Homeຂ່າວພາຍ​ໃນລາຄາຊີ້ນໝູໃນນະຄອນຫຼວງວຽງຈັນຫຼຸດລົງພາຍຫຼັງລັດຖະບານປະກາດລັອກດາວ

ລາຄາຊີ້ນໝູໃນນະຄອນຫຼວງວຽງຈັນຫຼຸດລົງພາຍຫຼັງລັດຖະບານປະກາດລັອກດາວ

Published on

ລາຄາຊີ້ນໝູໃນຕະຫຼາດແຫ່ງຕ່າງໆທົ່ວນະຄອນຫຼວງວຽງຈັນຕໍ່າລົງ ເນື່ອງຈາກປະລິມານການຊື້ຂອງລູກຄ້າຫຼຸດລົງໃນຊ່ວງລັອກດາວ ຂະນະທີ່ຕະຫຼາດຂາຍສົ່ງລາຍໃຫຍ່ບາງແຫ່ງໄດ້ປິດກິດຈະການຊົ່ວຄາວຍ່ອນການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ຄຳຫຼ້າ ແສງດາລາ, ຜູ້ອຳນວຍການບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ, ທັງເປັນເຈົ້າຂອງໂຮງຂ້າສັດດອນດູ່ກ່າວຕໍ່ໜັງສືພິມວຽງຈັນທາຍວ່າງບໍ່ດົນຜ່ານມານີ້ວ່າ: ລາຄາຂາຍສົ່ງຊີ້ນໝູໃຫ້ກັບພໍ່ຄ້າໃນທ້ອງຕະຫຼາດຫຼຸດລົງຈາກ 32,000 – 33,000 ກີບຕໍກິໂລ ເປັນ 28,000 – 29,000 ກີບ ຕໍ່ກິໂລ ຂະນະທີ່ພໍ່ຄ້າແມ່ຄ້າໃນທ້ອງຕະຫຼາດຈຳຕ້ອງໄດ້ຫຼຸດລາຄາຂາຍລົງທີ່ປະມານ 2,000 – 3,000 ກີບຕໍ່ກິໂລ ເພື່ອດຶງດູດລູກຄ້າທີ່ມີຈຳນວນຫຼຸດລົງໃນຊ່ວງລັອກດາວ.

ທ່ານ ຄຳຫຼ້າ ແສງດາລາ ກ່າວຕື່ມວ່າ: ຈຳນວນໝູທີ່ນຳມາຂ້າເພື່ອຜະລິດຊີ້ນທີ່ໂຮງຂ້າສັດກໍຫຼຸດລົງຈາກ 400 ໂຕຕໍ່ວັນ ເປັນ 350 ໂຕຕໍ່ວັນ ໃນຂະນະທີ່ການຂົນສົ່ງສັດໃຫຍ່ປະເພດງົວ ແລະຄວາຍກໍພົບຄວາມຫຍຸ້ງຍາກ ເນື່ອງຈາກຂໍ້ຈຳກັດໃນການເດີນທາງ ແລະມາດຕະການອື່ນໆໃນຊ່ວງລັອກດາວ.

ຂໍ້ມູນຈາກ: ໜັງສືພິມ Vientiane Times

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...