spot_img
Homeຂ່າວຕ່າງປະເທດພົບ​ໂລງ​ຫິນ​ໃສ່​ສົບ​ຍຸກ​ອີ​ຍິບ​ບູຮານ​ອາ​ຍຸ 3 ພັນ​ປີ

ພົບ​ໂລງ​ຫິນ​ໃສ່​ສົບ​ຍຸກ​ອີ​ຍິບ​ບູຮານ​ອາ​ຍຸ 3 ພັນ​ປີ

Published on

186332

         ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ເກີດ​ເຫດ​ຮື​ຮາ ເມື່ອ​ຜູ້​ຊ່ຽວຊານ​ດ້ານ​ບູຮານ​ວັດ​ຖຸ​ ໄດ້​ຄົ້ນ​ພົບ ໂລງ​ຫິນ​ໃສ່​ສົບ​ຍຸກ​ອີ​ຍິບ​ບູຮານໃນ​ເຮືອນ​ຍິງເຖົ້າຄົນໜື່ງ ໃນ​ປະເທດ​ອັງ​ກິດ ຂະນະ​ທີ່​ຜູ້​ຊ່ຽວຊານ​ພາ​ກັນ​ຕື່ນຕົກໃຈ​ກັບ​ການ​ຄົ້ນ​ພົບ​ວັດ​ຖຸ​ບູຮານ​​ສຳຄັນ​ຂອງ​ອາລະຍະທຳ​ອີ​ຍິບນີ້
         ລາຍ​ງານ​ລະ​ບຸ​ວ່າ ໂລງ​ຫິນ​ດັ່ງ​ກ່າວ​ຖືກ​ພົບ​ໂດຍ​ສະເຕຊີ ຜູ້​ຊ່ຽວຊານ​ດ້ານ​ບູຮານ​ວັດ​ຖຸ ແລະ​ ຕົວ​ແທນ​ສຳ​ນັກ​ປະ​ມູນ ລີ​ແມນ ແດນ​ຊີທີ່​ໄດ້​ເຂົ້າ​ມາ​ກວດ​ສອບ​ເຮືອນ​ຂອງ​ຍິງ​ເຖົ້າຄົນໜື່ງ ໃນ​ເມືອງ​ເວ​ເສັກ ທີ່​ຖືກ​ຍ້າຍ​ໄປ​ຍັງ​ເຮືອນ​ພັກ​ຜູ້ເຖົ້າ ກ່ອນ​ພົບ​ໂລງ​ດັ່ງ​ກ່າວ​ຢູ່ໃນ​ຫ້ອງ​ນັ່ງ​ຫລີ້ນ ໂດຍ​ປະ​ເມີນ​ວ່າ ໂລງ​ຫິນ​ໃສ່​ສົບ​ບູຮານ​ນີ້ ຄາດ​ວ່າ​ຈະ​ມີ​ອາ​ຍຸ​ລາວ 3 ພັນປີ ແລະ ​ຖືກ​ໃຊ້​ເພື່ອ​ເປັນ​ທີ່​ສະ​ຖິດ ​ຂອງ​ຮ່າງ​ສົບ​ສະຕີ​ຊົນ​ຊັ້ນ​ສູງ​ໃນ​ຍຸກ​ອີ​ຍີບ​ບູຮານ
ສະເຕຊີ ບອກວ່າ ໂລງ​ຫິນ​ອີ​ຍິບ​ບູຮານ​ນີ້ ເປັນ​ບູຮານ​ວັດ​ຖຸ​ເກົ່າ​ແກ່​ທີ່ສຸດ​ທີ່​ເຂົາ​ເຄີຍ​ເຈີ​ມາ​ໃນ​ຊີວິດຂະນະ​ທີ່​ຜູ້​ຊ່ຽວຊານ​ຄົນ​ອື່ນໆ ກວ່າວ່າ ໂລງ​ຫິນ​ບູຮານ​ນີ້ ໜ້າ​ຈະ​ຖືກ​ຍິງ​ເຖົ້າ​ເຈົ້າ​ຂອງ​ເຮືອນ​ຊື້​ຈາກ​ພິ​ພິດຕະ​ພັນ​ທ້ອງ​ຖິ່ນ​ທີ່​ປິດ​ຕົວ​ເອງ ຫລັງ​ຈາກ​ຄອບຄອງ​ໂລງ​ສົບ​ຫິນ​ບູຮານນີ້ ທີ່​ຖືກ​ນຳ​ເຂົ້າ​ມາຍັງ​ອັງ​ກິດ​ໃນ​ໄລຍະ ​ທົດສະ​ວັດ​ທີ່ 19 ຫລື ​ຊ່ວງ​ຍຸກ​ສົງຄາມ​
         ທາງ​ດ້ານ​ຜູ້​ອຳ​ນວຍ​ການ​ຂອງ​ຝ່າຍ​ບໍລິຫານ​ຈັດການ​ຂອງ​ສະຖານ​ປະ​ມູນ ລີ​ແມນ ແດນ​ຊີ່ກ່າວ​ວ່າ ເປັນ​ເລື່ອງ​ທຳມະດາ​ຫລາຍ​ທີ່​ຜູ້​ຄົນ​ຈະ​ເກັບ​ວັດ​ຖຸ​ອີ​ຍິບ​ບູຮານ​ໃນ​ລັກສະນະ​ນີ້ ແລະ ສຳລັບ​ບູຮານ​ວັດ​ຖຸ​ອັນ​ນີ້​ປະ​ເມີນ​ວ່າ ​ຈະ​ມີ​ມູນ​ຄ່າ 6, 000 ປອນ ແຕ່​ລາ​ຄາ​ອາດ​ສູງ​ຂຶ້ນ​ອີກ​ຫລາຍ​ຫາກ​ຖືກ​ນຳ​ມາ​ປະ​ມູນ 

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...