Homeຂ່າວພາຍ​ໃນການພົບປະຜູ້ນຳຂອງ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ

ການພົບປະຜູ້ນຳຂອງ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ

Published on

ໃນວັນທີ 26 ກັນຍາ 2021, ທີ່ສຳນັກງານສູນກາງພັກກອມມູນິດຫວຽດນາມ ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດ ນາມ, ໄດ້ມີການພົບປະຜູ້ນຳ 3 ພັກ ລາວ- ຫວຽດນາມ-ກຳປູເຈຍ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊັນ, ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີ ແຫ່ງລາຊາອານາຈັກກຳປູເຈຍ.

ໃນການພົບປະຄັ້ງນີ້, ຜູ້ນຳຂອງທັງ 3 ພັກ ໄດ້ຕີລາຄາສູງ ຕໍ່ຄວາມໝາຍຄວາມສຳຄັນຂອງການພົບປະ; ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານພັກ, ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນບັນຫາທີ່ສາມປະເທດພວມສຸມໃສ່ການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19.

ຜູ້ນຳທັງສາມພັກ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ; ພ້ອມກັນເປັນເອກະພາບກ່ຽວກັບຄວາມສຳຄັນຂອງສາຍພົວພັນທີ່ເປັນມູນເຊື້້ອ, ສາມັກຄີມິດຕະພາບ ແລະ ສະໜິດຕິດພັນລະຫວ່າງສາມພັກ ແລະ ສາມປະເທດ. ຜູ້ນຳສາມປະເທດໄດ້ເປັນເອກະພາບຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ; ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີໃນປະຈຸບັນ ແລະ ສືບຕໍ່ແລກປ່ຽນ, ຮ່ວມມືໃນຂົງເຂດຕ່າງໆໃນໄລຍະຕໍ່່ໜ້າ, ເພື່ອຜົນປະໂຫຍດຂອງປະຊາຊົນສາມຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...