Homeຂ່າວທ້ອງຖິ່ນພົບຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ 32 ຄົນ ທີ່ຈັດຕັ້ງຊຸມແຊວຢູ່ໂຮງແຮມ

ພົບຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ 32 ຄົນ ທີ່ຈັດຕັ້ງຊຸມແຊວຢູ່ໂຮງແຮມ

Published on

ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ ຈຳນວນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ຢູ່ໂຮງແຮມໂຄ້ງຄໍາ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ ຈຳນວນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ຢູ່ໂຮງແຮມໂຄ້ງຄໍາ ໃນວັນທີ 04 ຕຸລາ 2021 ເວລາປະມານ 23:30 ໂມງ.

ຈາກການລາຍງານຂອງທ່ານ ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ຈຳນວນ 32 ຄົນ ທີ່ໄດ້ກັກຕົວຢຸ່ໂຮງແຮມໂຄ້ງຄຳ, ມີຜູ້ກະທຳຜິດທາງອາຍາ 4 ຄົນ, ໃນຂໍ້ຫາມີອາວຸດເສີກໄວ້ໃນຄອບຄອງ ( ສົ່ງໃຫ້ຫ້ອງຕຳຫຼວດ ດຳເນີນຄະດີ ) ສ່ວນອີກ 28 ຄົນ, ຍິງ 13 ຄົນ, ທີ່ໄດ້ລະເມີດຄໍາສັ່ງ, ແຈ້ງການ ເຈົ້າໜ້າທີ່ຫ້ອງສັນຕິບານ ປກສ ນວ ໄດ້ໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ 3.000.000 ກີບ/ຄົນ ພ້ອມທັງນໍາໄປຈໍາກັດບໍລິເວນຢູ່ໂຮງແຮມປານີ ບ້ານຊຽງດາ ເມືອງໄຊເຊດຖາ ຕາມຄວາມສະໝັກໃຈຂອງຜູ້ລະເມີດ ໂດຍໃຫ້ຮັບຜິດຊອບຄ່າໃຊ້ຈ່າຍຢູ່ກິນດ້ວຍຕົນເອງທັງໝົດ.

ມາຮອດວັນທີ 7 ຕຸລາ 2021 ຈຶ່ງກວດພົບເຊື້ອ ຈຳນວນ 7 ຄົນ, ໄດ້ນໍາຕົວໄປຕິດຕາມອາການ ແລະ ປິ່ນປົວ ຢູ່ໂຮງໝໍສະໜາມ ຫຼັກ 27 ແລະ ໂຮງໝໍສະໝາມວັງຊັບ ໂດຍໃຫ້ພວກກ່ຽວຮັບຜິດຊອບຄ່າໃຊ້ຈ່າຍການກິນຢູ່ ແລະ ປິ່ນປົວເອງທັງໝົດ ເພາະເປັນການກະທໍາໂດຍເຈດຕະນາ, ສ່ວນ 21 ຄົນ ສືບຕໍ່ຈຳກັດບໍລິເວນໃຫ້ຄົບກໍານົດ 14 ວັນ ເຈົ້າໜ້າທີ່ຈະນໍາຕົວມາດໍາເນີນຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງມາຍັງບັນດາທ່ານ ໃຫ້ເຂົ້າໃຈຕື່ມອີກວ່າ: ການອອກມາດຕະການຫ້າມບໍ່ໃຫ້ມີການຈັດຕັ້ງຊຸມແຊວ, ເປີດບໍລິການກີນດື່ມສິ່ງມືນເມົາ ກໍ່ຍ້ອນວ່າພຶດຕິກຳເຫຼົ່ານີ້ເປັນສາເຫດການແຜ່ເຊື້ອໄດ້ງ່າຍດັ່ງກໍລະນີນີ້ ຖ້າວ່າເຈົ້າໜ້າທີ່ບໍ່ສະກັດກັ້ນໄວ້ໄດ້ໃນຈຳນວນ 32 ຄົນນີ້ ຈະນຳເອົາເຊື້ອໄປແຜ່ໃສ່ຄົນໃນສັງຄົມຍິ່ງຈະຫຼາຍໄປກວ່ານີ້.

ຂໍຄວາມຮ່ວມມື: ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກທ່ານຈົ່ງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ຖ້າພົບເຫັນປະກົດການຫຍໍ້ທໍ້ ໂທແຈ້ງເບີວອດແອັບ ປກສ ນວ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...