Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ວັນທີ 5 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ວັນທີ 5 ຕຸລາ 2021

Published on

ຕາມການລາຍງານຂອງຄະນະສະເພາະກິດ ໃນວັນທີ 5 ຕຸລາ 2021 ສະພາບການຕິດເຊືື້ອພະຍາດໂຄວິດ19 ໃນມືື້ວານນີ້້ ວັນທີ 4 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,825 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ (ຊຸມຊົນ = 450 ຄົນ ຕິດເຊື້ອນໍາເຂົ້າ 4 ຄົນ)

ສໍາລັບຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອໃນຊຸມຊົນທັງໝົດ 450 ຄົນ ມີດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 166 ຄົນ ຈາກ 47 ບ້ານ, 7 ເມືອງ, ລາຍລະອຽດມີດັ່ງນີີ້
– ເມືອງໄຊເສດຖາ: 53 ຄົນ ມາຈາກ 8 ບ້ານ ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ
– ເມືອງຈັນທະບູລີ: 36 ຄົນ ມາຈາກ 4 ບ້ານ
– ເມືອງນາຊາຍທອງ: 20 ຄົນ ມາຈາກ 7 ບ້ານ
– ເມືອງຫາດຊາຍຟອງ: 20 ຄົນ ມາຈາກ 7 ບ້ານ
– ເມືອງສີໂຄດ: 11 ຄົນ ມາຈາກ 9 ບ້ານ
– ເມືອງສີສັດຕະນາກ: 8 ຄົນ ມາຈາກ 4 ບ້ານ
– ເມືອງໄຊທານີ: 11 ຄົນ ມາຈາກ 8 ບ້ານ
– ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ

2. ຫຼວງພະບາງ 90 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ທີ່ໄດ້ລາຍງານ ຜ່ານມາຄື:
– ເມືອງງອຍ 13 ຄົນ, ຈາກ 5 ບ້ານ

– ເມືອງ ນ້ຳບາກ 41 ຄົນ, ຈາກ 10 ບ້ານ ລວມທັງສວນກ້ວຍບ້ານນະຄອນ

– ເມືອງໂພນທອງ 13 ຄົນ ຈາກ 3 ບ້ານ ເຊີ້່ງເປັນເມືອງທີ່ພົບການຕິດເຊື້ອໃໝ່ຂອງແຂວງຫຼວງພະບາງ

– ນະຄອນຫຼວງພະບາງ 11 ຄົນ ຈາກ 3 ບ້ານ

– ເມືອງຈອມເພັດ 9 ຄົນ ຈາກ 2 ບ້ານ, ໃນນີ້ມີພະນັກງານແພດໝໍ 1 ຄົນ

– ເມືອງຊຽງເງີນ 1 ຄົນ, ຈາກ 1 ບ້ານ

– ມີ 2 ຄົນເປັນຄົນນະຄອນຫຼວງວຽງຈັນທີ່ເຮັດວຽກຢູ່ສວນກ້ວຍເມືອງນ້ຳບາກ

3 . ບໍ່ແກ້ວ 81 ຄົນ: ທັງໝົດຈາກເຂດເສດຖະກິດພິເສດ ທີ່ສ້າງສະໜາມບີນ (ຄົນລາວ 21 ຄົນ, ຄົນມຽນມາ 49 ຄົນ ແລະ ຄົນຈີນ 11 ຄົນ)

4. ສະຫວັນນະເຂດ 34 ຄົນ:

– ເມືອງ ອຸທຸມພອນ 25 ຄົນ, ຈາກ 6 ບ້ານ ໃນນີ້ມີພະນັກງານຄ້າຍທະຫານ 619 ມີ 12 ຄົນແລະ ຄ້າຍທະຫານ 644

– ນະຄອນໄກສອນ 3 ຄົນ

– ເມືອງອາດສະພັງທອງ ມີ 02 ຄົນ

– ເມືອງຈໍາພອນ ມີ 01 ຄົນ

– ເມືອງສອງຄອນ ມີ 01 ຄົນ

– ເມືອງອາດສະພອນ ມີ 02 ຄົນ

5. ຈໍາປາສັກ 24 ຄົນ: ພົວພັນກັບຜູ້ຕິດເຊື້ອຜ່ານມາ

6. ແຂວງວຽງຈັນ 16 ຄົນ ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ:

– ເມືອງວັງວຽງ ມີ 07 ຄົນ (ພະນັກງານຢູ່ໂຮງໝໍ 108 ມີ 03 ຄົນ; ບ້ານສະຫວ່າງ ມີ 02 ຄົນ; ບ້ານຫ້ວຍແຍ້ ແລະ ບ້ານພູດິນແດງ, ບ້ານລະ 01 ຄົນ)
– ເມືອງວຽງຄໍາ ມີ 05 ຄົນ (ບ້ານພູເຂົາຄໍາ ມີ 03 ຄົນ; ບ້ານຖີ່ນແກ້ວ, ບ້ານທ່າລາດ, ບ້ານລະ 01 ຄົນ
– ເມືອງແກ້ວອຸດົມ ມີ 04 ຄົນ (ບ້ານທ່າລາດ)

7. ໄຊສົມບູນ 15 ຄົນ: ​ທັງໝົດມາຈາກເມືອງລ້ອງຊານໃນ 3 ບ້ານ ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

8. ບໍລິຄໍາໄຊ 13 ຄົນ:

– ເມືອງປາກຊັນ 09 ຄົນ ຊື່ງທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ
– ເມືອງ ປາກກະດິງ 04 ຄົນ (ຍັງສອບສວນແຫຼ່ງທີ່ມາຂອງການຕິດເຊື້ອ)

9. ສາລະວັນ 6 ຄົນ: ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

10. ຫຼວງນໍ້າທາ 4 ຄົນ ແມ່ນຊາວຈີນທັງໝົດ

11. ຊຽງຂວາງ 1 ຄົນ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
– ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຄື: ຈາກແຂວງສະຫວັນນະເຂດທັງ 4 ຄົນ ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊືື້ອ.
• ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 25.987 ຄົນ ຊຶ່ງເທົ່າກັບ 0,35% ຂອງປະຊາຊົນລາວ, ເສຍຊີວິດສະສົມ 22 (0 ໃໝ່). ຄົນເຈັບປິ່ນປົວດີສະສົມ 19.399 ຄົນ ກວມເອົາ 74.64% ຂອງຈຳນວນຜູ້ຕິດເຊື້ອທັງໝົດ (ປິ່ນປົວຫາຍດີ ໃນວັນທີ 4 ຕຸລາ ມີ 326 ຄົນ).

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...