spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 14 ກັນຍາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 14 ກັນຍາ 2021

Published on

ຕາມການລາຍງານຂອງຄະນະສະເພາະກິດ ສູນຂ່າວສານການແພດສຸຂະສຶກສາ ປະຈໍາວັນທີ 14 ກັນຍາ 2021 ກ່ຽວກັບການຕິດເຊື້ອຂອງພະຍາດໂຄວິດ-19 ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 127 ຄົນ, ເຊິ່ງຕິດເຊື້ອໃນຊຸມຊົນ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 73 ຄົນ ເຊິ່ງ ມາຈາກ ແຂວງສະຫວັນນະເຂດ 24 ຄົນ, ນະຄອນຫຼວງ 11 ຄົນ, ຄຳມ່ວນ 30 ຄົນ, ສາລະວັນ 6 ຄົນ ແລະ ຫຼວງພະບາງ 2​ ຄົນ, ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:

1. ນະຄອນຫຼວງວຽງຈັນ 24 ຄົນ:
– ບ້ານ ອາມອນ, ເມືອງໄຊເສດຖາ 2 ຄົນ (ພໍ່ ແລະ ລູກ)
– ບ້ານ ດອນນົກຂຸ້ມ 2 ຄົນ
– ບ້ານ ດົງນາໂຊກໃຕ້, ເມືອງ ສີໂຄດ 1 ຄົນ (ນັກສຶກສາ, ແຕ່ພັກຮຽນ ເຮັດວຽກເສີມຢູ່ຮ້ານ Mini BigC ສາຂາແຖວທະນາຄານກາງ)
*ຜູ້ກ່ຽວພັກຢູ່ຫ້ອງແຖວດຽວກັນ ກັບກໍລະນີຕິດເຊື້ອ ທີ່ລາຍງານວັນທີ 11 ກັນຍາ ບໍ່ໄດ້ສຳຜັດໂດຍກົງ ບໍ່ໄດ້ພົບກັນ, ຜູ້ກ່ຽວພັກຢູ່ຫ້ອງເບິ 10 ແລະ ຜູ້ຕິດເຊື້ອພັກຢູ່ຫ້ອງເບີ 12
*​ໝາຍເຫດ: ຢູ່ຫ້ອງນຳກັນ 3 ຄົນລວມທັງຜູ້ກ່ຽວ, ໝູ່ 2 ຄົນໄດ້ເກັບຕົວຢ່ງພ້ອມກັນ ຢູ່ບຶງຂະຫຍອງວັນທີ 13 ກັນຍາ 2021
– ບ້ານ ໄຊສະຫວ່າງ, ເມືອງ ໄຊທານີ 2 ຄົນ (ທັງ 2 ຄົນແມ່ນ ຄົນໄທ, ເປັນວິຊາການ ຊ່າງແປງຈັກ ຂອງໂຮງງານຕັດຫຍິບ ອິນເຕີເມັດ ແຟຊັນ)
– ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ 3 ຄົນ (ຄອບຄົວດຽວກັນ, ທັງໝົດບໍ່ມີອາການ, ທັງສາມຄົນເດີນທາງໄປຮ່ວມເຮືອນດີ ຢູ່ບ້ານສາງນ້ຳມັນ, ນະຄອນປາກເຊ ວັນທີ 3-10 ກັນຍາ 2021 ພ້ອມກັນກັບ 9 ຄົນ ທີ່ລາຍງານມື້ວານນີ້, ໃນຄອບຄົວມີອີກ 4 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ: ເມຍ, ລູກອີກ 2 ຄົນ ແລະ ແມ່ເຖົ້າ ທີ່ຈະໄປກວດມື້ນີ້)
– ບ້ານ ດອນກະຊາຍ, ເມືອງຫາດຊາຍຟອງ 4 ຄົນ (ເປັນຄອບຄົວດຽວກັນ ພໍ່ແມ່ ແລະລູກ ເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ ເຊັ່ນດຽວກັນ)
– ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ 1 ຄົນ, ອາຊີບ: ຂັບລົດທ່ອງທ່ຽວ, ປະຫວັດເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ ໄລຍະວັນທີ 4-6 ກັນຍາ 2021, ຊ່ວງກັບມານະຄອນຫລວງວຽງຈັນ ໃນວັນທີ 11 ຜູ້ກ່ຽວ ໄປຊ່ວຍວຽກເຮືອນດີ ບ້ານ ໂພນເຄັງ (ຂັບລົດຮັບສົ່ງຄູບາ) ແຕ່ງານສົ່ງສະການ ແມ່ນຢູ່ຮ່ອງສຸພາບ
– ບ້ານ ດົງໝາກຄາຍ 1 ຄົນ, ເພດຍິງ, ພະນັກງານຊັບພະຍາກອນນໍ້າ ມີປະຫວັດ ເດີນທາງໄປເຮືອນດີຢູ່ ບ້ານສ້າງນ້ຳມັນ, ນະຄອນປາກເຊ ໃນຊ່ວງຕົ້ນເດືອນ 9, ຫລັງຈາກກັບມານະຄອນຫຼວງ ຊ່ວງວັນທີ 7-10 ກັນຍາ ຜູ້ກ່ຽວໄປວຽກປົກກະຕິ (ເພື່ອນຮ່ວມງານທີ່ນັ່ງຢູ່ຫ້ອງດຽວກັນປະມານ 10 ຄົນ)
*ໝາຍເຫດ: ຄົນໃນຄອບຄົວມີ 5 ຄົນ , ຕິດເຊື້ອແລ້ວ 2 ຄົນ ຍັງແຕ່ລູກ 3 ຄົນ (ອາຍຸ 15 ປີ ເພດຍິງ, ອາຍຸ 12 ປີ ເພດຊາຍ: ມີໄຂ້ ວັນທີ 10 ກັນຍາ ແລະ ອາຍຸ 3 ປີ ເພດຊາຍ)
*ວັນທີ 10 ກັນຍາ: ຜູ້ກ່ຽວໄດ້ໄປຮັບເອົາລູກຊາຍ ອາຍຸ 12 ປີ ຢູ່ແຂວງວຽງຈັນ ເມືອງໂພນໂຮງ ບ້ານໂພນງາມ.
– ກຸ່ມຕະຫລາດ ດົງໝາກຄາຍ , ເມືອງໄຊທານີ ທັງໝົດ 6 ຄົນ (ເຊື່ອມໂຍງກັບຜູ້ ຂາຍຜັກ ຕະຫລາດດອນໜູນ ທີ່ລາຍງານຕິດເຊື້ອ ໃນອາທິດຜ່ານມາ)
*ບ້ານ ດ່ານຊ້າງ, ບ້ານ ໂນແສງຈັນ ແລະ ບ້ານ ລາດຄວາຍ

2. ສະຫວັນນະເຂດ 4 ຄົນ:
– ບ້ານອຸດົມວິໄລ 2 ຄົນ (ສາມີ-ພັນລະຍາ) ມາເປັນກໍາມະກອນກໍ່ສ້າງຢູ່ເຮືອນຂອງພະນັກງານແພດ ທີ່ເຮັດວຽກຢູ່ຕຶກເດັກຂອງໂຮງຫມໍແຂວງສະຫວັນນະເຂດ.
– ເຈົ້າໜ້າທີ່ຕໍາຫລວດຄ້າຍຄຸມຂັງ 1 ຄົນ
– ບ້ານຫົວເມືອງເໜືອ 1 ຄົນ

3. ຈຳປາສັກ 13 ຄົນ: ທັງໝົດແມ່ນຈຸ້ມກໍລະນີທີ່ກ່ຽວຂ້ອງກັບເມືອງປະທຸມພອນ

4. ຄຳມ່ວນ 9 ຄົນ:​
– ເມືອງໜອງບົກ 7 ຄົນ: ບ້ານ ດົງບູນ 1 ຄົນ, ບ້ານ ດົງຂວາງ 1 ຄົນ ແລະ ບ້ານໂພນເມືອງ 5 ຄົນ
– ເມືອງມະຫາໄຊ: ບ້ານໂພນສະອາດ 2 ຄົນ

5. ສາລະວັນ 4 ຄົນ: ທັງໝົດເປັນຄອບຄົວດຽວກັນ ຢູ່ບ້ານນາໂດນ, ເມືອງສາລະວັນ ຊື່ງໄດ້ພົວພັນໃກ້ຊິດກັບພະນັກງານທີ່ຕິດເຊື້ອ ແລະ ໄດ້ລາຍງານໃນວັນທີ 5 ກັນຍາ 2021.
*ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ປະຈຳວັນທີ 14 ກັນຍາ 2021
– ພະແນກຊັບພະຍາກອນນະຄອນຫຼວງ ດົງໝາກຄາຍ (ລະຫວ່າງວັນທີ 7 ຫາ ວັນທີ 10/9/21)
– ຮ້ານອາເມຊອນ ສາຂາທາດຫຼວງ (ວັນທີ 11/9/21)
– ຮ້ານໂປກິ ເກົາຫຼີຢູ່ແຖວ ດົງໂດກ (ວັນທີ 11/9/21)
– ບໍລິສັດຮຸ່ງອາລຸນ ສາຂາບ້ານທ່າດິນແດງ (ວັນທີ 13/9/21)
– ຮ້ານ Mini BigC ສາຂາແຖວທະນາຄານກາງ (ສະຖານທີ່ຜູ້ຕິດເຊື້ອເຮັດວຽກ)
– ບໍລິສັດ ອິນຕິເມດ ແຟຊັນ (Intimate fashion ເປັນໂຮງງານຕັດຫຍິບ) ບ້ານໄຊສະຫວ່າງ, ເມືອງ ໄຊທານີ (ສະຖານທີ່່ຜູ້ຕິດເຊື້ອເຮັດວຽກ)

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,682 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,414 ຄົນ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...