spot_img
Homeຂ່າວການຊ່ວຍເຫຼືອສາທາລະນະລັດ ເກົາຫຼີ ສືບຕໍ່ຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວກັບຄືນປະເທດ

ສາທາລະນະລັດ ເກົາຫຼີ ສືບຕໍ່ຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວກັບຄືນປະເທດ

Published on

ນະຄອນຫຼວງວຽງຈັນ ວັນທີ 29 ກັນຍາ 2021- ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ຖະແຫຼງ ສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ປະຈໍາປະເທດລາວ ໃນການຊ່ວຍເຫຼືອທາງດ້ານ ສະບຽງອາຫານ ໃຫ້ແກ່ແຮງງານທີ່ຈະຕ້ອງໄດ້ຢູ່ໃນສູນຈໍາກັດບໍລິເວນ ໂຄວິດ-19.

ກະຊວງການຕ່າງປະເທດ ຂອງ ສາທາລະນະລັດ ເກົາຫຼີ ໄດ້ມອບເງິນຊ່ວຍເຫຼືອທາງດ້ານມະນຸດສະທໍາ ເປັນມູນຄ່າ 200,000 ໂດລາສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງ ພະຍາດ ໂຄວິດ-19. ການຊ່ວຍເຫຼືອໃນຄັ້ງນີ້ຈະຊ່ວຍໃຫ້ ອົງການອາຫານໂລກ ສາມາດສືບຕໍ່ໃຫ້ຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານ ໃຫ້ແກ່ບັນດາແຮງງານທີ່ກັບຄືນມາ ທີ່ຢູ່ໃນ 18 ສູນຈໍາກັດບໍລິເວນ ໃນທົ່ວ 7 ແຂວງ ຂອງ ສປປ ລາວ. ອົງການອາຫານໂລກ ແລະ ບັນດາອົງການເພື່ອນຮ່ວມງານໄດ້ແກ່ – ອົງການກາແດງສະວີດສ, ອົງການກາແດງລາວ ແລະ ອົງການສຸພະນິມິດ ສາກົນ ຈະໄດ້ມອບອາຫານ ທີ່ມີໂພຊະນາການ ຈໍານວນ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານທີ່ກັບຄືນມາຫຼາຍກວ່າ 5,600 ຄົນ.

ພະນະທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ເຖິງແມ່ນວ່າ ຈໍານວນໂຕເລກຂອງແຮງງານທີ່ກັບຄືນມາແມ່ນໄດ້ຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ກາງ ເດືອນສິງຫາເປັນ ຕົ້ນມາ, ໃນຂະນະທີ່ພວກເຮົາພວມເຮັດວຽກຢ່າງໜັກ ໃນການປ້ອງກັນການແຜ່ລະບາດຢູ່ໃນປະເທດ. ດ້ວຍປະສົບ ການທີ່ຜ່ານມາໄດ້ເປັນບົດຮຽນໃຫ້ພວກເຮົາຮູ້ວ່າ ສູນຈໍາກັດບໍລິເວນ ມີຄວາມສໍາຄັນໃນການຊ່ວຍໃຫ້ພວກເຮົາ ທຸກຄົນປອດໄພ ເພື່ອຮັບປະກັນ ໃຫ້ຄົນລາວທຸກຄົນສາມາດກັບຄືນມາບ້ານເກີດເມືອງນອນຂອງພວກເຂົາໄດ້. ພວກເຮົາຂໍຂອບໃຈມາຍັງ ລັດຖະບານ ແຫ່ງ ສາທາລະນະລັດເກົາຫຼີ ສໍາລັບການຊ່ວຍເຫຼືອທີ່ສໍາຄັນນີ້”.

ອົງການອາຫານໂລກ ໄດ້ເລີ້ມກິດຈະກໍາການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງພວກເຂົາ ໃຫ້ແກ່ ສູນຈໍາກັດບໍລິເວນໂຄວິດ-19 ຕັ້ງແຕ່ ເດືອນມິຖຸນາ 2020. ນັບຕັ້ງແຕ່ຕົ້ນເດືອນກັນຍາຂອງປີນີ້, ທາງອົງການ ໄດ້ມອບອາຫານໃຫ້ແກ່ສູນຈໍາກັດບໍລິເວນຖາວອນຫຼັກ, ປະມານ 1,800 ຄົນ ຕໍ່ມື້. ການສະໜອງອາຫານໃນແຕ່ລະມື້ ໄດ້ປະກອບສ່ວນເຮັດໃຫ້ ແຮງງານທີ່ກັບຄືນມາ ໂດຍທີ່ ພວກເຂົາຈະບໍ່ໄປຊອກ ຫາແຫຼ່ງອາຫານຈາກບ່ອນອື່ນ. ການຊ່ວຍເຫຼືອຍັງ ໄດ້ຊ່ວຍຮັກສາໃຫ້ພວກເຂົາມີສຸຂະພາບແຂງແຮງ ແລະ ມີຄວາມເປັນຢູ່ທີ່ດີ, ນອກຈາກນັ້ນກໍ່ເປັນການຊ່ວຍຫຼຸດຜ່ອນພາ ລະຄ່າໃຊ້ຈ່າຍຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ.

ພະນະທ່ານ ມູຮອງ ອິມ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ ໄດ້ກ່າວ “ການຊ່ວຍເຫຼືອໃນຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມເນື້ອໃນ ຈາກກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ ແລະ ສປປ ລາວ ໃນເດືອນທີ່ຜ່ານມາ ທ່າມກາງການແຜ່ລະບາດຂອງພະຍາດ ພ້ອມດຽວກັນກໍ່ແມ່ນ ຈາກການໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ຂອງສາທາລະນະລັດເກົາຫຼີ ໃນຮອບທີ່ 3 ໃຫ້ແກ່ ສປປ ລາວ ນັບຕັ້ງແຕ່ເລີ້ມມີການແຜ່ລະບາດໃນປີທີ່ຜ່ານມາ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈ ຂອງທັງສອງປະເທດໃນການທີ່ຈະຂ້າມຜ່ານຄວາມລໍາບາກນີ້ໄປດ້ວຍກັນ. ຂ້າພະເຈົ້າຫວັງວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດຊ່ວຍໃຫ້ພວກເຮົາຂ້າມຜ່ານເວລາແຫ່ງຄວາມທ້າທາຍເລົ່ານີ້ໄປໄດ້”.

ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ແມ່ນໄດ້ຮ່ວມມືຢ່າງໃກ້ຊິດ ກັບ ລັດຖະບານແຫ່ງ ສປປ ລາວ ເພື່ອເພີ້ມຄວາມເຂັ້ມແຂງ ຄວາມອາດສາມາດໃນການກວດກາ ພະຍາດໂຄວິດ-19 ຂອງ ສປປ ລາວ, ດ້ວຍການມອບ ອຸປະກອນຕ່າງໆ ເຊັ່ນ ປະຕູຍ່າງຜ່ານເພື່ອໃຫ້ຂ້າເຊື້ອ, ຊຸດກວດໂຄວິດ ແລະ ອຸປະກອນການແພດອື່ນໆ. ພ້ອມດຽວກັນນັ້ນ ກໍ່ຍັງມີການຮ່ວມມືກັນຕະຫຼອດມາ ກັບ ອົງການອາຫານໂລກ ໃນລະດັບທ້ອງຖິ່ນ ແລະ ສາກົນ, ລວມທັງການໃຫ້ຄວາມຊ່ວຍເຫຼືອຄັ້ງຫຼ້າສຸດນີ້ ໃຫ້ແກ່ລັດຖະບານລາວ ເປັນເຂົ້າສານ ຈໍານວນ 1,320ໂຕນ ໃນ ເດືອນ ມີຖຸນາ 2021 ເພື່ອເປັນສະບຽງອາຫານສຸກເສີນ ໃນເວລາໄພພິບັດ.

ທ່ານ ຢານ ເດລບາເຣີ, ອໍານວຍການ ແລະ ຜູ້ຕາງໜ້າ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ມັນເປັນສິ່ງທີ່ດີຫຼາຍ ທີ່ມີຜູ້ໃຫ້ທຶນ ຈໍານວນຫຼາຍຂື້ນທີ່ຮັບຮູ້ໄດ້ເຖິງຄວາມສໍາຄັນໃນການເຮັດໃຫ້ບັນດາສູນ ຈໍາກັດບໍລິເວນສາມາດດໍາເນີນວຽກງານໄປໄດ້. ໃນຂະນະທີ່ບັນດາອໍານາດການປົກຄອງພາຍໃນປະເທດແມ່ນກໍາລັງປະຕິບັດວຽກງານ ເພື່ອເຮັດໃຫ້ປະເທດຊາດມີຄວາມປອດໄພ, ພວກເຮົາ ທີ່ອົງການອາຫານໂລກ ໄດ້ເຫັນວ່າ ມັນເປັນໜ້າທີ່ອັນມີກຽດ ຂອງພວກເຮົາ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃນວຽກງານຈໍາກັດບໍລິເວນ, ຜ່ານການຊ່ວຍເຫຼືອທີ່ມີນໍ້າໃຈ ແລະ ການຈັດຕັ້ງປະຕິບັດຂອງບັນດາເພື່ອນຮ່ວມງານທີ່ມີປະສິດທິພາບ. ນັບຕັ້ງແຕ່ ເດືອນ ມິຖຸນາ 2020, ພວກເຮົາໄດ້ມອບອາຫານປະມານ 1.8 ລ້ານ ຄາບ ໃຫ້ແກ່ຜູ້ຈໍາກັດບໍລິເວນ ຫຼາຍກວ່າ 70,000 ຄົນ. ດ້ວຍການແຍກປ່ຽວ ຜູ້ທີ່ໄດ້ຕິດພະຍາດໂຄວິດທີ່ເຂົ້າມາປະເທດ, ພວກເຮົາແມ່ນກໍາລັງຍັບເຂົ້າໄກ້ທີ່ ຈະຢຸດການແຜ່ລະບາດຂອງພະຍາດດັ່ງກ່າວນີ້”.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...