Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ແລະ ຜູ້ເສຍຊີວິດ ວັນທີ 6 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ແລະ ຜູ້ເສຍຊີວິດ ວັນທີ 6 ຕຸລາ 2021

Published on

ສະພາບການການຕິດເຊືື້ອພະຍາດໂຄວິດ19 ໃນມືື້ວານນີ້້ ວັນທີ 5 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,874 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484 ຄົນ ( ຊຸມຊົນ = 468 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ )

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ໃນຊຸມຊົນ ທັງໝົດມີ 468 ຊຶ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 206 ຄົນ:
o ເມືອງຈັນທະບູລີ ມີ 08 ບ້ານ
o ເມືອງສີໂຄດຕະບອງ ມີ 12 ບ້ານ
o ເມືອງໄຊເສດຖາ ມີ 06 ບ້ານ
o ເມືອງສີສັດຕະນາກມີ 08 ບ້ານ
o ເມືອງນາຊາທອງ ມີ 08 ບ້ານ
o ເມືອງໄຊທານີ ມີ 14 ບ້ານ
o ເມືອງຫາດຊາຍຟອງ ມີ 07 ບ້ານ
2. ຫຼວງພະບາງ 96 ຄົນ:
o ເມືອງນໍ້າບາກ ມີ 30 ຄົນ (ທັງໝົດເຮັດວຽກຢູ່ສວນກ້ວຍຈີນ ບ້ານນະຄອນ)
– ບ້ານໂພນສະອາດ ມີ 22 ຄົນ (ພະນັກງານສາທາທັງໝົດ)
– ບ້ານນໍ້າຖ້ວມ ມີ 01 ຄົນ
– ບ້ານຟ້າ ມີ 04 ຄົນ
– ບ້ານນໍ້າລາ ມີ 02 ຄົນ
– ບ້ານໂພນໄຊ ມີ 01 ຄົນ
o ເມືອງງອຍ ມີ 57 ຄົນ
– ບ້ານເຄື່ອນນໍ້າອູ່ 23 ຄົນ (ກຳມະກອນ ເຮັດວຽກຢູ່ເຂື່ອນນ້ຳອູ 3)
– ບ້ານໜອງຂຽວ ມີ 17 ຄົນ
– ບ້ານປາກບາກ ມີ 17 ຄົນ
o ນະຄອນຫລວງພະບາງ ມີ 04 ຄົນ (ບ້ານພູຊ້າງ, ບ້ານເມືອງງາ, ບ້ານສັງກະໂລກ ແລະ ບ້ານ ວັດທາດ ມີ ບ້ານລະ 01 ຄົນ)
o ເມືອງຊຽງເງີນ ມີ 04 ຄົນ (ບ້ານຊຽງເງີນ)
o ເມືອງນານ ມີ 01 ຄົນ (ບ້ານໂພນໄຊ)
3. ບໍ່ແກ້ວ 78 ຄົນ: ຈາກ ເມືອງ ຫ້ວາຍຊາຍ, ບ້ານ ໂພນງາມ 7 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ ແລະ ກຳມະກອນກໍ່ສ້າງສະໜາມບິນ ເຂດເສດຖະກິດພິເສດ 70 ຄົນ ຊື່ງແມ່ນຄົນພະມ້າທັງ
ໝົດ

4. ສະຫວັນນະເຂດ 58 ຄົນ:
– ນະຄອນໄກສອນ ມີ 46 ຄົນ
– ເມືອງອຸທຸມພອນ ມີ 10 ຄົນ
– ເມືອງອາດສະພັງທອງ ມີ 01 ຄົນ
5. ແຂວງວຽງຈັນ 17 ຄົນ:
– ເມືອງວັງວຽງ ມີ 11 ຄົນ (ບ້ານຫ້ວຍແຍ້ ມີ 06 ຄົນ; ບ້ານໂພນຊູ ມີ 04 ຄົນ ແລະ ບ້ານວັງວຽງ ມີ 01 ຄົນ)
– ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນໝີໃຕ້)
– ເມືອງແກ້ວອຸດົມ ມີ 03 ຄົນ (ບ້ານແສງສະຫວ່າງ)
6. ຈໍາປາສັກ 7 ຄົນ:
– ນະຄອນປາກເຊ ມີ 03 ຄົນ (ບ້ານຊົ້ງໃຫ່ຍ, ບ້ານສະພານໄຊ ແລະ ບ້ານໂນນສະຫວ່າງ ມີບ້ານລະ 01 ຄົນ)
– ເມືອງບາຈຽງຈະເລີນສຸກ ມີ 02 ຄົນ (ບ້ານລົ່ມສັກເໜຶອ ແລະ ບ້ານຫ້ວຍລຶສີ ມີບ້ານລະ 01 ຄົນ)
– ເມືອງໂພນທອງ ມີ 01 ຄົນ (ບ້ານໃໝ່ສີວິໄລ)
– ເມືອງປະທຸມພອນ ມີ 01 ຄົນ (ບ້ານນາສາຍຄໍາ)
7. ຄໍາມ່ວນ 4 ຄົນ: ບ້ານ ໂພນສູງ: 2 ຄົນ ແລະ ບ້ານ ລໍາມະລາດ: 2 ຄົນ (ໃນນີ້ ມີຜູ້ຍິງຖືພາສາມເດືອນໜຶ່ງຄົນ)
8. ຊຽງຂວາງ 2 ຄົນ: ຊື່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຄື: 07 ຄົນ ຈາກສະຫວັນນະເຂດ, ນະຄອນຫຼວງວຽງຈັນ 07 ຄົນ ແລະ ຈາກ ແຂວງບໍ່ແກ້ວ 02 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່), ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ.
ສຳລັບ ຄົນເຈັບ 1 ຄົນ ເສຍຊີວີດ,​ ລາຍລະອຽດ ດັ່ງນີ້:
– ເພດຊາຍ, ອາຍຸ 74 ປີ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ). ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້, ​ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວີດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...