Homeຂ່າວຕ່າງປະເທດເດນມາກອະນຸຍາດທົດລອງປິ່ນປົວໂຄວິດ-19 "ແບບສູດດົມ" ໃນມະນຸດ

ເດນມາກອະນຸຍາດທົດລອງປິ່ນປົວໂຄວິດ-19 “ແບບສູດດົມ” ໃນມະນຸດ

Published on

ເວັບໄຊ Sanook ລາຍງານ: ໂຮງໝໍມະຫາວິທະຍາໄລໂກເປນເຮເກນ ໜຶ່ງໃນໂຮງໝໍຂະໜາດໃຫຍ່ຂອງເດນມາກ ໄດ້ຖະແຫຼງຂ່າວໃນວັນທີ 11 ຕຸລາຜ່ານມາວ່າ ການປິ່ນປົວຜູ້ຕິດຊື້ອໂຄວິດ-19 ແບບສູດດົມຮູບແບບໃໝ່ໄດ້ຮັບການອະນຸມັດໃຫ້ດຳເນີນການທົດລອງທາງຄລີນິກຮຽບຮ້ອຍແລ້ວ.

ທ່ານ ໂທມັສ ບຍານຊອນ, ສາສະດາຈານປະຈຳພາກວິຊາຊີວະວິທະຍາທາງຄລີນິກປະຈຳໂຮງໝໍມະຫາວິທະຍາໄລໂກເປນເຮເກນ ກ່າວວ່າ: ການປິ່ນປົວເບື້ອງຕົ້ນຈະເລີ່ມດ້ວຍການສູດດົມສານລະລາຍກົດອ່ອນທີ່ເຂົ້າໄປຊ່ວຍລະບົບພູມຄຸ້ມກັນໃນການຕໍ່ສູ້ກັບເຊື້ອພະຍາດທາງເດີນຫັນໃຈ ເຊິ່ງເປັນຈຸດກຳເນີນດຂອງເຊື້ອແບັກທີເຣຍ ຫຼື ໄວຣັສ ໂດຍໃນຂັ້ນຕົ້ນແມ່ນຈະແນໃສ່ປິ່ນປົວກຸ່ມຜູ້ຕິດເຊື້ອໂຄວິດທີ່ເຂົ້າປິ່ນປົວໃນໂຮງໝໍ ພ້ອມຫວັງວ່າຈະສາມາດຊ່ວຍໃນການປິ່ນປົວໂລກຕິດເຊື້ອທາງເດີນຫັນໃຈປະເພດອື່ນ ເຊັ່ນ: ປອດບວມ, ໄຂ້ຫວັດໃຫຍ່ ແລະວັນນະໂລກໄດ້ນຳອີກ.

“ແນວຄິດໃນການຮັກສາຜູ້ປ່ວຍໂຄວິດ-19 ແບບສູດດົມນີ້ ມາຈາກການວິໄຈຄວາມສາມາດໃນການຕໍ່ສູ້ກັບການຕິດເຊື້ອໃນບາດແຜຂອງສານລະລາຍກົດທີ່ພວກເຮົາທົດລອງກ່ອນໜ້ານີ້ ມັນຄືແນວຄິດດຽວກັນພຽງແຕ່ປັບປ່ຽນຮູບການປິ່ນປົວດ້ວຍວິທີສູດດົມສຳລັບຕ້ານການຕິດເຊື້ອໃນທາງເດີນຫັນໃຈ,” ທ່ານ ໂທມັສ ບຍານຊອນ ກ່າວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...