Homeຂ່າວຕ່າງປະເທດເຮືອດຳນໍ້ານິວເຄຼຍເປັນເຫດ! ຝຣັ່ງເສດຖອນຕົວເຈລະຈາດ້ານຄວາມໝັ້ນຄົງກັບອັງກິດ

ເຮືອດຳນໍ້ານິວເຄຼຍເປັນເຫດ! ຝຣັ່ງເສດຖອນຕົວເຈລະຈາດ້ານຄວາມໝັ້ນຄົງກັບອັງກິດ

Published on

ເວັບໄຊໄທຣັສອອນໄລນ໌ລາຍງານ: ຈາກປະເດັນທີ່ສາມປະເທດຍັກໃຫຍ່ເຊັ່ນ ສະຫະລັດອາເມລິກາ, ສະຫະຣາຊະອານາຈັກອັງກິດ ແລະ ອົດສະຕາລີ ຈັບມືກັນດ້ານສົນທິສັນຍາຄວາມໝັ້ນຄົງ “AUKUS” ບວກກັບເລື່ອງການຈີກສັນຍາເຮືອດຳນໍ້າ ໄດ້ກະຕຸ້ນຕ່ອມໂມໂຫໃຫ້ແກ່ຝຣັ່ງເສດຈົນຕ້ອງຂໍຖອນຕົວອອກຈາກການເຈລະຈາດ້ານຄວາມໝັ້ນຄົງກັບອັງກິດ ທີ່ກຸງລອນດອນໃນອາທິດຜ່ານມາ.

ພາຍໃຕ້ຂໍ້ຕົກລົງສົນທິສັນຍາຄວາມໝັ້ນຄົງ “AUKUS” ມີຄວາມກ່ຽວຂ້ອງກັບຝຣັ່ງເສດ ເນື່ອງຈາກທາງການສະຫະລັດອາເມລິກາຈະຊ່ວຍເຮືອດຳນໍ້າພະລັງງານນິວເຄຼຍລຳທຳອິດໃຫ້ແກ່ອົດສະຕາລີ ເຊິ່ງຖືເປັນການຈີກສັນຍາທີ່ອົດສະຕາລີເຄີຍຕົກລົງເລື່ອງຈະຊື້ເຮືອດຳນໍ້າຈາກຝຣັ່ງເສດຈຳນວນ 12 ລຳກ່ອນໜ້ານີ້ ຂະນະທີ່ໃນຊ່ວງອາທິດຜ່ານມາ ລັດຖະບານຝຣັ່ງເສດກໍໄດ້ຕອບໂຕ້ສະຫະລັດອາເມລິກາ ແລະອົດສະຕາລີ ດ້ວຍການຮຽກຕົວເອກອັກຄະຣາຊະທູດຝຣັ່ງເສດ ປະຈຳກຸງວໍຊິງຕັນ ດີ.ຊີ ແລະ ກຸງແຄນເບີຣາ ກັບຄືນປະເທດ ເຊິ່ງຖືເປັນມາດຕະການຕອບໂຕ້ທາງການທູດທີ່ບໍ່ເຄີຍມີມາກ່ອນຂອງຊາດທີ່ເປັນພັນທະມິດກັນ.

ຢ່າງໃດກໍຕາມ, ເຖິງແມ່ນນາຍົກລັດຖະມົນຕີຂອງອັງກິດຈະພະຍາຍາມອະທິບາຍເຖິງຂໍ້ດີໃນສົນທິສັນຍາດ້ານຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ “AUKUS” ເພື່ອຫວັງຫຼຸດຜ່ອນຂໍ້ກັງວົນບາງປະການແກ່ຝຣັ່ງເສດ ສຸດທ້າຍກໍບໍ່ສາມາດຮັກສາປະເທດພັນທະມິດນີ້ໄວ້ໄດ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...