spot_img
Homeຂ່າວການພັດທະນາພົບກັບ Jaguar XF ແລະ Land Rover Defender ໃນ ເຈມສ ບອນ 007 ຕອນທີ...

ພົບກັບ Jaguar XF ແລະ Land Rover Defender ໃນ ເຈມສ ບອນ 007 ຕອນທີ 25 ເຊິ່ງຈະເປີດສາຍທົ່ວໂລກ

Published on

ກຽມພົບກັບປະສົບການຄັ້ງໃໝ່ໃນ ໜັງ ເຈມ ບອນ 007 ຕອນທີ່ 25 “No Time To Die” ເຊິ່ງຈະມີ Jaguar XF ແລະ Land Rover Defender ການເຂົ້າຮ່ວມໃນສາກທີ່ໜ້າຕື່ນເຕັ້ນ ເຊິ່ງສະໜັບສະໜູນໂດຍ Jaguar Land Rover, ຮູບເງົາຈະໄດ້ເປີດສາຍທົ່ວໂລກ, ສຳລັບແຟນໜັງໃນລາວແມ່ນຕ້ອງໄດ້ລໍຖ້າສະຖານະການດີຂຶ້ນ ແລ້ວມາພົບກັນກັບຮູບເງົາ No time to die ທີ່ໂຮງໜັງໄດ້ໄວໆນີ້.

ແລນ ໂຣເວີໃໝ່ ດີເຟັນເດີ ວີ V8 ຣຸ່ນ ບອນ (Land Rover Defender V8 Bond Edition) ຈາກແຮງບັນດານໃຈ – No Time To Die

ບໍ່ອາດຢຸດຢັ້ງໄດ້ ກັບຄວາມພິເສດສະເພາະຕົວ:​ Land Rover Defender V8 Bond Edition ໃໝ່ພິເສດສ້າງຂຶ້ນໂດຍ ແລນ ໂຣເວີ SV Bespoke (ປັບແຕ່ງໄດ້) ເພື່ອສະເຫຼີມສະຫຼອງບົດບາດຂອງ ໃນຮູບເງົາ ເຈມສ ບອນ ຕອນທີ 25: No Time To Die.

ປະສິດທິພາບທີ່ຊົງພະລັງ: ຮຸ່ນໃໝ່ທີ່ເຕັມໄປດ້ວຍພະລັງ ແມ່ນອີງໃສ່ຣຸ່ນ 525PS Defender V8 ທີ່ຫາກໍເປີດຕົວຫວ່າງບໍ່ດົນມານີ້ ແລະ ມີໃຫ້ເລືອກທັງແບບຕົວຮ່າງ 90 ແລະ 110

ໃບອະນຸຍາດຂັບຂີ່: ການອອກແບບທີ່ໄດ້ຮັບແຮງບັນດານໃຈຈາກ Defender (ຜູ້ປົກປ້ອງ) ທີ່ປະກົດຢູ່ໃນຮູບເງົາເລື່ອງ No Time To Die ແລະ ລວມທັງ ເອັກເທັນດິດ ແບຼັກ ແພັກ ພ້ອມຕີນລົດ ກຼອດສ ແບຼັກ ຂະໜາດ 22 ນິ້ວ ແລະ ຄາລີເປີ ເບຣກໜ້າສີຟ້າ ຊີນອນ ບລູ (Xenon Blue).

ສໍາຜັດທີ່ປັບແຕ່ງໄດ້: ປ້າຍທ້າຍລົດ ‘Defender 007’ ທີ່ເປັນເອກະລັກສະເພາະ, ໄຟສ່ອງປະກາຍ 007, ແຜ່ນຢຽບແສງສະທ້ອນ ແລະ ອານີເມເຊິນໜ້າຈໍສໍາຜັດສຸດພິເສດ ໃນອິນໂຟເທນເມັ້ນ Pivi Pro

ລາຍການສໍາລັບນັກສະສົມ: ລົດ Defender V8 Bond Edition ແຕ່ລະຄັນ ມີໂລໂກ້ SV Bespoke ແລະ ການສະຫຼັກພິເສດສະເພາະ ‘ໜຶ່ງໃນ 300’ ຄັນເທົ່ານັ້ນ.

ແຮງບັນດານໃຈຈາກຮູບເງົາເລື່ອງ: No Time To Die ເຂົ້າສາຍໃນໂຮງຮູບເງົາທົ່ວໂລກຕັ້ງແຕ່ວັນທີ 30 ກັນຍາ 2021 [ຄວນແຊກໃສ່ວັນທີເປີດຕົວໜັງໃນປະເທດໃດໜຶ່ງ]

ສາມາດສັ່ງຊື່ໄດ້: ແລນ ໂຣເວີໃໝ່ Defender V8 Bond Edition ມີລາຄາຕັ້ງແຕ່  [ໃສ່ລາຄາໃນຕະຫຼາດ]. ທ່ານສາມາດກໍານົດຄ່າຕາມຄວາມຕ້ອງການຂອງທ່ານໄດ້ທີ່ www.landrover.com

ວິດລີ, ສະຫະຣາຊະອານາຈັກອັງກິດ, 1 ກັນຍາ 2021 – ລົດແລນ ໂຣເວີ SV Bespoke ໄດ້ສ້າງ Land Rover Defender V8 Bond Edition ທີ່ໃໝ່ພິເສດ ເພື່ອສະເຫຼີມສະຫຼອງຮູບເງົາຂອງ ເຈມສ ບອນ ເລື່ອງ No Time To Die ຕອນທີ 25 ກ່ອນການເປີດຕົວຮູບເງົາຂອງໂລກໃນປາຍເດືອນນີ້.

ສາມາດສັ່ງຊື້ໄດ້ເປັນແບບ Defender 110 ຫຼື 90 ແລະ ໄດ້ຮັບແຮງບັນດານໃຈຈາກສະເປັກສະເພາະຂອງ ດີເຟັນເດີທີ່ປະກົດຢູ່ໃນຮູບເງົາ ເລື່ອງ No Time To Die, ໂດຍທີ່ Defender V8 Bond Edition ເຊື່ອງຊ້ອນມາພ້ອມກັບ ຮູບແບບ ເອັກເທັນດິດ ແບຼັກ ແພັກ ພ້ອມກົງລໍ້ ອັລລອຍ Luna Gloss Black ຂະໜາດ 22 ນິ້ວ,  ຄາລີເປີ ເບຣກໜ້າຊີນອນ ບລູ (Xenon Blue) ທີ່ເປັນຊິກເນເຈີ ແລະ ປ້າຍດ້ານທ້າຍ ‘Defender 007’.

ສໍາຜັດທີ່ປັບແຕ່ງໄດ້ ກວມໄປຮອດການຕົກແຕ່ງພາຍໃນທີ່ໃຊ້ງານໄດ້ແທ້ຈິງດ້ວຍແຜ່ນຢຽບແສງສະທ້ອນ ‘Defender 007’ ແລະ ອານີເມເຊິນເລີ່ມຕ້ົນທີ່ເປັນໜ້າຈໍສໍາຜັດ ຊຶ່ງພັດທະນາຂຶ້ນເປັນພິເສດສໍາລັບລະບົບ ອິນໂຟເທນເມັ້ນ  Pivi Pro ທີ່ໃຊ້ງານງ່າຍ ໂດຍໃຫ້ກຽດກັບການຮ່ວມມືອັນຍາວນານຂອງ ແລນ ໂຣເວີ ກັບ ແຟຣນຊາຍ ເຈມສ ບອນ. ໃນເວລາກາງຄືນ, ລູກຄ້າ ຍັງຈະໄດ້ພົບກັບກຣາຟິກຕາໄຟ ‘007’ ທີ່ເປັນເອກະລັກສະເພາະບໍ່ຄືໃຜ.

ສະເພາະແຕ່ຜູ້ຊື້ໃນ 300 ຄັນທົ່ວໂລກເທົ່ານັ້ນ, Defender V8 Bond Edition ມີການແກະສະຫຼັກດ້ວຍແສງເລເຊີທີ່ມີລາຍລະອຽດວ່າ ເປັນ ‘ໜຶ່ງໃນ 300’ ຄັນ ແລະ ມີໂລໂກ້ SV Bespoke. ລົດແຕ່ລະຄັນ ແມ່ນຖືກມອບໝາຍໃຫ້ ຜູ້ຊ່ຽວຊານການປັບແຕ່ງລົດສະເພາະທີ່ SV Bespoke ໃນສະຫະຣາຊະອານາຈັກອັງກິດ.

ທ່ານ ຟິນບາ ແມັກຟອລ, ຜູ້ອໍານວຍການຍີ່ຫໍ້ Land Rover ກ່າວວ່າ “Land Rover Defender V8 Bond Edition ເປັນຣຸ່ນພິເສດສເພາະໃນການຜະລິດ Defender ທີ່ເຕັມປ່ຽມພະລັງທີ່ສຸດເທົ່າທີ່ເຄີຍມີມາ  ໂດຍໄດ້ຮັບແຮງບັນດານໃຈຈາກພາຫະນະໃນຮູບເງົາ ເລື່ອງ No Time To Die ຊຶ່ງເປັນຕົວແທນຂອງການພົບປະກັນລະຫວ່າງສອງຍີ່ຫໍ້ທີ່ຍິ່ງໃຫຍ່ຂອງອັງກິດ ແລະ ການສະເຫຼີມສະຫຼອງທີ່ພິເສດບໍ່ຄືໃຜຂອງຄວາມສໍາພັນທີ່ຍາວນານເຖິງ 38 ປີ ຂອງ Land Rover ກັບ ເຈມສ ບອນ”.

Defenders ແມ່ນຫົວໃຈສໍາຄັນຂອງຮູບເງົາແອັກຊັ່ນ No Time To Die ຄວບຄູ່ໄປກັບ Range Rover Sport SVRs ສອງຄັນ.

ນອກຈາກນີ້, ຍັງມີ Range Rover Classic ແລະ Land Rover Series III ຍັງປະກົດຢູ່ໃນຮູບເງົາອີກດ້ວຍ ຊຶ່ງຈະເປີດຕົວໃນໂຮງຮູບເງົາທົ່ວໂລກຕັ້ງແຕ່ວັນທີ 30 ກັນຍາ 2021 ເປັນຕົ້ນໄປ.

ໂດຍອີງໃສ່ Defender V8 ທີ່ຫາກໍເປີດຕົວໃນຫວ່າງບໍ່ດົນມານີ້,​ ຣຸ່ນ Bond Edition ໃຊ້ເຄື່ອງຈັກແອັດຊັງ ຊຸບເປີຊາດຈຂະໜາດ 5.0 ລິດ 525PS ຊຶ່ງໃຫ້ກໍາລັງ 525PS, ແຮງບິດ 625Nm ແລະ ຂັບເຄື່ອນດ້ວຍເກຍອັດຕະໂນມັດແປດລະດັບຄວາມໄວ. Defender V8 90 ສາມາດເລັ່ງຄວາມໄວຈາກ 0-60mph ໄດ້ໃນເວລາພຽງ 4.9 ວິນາທີ (0-100 ກມ/ຊມ ໃນ 5.2 ວິນາທີ) ດ້ວຍຄວາມໄວສູງສຸດ 149mph (240 ກມ/ຊມ).

Defender V8 ໃຫ້ປະສິດທິພາບໃນລະດັບໃໝ່ ແລະ ການມີສ່ວນຮ່ວມຂອງຜູ້ຂັບຂີ່ ໂດຍການປະສົມປະສານ V8 ກັບລະບົບກັນສະເທືອນ ແລະ ການປັບແຕ່ງເກຍທີ່ພັດທະນາຂຶ້ນດ້ວຍຄວາມຊ່ຽວຊານ ເພື່ອເຮັດໃຫ້ Defender ທີ່ໄວທີ່ສຸດ ແລະ ຕອບໂຈດໄດ້ຫຼາຍທີ່ສຸດແບບໄດນາມິກ.

ດ້ວຍລະບົບການສະເທືອນ ແລະ ລະບົບສົ່ງກໍາລັງແຮງທີ່ປັບແຕ່ງເປັນພິເສດ ລວມເຖິງ ສະປຣິງ ແລະ ແດມເປີ ເຣດທີ່ປັບແຕ່ງໄດ້ ແລະ ເຟືອງທ້າຍແບບ Electronic Active Rear Differential ໃໝ່, Defender V8 ເຮັດໃຫ້ການຄວບຄຸມທີ່ຄ່ອງຕົວວ່ອງໄວ ແລະ ໜ້າດຶງດູດຍິ່ງຂຶ້ນດ້ວຍການຄວບຄຸມຮ່າງກາຍທີ່ເພີ່ມຂຶ້ນ

– ທັງໝົດນີ້ ມາພ້ອມກັບ ຊາວແທຣັກ V8 supercharged ທີ່ເປັນລັກສະນະພິເສດສະເພາະ.

ຮູບເງົາເລື່ອງ No Time To Die ກໍາກັບການສະແດງໂດຍ Cary Joji Fukunaga ແລະ ພະເອກສະແດງນໍາ ໂດຍ  Daniel Craig, ຊຶ່ງກັບມາໃນຮູບເງົານີ້ເປັນຄັ້ງທີ 5 ແລະ ເປັນຄັ້ງສຸດທ້າຍຂອງລາວ ໃນນາມສາຍລັບ ເຈມສ ບອນ 007 ຂອງ  Ian Fleming.

ຮູບເງົາເລື່ອງນີ້ ໄດ້ສາຍໃນໂຮງຮູບເງົາຕັ້ງແຕ່ວັນທີ 30 ກັນຍາ 2021 ໃນ ສະຫະຣາຊະອານາຈັກອັງກິດ ຜ່ານບໍລິສັດ ຍູນີເວີຊາລ ພິກເຈີ ອິນເຕີເນເຊິນນານ ແລະ ຈະສາຍຢູ່ສະຫະລັດອາເມລິກາ ໃນວັນທີ 8 ຕຸລາ 2021, ຈາກ Metro Goldwyn Mayer (MGM) ຜ່ານແບນເນີ United Artists Releasing ຂອງພວກເຂົາ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...