Homeຂ່າວພາຍ​ໃນລາວພິຈາລະນາສ້າງເງິນດິຈິຕອລເປັນຂອງໂຕເອງພ້ອມຮ່ວມມືກັບບໍລິສັດຟິນເທັກຍີ່ປຸ່ນ

ລາວພິຈາລະນາສ້າງເງິນດິຈິຕອລເປັນຂອງໂຕເອງພ້ອມຮ່ວມມືກັບບໍລິສັດຟິນເທັກຍີ່ປຸ່ນ

Published on

ລາວກຳລັງພິຈາລະນາສ້າງເງິນດິຈິຕອລເປັນຂອງໂຕເອງ ເຊິ່ງເປັນສ່ວນໜຶ່ງຂອງຄວາມຮ່ວມມືກັບບໍລິສັດຟິນເທັກຍີ່ປຸ່ນ ເຖິງວ່າປະເທດລາວເຮົາຈະບໍ່ມີພື້ນທີ່ຕິດທະເລ ແຕ່ກໍມີສັກກະຍະພາບໃນການຜະລິດໄຟຟ້າພະລັງນ້ຳ.

ລາວກຳລັງພະຍາຍາມທີ່ຈະສຳຫຼວດການອອກສະກຸນເງິນດິຈິຕອລ ໂດຍໄດ້ຮັບການຊ່ວຍເຫຼືອຈາກບໍລິສັດສະຕາດອັບດ້ານຟິນເທັກຂອງຍີ່ປຸ່ນ ທີ່ກ່ຽວຂ້ອງກັບຄວາມພະຍາຍາມທີ່ຄ້າຍຄືກັນກັບໃນກຳປູເຈຍ ຂະນະທີ່ບໍລິສັດຍີ່ປຸ່ນ ແລະ ທະນາຄານແຫ່ງ ສປປປ ລາວ ຈະດຳເນີນການສຳຫຼວດຄວາມເປັນໄປໄດ້ຂອງສະກຸນເງິນດິຈິຕອລພາຍໃນເດືອນນີ້ ພາຍຫຼັງມີການເຊັນສັນຍາໃນບົດບັນທຶກຄວາມເຂົ້າໃຈກັບອົງການໄຈກ້າ (JICA) ກ່ຽວກັບການສຶກສາການພັດທະນາສະກຸນເງິນດິຈິຕອລຂອງທະນາຄານກາງ.

ລັດຖະບານລາວໄດ້ອະນຸຍາດໃຫ້ບໍລິສັດ 6 ແຫ່ງສາມາດທົດລອງຂຸດ ແລະແລກປ່ຽນ Bitcoin ພາຍໃນປະເທດໄດ້ໃນເດືອນຜ່ານມາ. ພ້ອມກັນນັ້ນ, ລາວຍັງໄດ້ມີການໂອ້ລົມກັບບໍລິສັດ Soramitsu ເຊິ່ງຕັ້ງຢູ່ໃນໂຕກຽວ ເຊິ່ງມີປະສົບການກັບສະກຸນເງິນດິຈິຕອລຂອງປະເທດ.

Soramitsu ເປັນທີ່ຮູ້ຈັກກັນໃນດ້ານບໍລິສັດທີ່ເຄີຍເຮັດວຽກຮ່ວມກັບທະນາຄານແຫ່ງຊາດກຳປູເຈຍ ເພື່ອພັດທະນາແພລດຟອມການຊຳລະເງິນດິຈິຕອລ Bakong ເຊິ່ງເປັນສ່ວນໜຶ່ງຂອງໂຄງການ CBDC ຂອງກຳປູເຈຍ ທີ່ຈະຊ່ວຍຫຼຸດການເພິ່ງພາເງິນໂດລາ ຂອງເສດຖະກິດກຳປູເຈຍ.

ຂໍ້ມູນຈາກ: The Laotian Times

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...