Homeຂ່າວພາຍ​ໃນນາຍົກຢືນຢັນ! ທາງລົດໄຟລາວ-ຈີນເປີດແທ້ທ້າຍປີນີ້

ນາຍົກຢືນຢັນ! ທາງລົດໄຟລາວ-ຈີນເປີດແທ້ທ້າຍປີນີ້

Published on

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຢັນວ່າ ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນໃນວັນທີ 2 ທັນວາປີນີ້ ເຊິ່ງເສັ້ນທາງດັ່ງກ່າວຈະນຳໃຊ້ເພື່ອຮັບເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ລາວ, ລວມເຖີງການສົ່ງອອກສິນຄ້າປະເພດຕ່າງໆ ຈາກລາວອອກສູ່ຕ່າງປະເທດ ແລະຈາກຕ່າງປະເທດເຂົ້າມາລາວ ແລະ ອື່ນໆ ໂດຍຈະນໍາເອົາຜົນປະໂຫຍດຕົວຈິງຢ່າງຫຼວງຫຼາຍໃຫ້ປະເທດ.

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນໂອກາດພົບປະກັບສື່ມວນຊົນທົ່ວປະເທດ ໂດຍຜ່ານລະບົບທາງໄກຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 6 ຕຸລາຜ່ານມາວ່າ: ປັດຈຸບັນ ລັັດຖະບານພວມວາງແຜນເພື່ອເປີດການເດີນລົດໄຟລາວ-ຈີນ ຢ່າງມີຈຸດສຸມ ແລະຮັບປະກັນຄວາມປອດໄພໃນທຸກດ້ານ, ໂດຍເບື້ອງຕົ້ນຈະເນັ້ນໃສ່ການຂົນສົ່ງສິນຄ້າ, ຈາກນັ້ນ ຈະເບິ່ງເງື່ອນໄຂຕົວຈິງເພື່ອຂົນສົ່ງນັກທ່ອງທ່ຽວ ເຊິ່ງຮຽກຮ້ອງໃຫ້ຜູ້ປະກອບການດ້ານການທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ, ໃນນີ້ ກະຊວງທີ່ກ່ຽວຂ້ອງຕ້ອງເປັນເຈົ້າການໃນການຕິດຕາມ ແລະສົ່ງເສີມເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຢູ່ລາວ, ທັງເປັນການນໍາເອົາເງິນຕາຕ່າງປະເທດເຂົ້າມາລາວ ແຕ່ຕ້ອງຮັບປະກັນດ້ານຄວາມປອດໄພ ແລະໃຫ້ປະຊາຊົນມີສ່ວນຮ່ວມນໍາ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຮັບການວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 2 ທັນວາ 2015, ມີຄວາມຍາວ 400 ກວ່າກິໂລແມັດ, ຜ່ານ 5 ແຂວງຂອງລາວ ຄື: ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ, ເຊິ່ງແມ່ນສ່ວນໜຶ່ງໃນການຈັດຕັ້ງ ແລະຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ກໍ່ຄື ຍຸດທະສາດການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ ທີ່ສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນໃນປີ 2025.

ຂໍ້ມູນຈາກ: Lao National Radio 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...