Homeຂ່າວຕ່າງປະເທດ"ໄຟເຊີ-ໄບອອນເທັກ" ຢືນຢັນວັກຊີນປ້ອງກັນໂຄວິດຂອງບໍລິສັດປອດໄພຕໍ່ເດັກອາຍຸ 5-11 ປີ

“ໄຟເຊີ-ໄບອອນເທັກ” ຢືນຢັນວັກຊີນປ້ອງກັນໂຄວິດຂອງບໍລິສັດປອດໄພຕໍ່ເດັກອາຍຸ 5-11 ປີ

Published on

ເວັບໄຊ ປະຊາຊາດທຸລະກິດ ລາຍງານວ່າ: ບໍລິສັດຜະລິດວັກຊີນ “ໄຟເຊີ” ແລະ “ໄບອອນເທັກ” ຢືນຢັນວ່າ ວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດມີຄວາມປອດໄພຕໍ່ເດັກນ້ອຍໃນຊ່ວງອາຍຸລະຫວ່າງ 5-11 ປີ ເຊິ່ງປັດຈຸບັນທັງສອງບໍລິສັດກຳລັງຮຽກຮ້ອງໃຫ້ສະຫະລັດອາເມລິກາ, ເອີຣົບ ລວມທັງຫຼາຍປະເທດໃນໂລກ ອະນຸມັດການສັກວັກຊີນດັ່ງກ່າວໃຫ້ແກ່ເດັກນ້ອຍໂດຍໄວທີ່ສຸດ.

ຜູ້ຈັດການບໍລິສັດໄຟເຊີ ແລະ ໄບອອນເທັກ ກ່າວວ່າ: ການທົດລອງວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ຜະລິດຮ່ວມກັນ ກັບກຸ່ມປະຊາກອນທີ່ມີອາຍຸລະຫວ່າງ 5-11 ປີ ໃນຊ່ວງການທົດລອງທັງສາມຂັ້ນພົບວ່າ ມີການຕອບສະໜອງຂອງລະບົບພູມຄຸ້ມກັນ ແລະ ຄວາມປອດໄພໃນລະດັບດຽວກັບທີ່ເຄີຍທົດລອງກັບປະຊາກອນໃນກຸ່ມອາຍຸ 16-25 ປີ.

ຂະນະທີ່ກ່ອນໜ້ານີ້ ອົງການອາຫານ ແລະ ຢາສະຫະລັດ (FDA) ກໍໄດ້ກຽມອະນຸມັດການສັກວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດໄຟເຊີ-ໄບອອນເທັກ ສຳລັບເດັກທີ່ມີອາຍຸ 5-11 ປີ ໃນທ້າຍເດືອນຕຸລາທີ່ຈະມາເຖິງນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...