Homeຂ່າວພາຍ​ໃນເປີດຮັບສະໝັກມື້ສຸດທ້າຍສຳລັບຜູ້ເຂົ້າປະກວດ Miss Universe Laos 2021

ເປີດຮັບສະໝັກມື້ສຸດທ້າຍສຳລັບຜູ້ເຂົ້າປະກວດ Miss Universe Laos 2021

Published on

ພາຍຫຼັງມີການຊີ້ແຈງຈາກກອງປະກວດ Miss Universe Laos ໃນວັນທີ 24 ສິງຫາຜ່ານມາ ເລື່ອງການຕັດສິນໃຈທີ່ຈະບໍ່ສົ່ງນາງງາມລາວເຂົ້າຮ່ວມປະກວດໃນເວທີລະດັບໂລກຄັ້ງທີ 70 ທີ່ຈະຈັດຂຶ້ນໃນເດືອນທັນວາ 2021 ທີ່ປະເທດອິສະຣາເອວ ເນື່ອງຈາກສະຖານະການຂອງພະຍາດໂຄວິດ-19 ເຊິ່ງສົ່ງຜົນໃຫ້ການເດີນທາງໄລຍະນີ້ມີຂີດຈຳກັດ ເຮັດໃຫ້ບັນດາແຟນໆຕ່າງກໍເສົ້າໃຈ ແລະເສຍດາຍໂອກາດດີໆຄັ້ງນີ້.

ຫຼ້າສຸດ, ກໍມີຂ່າວໃຫ້ແຟນໆໄດ້ຊື່ນຊົມອີກຄັ້ງ ເມື່ອເພດຈ໌ Miss Universe Laos ໄດ້ເປີດຮັບສະໝັກບັນດາສາວງາມທີ່ມີຄຸນສົມບັດເໝາະສົມ ຂະນະທີ່ມື້ນີ້ກໍເປັນມື້ສຸດທ້າຍແລ້ວສຳລັບການເປີດຮັບສະໝັກສາວງາມດັ່ງກ່າວເພື່ອເຂົ້າປະກວດ ມິສຢູນິເວີຣສລາວ 2021 ຄັ້ງທີ 3 ເຊິ່ງງານແຂ່ງຂັນຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້.

ທີມງານລາວໂພສໄດ້ສອບຖາມທາງກອງປະກວດ ເຊິ່ງກໍໄດ້ຮັບຄຳຕອບວ່າ: ທາງທີມງານໄດ້ກຽມຈັດປະກວດເພື່ອຄັດເລືອກໜຶ່ງສາວງາມຜູ້ທີ່ມີຄຸນສົມບັດພຽບພ້ອມທີ່ຈະເດີນທາງໄປປະຊັນຄວາມຄວາມງາມໃນເວທີລະດັບໂລກ ທີ່ຈະຈັດຂຶ້ນຢູ່ປະເທດອິດສະລາເອວໃນເດືອນທັນວາປີນີ້ ແຕ່ກໍຍັງຢູ່ໃນລະຫວ່າງລໍຖ້າການຢືນຢັນອີກຄັ້ງຈາກກອງປະກວດໃຫຍ່ເຊັ່ນ Miss Universe Organization ຈາກສະຫະລັດອາເມລິກາ, ພ້ອມຮຽກຮ້ອງໃຫ້ບັນດາແຟນໆສາມາດຕິດຕາມເພດຈ໌ຂອງກອງປະກວດໄດ້ຕະຫຼອດເວລາ ເພາະຈະມີການອັບເດດຂໍ້ມູນເປັນປະຈຳ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...