Homeຂ່າວຕ່າງປະເທດເກີດເຫດແຜ່ນດິນໄຫວ 5.8 ຣິກເຕີໃນລັດວິກຕໍເຣຍ, ອົດສະຕາລີ

ເກີດເຫດແຜ່ນດິນໄຫວ 5.8 ຣິກເຕີໃນລັດວິກຕໍເຣຍ, ອົດສະຕາລີ

Published on

ເວັບໄຊ 9News ລາຍງານ: ຕອນເຊົ້າມື້ນີ້ໄດ້ເກີດແຜ່ນດິນໄຫວຂະໜາດ 5.8 ຣິກເຕີໃກ້ກັບເມືອງແມນສ໌ຟິນ, ລັດວິກຕໍເຣຍ, ປະເທດອົດສະຕາລີ ຫ່າງຈາກເມລເບິນໄປທາງທິດຕາເວັນອອກສ່ຽງເໜືອ 180 ກິໂລແມັດ ໂດຍມີແຮງສັ່ນສະເທືອນ 30 ວິນາທີ ຂະນະທີ່ເຈົ້າໜ້າທີ່ໄດ້ເຕືອນປະຊາຊົນຊົນໃຫ້ກຽມພ້ອມຮັບມີກັບອາຟເຕີຊັອກທີ່ຈະເກີດຂຶ້ນ ພາຍຫຼັງມີການບັນທຶກອາຟເຕີຊັອກ 4 ຣິກເຕີພາຍຫຼັງເກີດແຜ່ນດິນໄຫວ 18 ນາທີ.

ທ່ານ ເຈມ ເມີລີໂນ, ຮອງນາຍົກລັດຖະມົນຕີກ່າວວ່າ: ລັດວິຕໍເຣຍແມ່ນຢູ່ໃນພາວະເຝົ້າລະວັງ ເນື່ອງຈາກມີຄວາມສ່ຽງທີ່ຈະເກີດແຜ່ນດິໄຫວ ແລະ ອາຟເຕີຊັອກເພີ່ມ ທັງຈະເກີດແບບຕໍ່ເນື່ອງເປັນເວລາດົນຫຼາຍອາທິດ ຂະນະທີ່ທີມງານທໍລະນີສາດກໍໄດ້ຢືນຢັນວ່າ ມີຄວາມເປັນໄປໄດ້ທີ່ຈະເກີດອາຟເຕີຊັອກອີກຫຼາຍຄັ້ງ ແລະຍັງມີຄວາມສ່ຽງທີ່ຈະເກີດແຜ່ນດິນໄຫວໃນອະນາຄົດ.

ມີອາຄານບາງແຫ່ງທີ່ຕັ້ງຢູ່ສູນກາງຂອງເມືອງແມນສ໌ຟິນ ໄດ້ຮັບຄວາມເສຍຫາຍຈາກເຫດການແຜ່ນດິນໄຫວຄັ້ງນີ້ . ຢ່າງໃດກໍຕາມ, ຍັງບໍ່ມີລາຍງານກ່ຽວກັບຜູ້ທີ່ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...