spot_img
Home​ຂ່າວບັນເທິງ6 ຊຸດປະຈໍາຊາດ Miss Universe Laos 2021 ທີ່ຜ່ານເຂົ້າຮອບ

6 ຊຸດປະຈໍາຊາດ Miss Universe Laos 2021 ທີ່ຜ່ານເຂົ້າຮອບ

Published on

ກໍາລັງມາແຮງສໍາລັບເວທີການປະກວດ Miss Universe Laos 2021 ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າປະກວດເປັນຈໍານວນຫຼາຍ ແລະ ຄວາມງາມບໍ່ມີໃຜຍອມໃຜກັນເລີຍ ແຕ່ນອກຈາກຜູ້ສະໝັກເຂົ້າປະກວດແລ້ວ ຍັງມີການປະກວດຄັດເລືອກເອົາຊຸດປະຈໍາຊາດທີ່ຈະໃສ່ໄປປະກວດໃນລະດັບສາກົນອີກດ້ວຍ. ເຮົາມາເບິ່ງ 6 ຊຸດທີ່ຜ່ານການເຂົ້າຮອບ ແລະ ສາມາດບອກໄດ້ເລີຍວ່າງາມ ແລະ ສະແດງຄວາມເປັນລາວອອກມາໄດ້ດີທີ່ສຸດ.

  1. ຊຸດນາລີສີຫັດຖະກໍາ ອອກແບບໂດຍ: ທ້າວ ແມັກກີ້ ສິງຄໍາ 

ເປັນຊຸດທີ່ໄດ້ແຮງບັນດານໃຈມາຈາກມູນເຊື້ອຫັດຖະກໍາຕໍາແຜ່ນອັນດັ້ງເດີມທີ່ເກົ່າແກ່ມາແຕ່ບູຮານນະການ ນໍາມາປະຍຸກອອກແບບ, ດັດແກ້ ໃຫ້ມີຄວາມໂດດເດັ່ນ ແລະ ໜ້າສົນໃຈ

  1. ມະໂຫລີຂັນໂຕກ ອອກແບບໂດຍ: ທ້າວ ສະລາວຸດ ຈັນທະກຸມານ
    ເປັນຊຸດທີ່ໄດ້ແຮງບັນດານໃຈມາຈາກມາຈາກວິຖີຊີວິດຂອງປະຊາຊົນລາວ ມາແຕ່ບູຮານນະການຄື ກິນເຂົ້າຮ່ວມພາ ກິນຊາຮ່ວມຈອກ ອັນຊື່ເຖິງຄວາມສາມັກຄີ, ເອື້ອເຟື້ອເພື່ອແພ່, ມີນ້ຳໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຄົນລາວ. ດັ່ງນັ້ນ ຊຸດນີ້ຈຶ່ງໄດ້ປະຍຸກ ຂັນໂຕກຫຼືກະໂຕກ ທີ່ເປັນຈຸດສູນລວມຂອງຄົນລາວທຸກໝູ່ເລົ່າ.

  1. ຊຸດລ້ານຊ້າງ ສຸວັນນະພູມ ອອກແບບໂດຍ: ສຸກ ຈະເລີນສິນ
    ເປັນຊຸດທີ່ໄດ້ແຮງບັນດານໃຈມາຈາກໄຊຊະນະຂອງແຜ່ນດິນລ້ານຊ້າງທີ່ຫວງແຫນ

  1. Street Food in Laos ອອກແບບໂດຍ: ອະດິສອນ ສາຍກົງແກ້ວ
    ເປັນຊຸດທີ່ໄດ້ແຮງບັນດານໃຈມາຈາກຈາກຮ້ານອາຫານຂ້າງທາງເຊິ່ງມີເຂົ້າໜຽວ, ຕຳໝາກຫຸ່ງແລະ ປີງໄກ່ແຊບບບເຊິ່ງເປັນອາຫານທີ່ຄົນລາວນິຍົມກິນ

  1. ຊຸດທິດາໄໝຮ່ວມເຜົ່າລາວສາມັກຄີ ອອກແບບໂດຍ: ທ້າວ ອະນຸສອນ ດອມບານ
    ເປັນຊຸດທີ່ໄດ້ແຮງບັນດານໃຈມາຈາກການຕໍ່າສີ້ນໄຫມ ຕໍ່າຜ້າຫຍິບປັກທັກເເສ່ວ ຂອງເເມ່ຍິງລາວເເຕ່ລະຊົນເຜົ່າໃນທົ່ວປະເທດລາວ ເເຕ່ລະຊົນເຜົ່າລ້ວນເເລ້ວເເຕ່ມີເອກະລັກ ລວດລາຍຄວາມສວຍງາມ ປານີດຂອງຝີມືເເມ່ຍິງລາວ ບົ່ງບອກເຖິງຄວາມຫລາກຫລາຍຂອງຊົນເຜົ່າໃນລາວຢ່າງເເທ້ຈິງ ຊຸດໄດ້ນໍາເອົາບາງເຜົ່າໃນລາວມາປະຍຸກອອກເເບບເປັນລາວຮ່ວມສະໄຫມ

  1. ຊຸດນາງພະຍາ ອອກແບບໂດຍ: ທ້າວ ບຸນທະນົງ ພັນທະລັງສີ
    ຈາກສັດປະຈຳຊາດນັ້ນກໍຄືຊ້າງ ສ້າງສາມາເປັນຊຸດປະຈຳຊາດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...