູ້​ຮັບຜິດຊອບ ນອກ​ນີ້ ທາງ​ບໍລິສັດ​ສຳ​ປະທານ​ຍັງ​ໄດ້ເນັ້ນ​ຄວາມ​ສະອາດ​ພາຍ​ໃນ​ງານບຸນ ໂດຍ​ໄດ້​ສົມທົບ​

ກັບ ​ອພບ ເຮັດອະນາໄມ​ທຸກໆ​ມື້ ພ້ອມ​ທັງຈັດ​ຊື້​ຖົງ​ຢາງ​ແຈກ​ຢາຍ​ໃຫ້​ແຕ່​ລະຮ້ານ​ຂາຍເຄື່ອງ ທັງ​ນີ້ ກໍ່​ເພື່ອເປັນ​ບ່ອນ​ເກັບ

​ມ້ຽນ​ຂີ້​ເຫຍື້ອ​ບໍ່ໃຫ້​ຖິ້ມ​ຊະຊາຍ​ທົ່ວ​ໄປ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...