Homeຂ່າວພາຍ​ໃນຕົວແທນຊາຍງາມລາວ ບໍ່ສາມາດເຂົ້າຮ່ວມປະກວດໃນເວທີ Mister Model international Pageant 2021

ຕົວແທນຊາຍງາມລາວ ບໍ່ສາມາດເຂົ້າຮ່ວມປະກວດໃນເວທີ Mister Model international Pageant 2021

Published on

ທ້າວ ວຽງຄຳ ຈັນທະວົງສາ ຕົວແທນຊາຍງາມລາວ (Mister Model Laos 2021) ບໍ່ສາມາດເດີນທາງໄປເຖິງຈຸດໝາຍໃນເວທີ Mister Model international Pageant 2021 ທີ່ປະເທດ ສາທາລະນະລັດ ໂດມິນິກັນ, ເນື່ອງຈາກຂໍ້ຈຳກັດທາງການບິນໃນຊ່ວງການລະບາດຂອງພະຍາດໂຄວິດ-19 ຕາມອົງການອານາໄມໂລກໄດ້ກຳນົດໄວ້.

ອີງຕາມການລາຍງານຂອງ ວິສາຫະກິດສ່ວນບຸກຄົນ ສີລະປິນ ສີສານ, ຜູ້ຈັດງານປະກວດຊາຍງາມລາວຮູ້ວ່າ: ປັດຈຸບັນ ທ້າວ ວຽງຄຳ ຈັນທະວົງສາ ບໍ່ສາມາດໄປຮ່ວມງານປະກວດລະດັບສາກົນທີ່ປະເທດສາທາລະນະລັດ ໂດມິນິກັນ ເນື່ອງຈາກຂໍ້ຈຳກັດໃນການເດີນທາງຊ່ວງການລະບາດຂອງພະຍາດໂຄວິດ ຂະນະທີ່ ທາງກອງປະກວດຫຼັກທີ່ ສາທາລະນະລັດ ໂດມິນິກັນ ກໍໄດ້ແຈ້ງມາວ່າ ທຸກປະເທດສາມາດເດີນທາງເຂົ້າໂດມິນິກັນໄດ້ໂດຍຮັບ Arrival VISA ທີ່ໜ້າ ຕມ ແຕ່ການເດີນທາງຕົວຈິງຕ້ອງມີ VISA ຈິ່ງສາມາດເດີນທາງໄດ້ ແຕ່ຍ້ອນກອງປະກວດມີເວລາສັ້ນ ໃນການກະກຽມເອກະສານເດີນທາງດັ່ງກ່າວ ແຕ່ວັນເວລາການແຂ່ງຂັນກໍຫຍັບໃກ້ເຂົ້າມາ ຈິ່ງຈຳເປັນຕ້ອງຍົກເລີກການເດີນທາງໄປປະກວດຄັ້ງນີ້.

ຕໍ່ກັບເຫດການດັ່ງກ່າວ, ທາງປະທານໃຫຍ່ຂອງກອງປະກວດເວທີ Mister Model international Pageant ກໍໄດ້ເຫັນຄວາມຕັ້ງໃຈຂອງຝ່າຍລາວ ຈິ່ງໄດ້ສະເໜີໃຫ້ທາງປະເທດລາວເປັນເຈົ້າພາບໃນການຈັດປະກວດເວທີດັ່ງກ່າວໃນປີ 2022 ພ້ອມລໍຖ້າຄຳຕອບທີ່ຢືນຢັນຈາກຝ່າຍລາວອີກຄັ້ງ. ປັດຈຸບັນ ວຽງຄຳ ຈັນທະວົງສາ ໄດ້ເຂົ້າພັກທີ່ໂຮງແຮມປະຈຳສະໜາມບິນອິນຊອນ ໂດຍລໍຖ້າຖ້ຽວບິນທີ່ຈະກັບມາລາວໃນວັນທີ 9 ຕຸລານີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...