Homeຂ່າວຕ່າງປະເທດຝຣັ່ງເສດກຽມຮຽກເງິນຊົດເຊີຍຈາກອົດສະຕາລີ 40 ຕື້ໂດລາ ຂໍ້ຫາຍົກເລີກຂໍ້ຕົກລົງເຮືອດຳນໍ້າ

ຝຣັ່ງເສດກຽມຮຽກເງິນຊົດເຊີຍຈາກອົດສະຕາລີ 40 ຕື້ໂດລາ ຂໍ້ຫາຍົກເລີກຂໍ້ຕົກລົງເຮືອດຳນໍ້າ

Published on

ເວັບໄຊ MGR Online ລາຍງານ: ນາວາລ ກຣຸບ (Naval Group) ເຊິ່ງເປັນບໍລິສັດຕໍ່ເຮືອຂອງຝຣັ່ງເສດ ກຽມຈະສົ່ງລາຍລະອຽດ ແລະຂໍ້ສະເໜີທີ່ຜ່ານການຄິດໄລ່ດ້ານຄ່າເສຍຫາຍໄປໃຫ້ອົດສະຕາລີ ເພື່ອຮຽກເງິນຊົດເຊີຍພາຍຫຼັງອົດສະຕາລີຍົກເລີກຂໍ້ຕົກລົງມູນຄ່າ 40 ຕື້ໂດລາສະຫະລັດກ່ອນຈະຫັນໄປເຊັນສັນຍາຂໍ້ຕົກລົງໃໝ່ກັບສະຫະລັດອາເມລະກາ ແລະ ອັງກິດແທນ.

ຊີອີໂອຂອງ ນາວາລ ກຣຸບ ກ່າວວ່າ ອົດສະຕາລີຍົກເລີກສັນຍາໂດຍບໍ່ມີການແຈ້ງການລ່ວງໜ້າໃດໆກັບທາງບໍລິສັດ ພ້ອມຢືນຢັນວ່າຈະມີການຈັດສົ່ງລາຍລະອຽດ ແລະຂໍ້ສະເໜີທີ່ຜ່ານການຄິດໄລ່ແບບປະມານທີ່ພວກເຂົາຄາດຫວັງວ່າທາງການອົດສະຕາລີຕ້ອງໄດ້ຈ່າຍແທນຄ່າເສຍຫາຍສຳລັບການຍົກເລີກຂໍ້ຕົກລົງໃນປີ 2016.

ຢ່າງໃດກໍຕາມ, ທາງການອົດສະຕາລີກໍໄດ້ໂຕ້ແຍ້ງຂໍ້ກ່າວຫາທີ່ທາງຝຣັ່ງເສດອ້າງວ່າ ບໍ່ມີການແຈ້ງລ່ວງໜ້າ ທັງເນັ້ນຢໍ້າວ່າຂໍ້ຕົກລົງດັ່ງກ່າວມີຄວາມຫຼ້າຊ້າແກ່ຍາວມາຫຼາຍປີ ພ້ອມກາຍກຳນົດເວລາແລ້ວ ຂະນະທີ່ອົດສະຕາລີໄດ້ດຳເນີນການທົບທວນສັນຍາດັ່ງກ່າວມາແຕ່ຕົ້ນເດືອນມັງກອນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...