Homeຂ່າວຕ່າງປະເທດເຖົ້າແກ່ຈີນຖືກຈັບ ຍ້ອນໃສ່ຝິ່ນໃນອາຫານ ເຮັດໃຫ້ແຊບຜິດປົກກະຕິ

ເຖົ້າແກ່ຈີນຖືກຈັບ ຍ້ອນໃສ່ຝິ່ນໃນອາຫານ ເຮັດໃຫ້ແຊບຜິດປົກກະຕິ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າໃນທ້າຍເດືອນສິງຫາທີ່ຜ່ານມາສະຖານີຕໍາຫຼວດໃນເມືອງຫຼຽນຢຸນກັງ ມົນທົນ ຈຽງຊູ ປະເທດຈີນ ໄດ້ຮັບແຈ້ງຈາກພົນລະເມືອງດີຄົນໜຶ່ງວ່າມີຮ້ານອາຫານແຫ່ງໜຶ່ງໄດ້ໃຊ້ສ່ວນປະສົມທີ່ຜິດກົດໝາຍໃສ່ໃນອາຫານ.

ໂດຍພົນລະເມືອງດີທີ່ໄດ້ແຈ້ງກັບຕໍາຫຼວດກ່າວວ່າ: ເຂົາໄດ້ເຫັນວິດີໂອກ່ຽວກັບການເຕືອນໄພຂອງພໍ່ຄ້າບາງຄົນໃນສື່ອອນລາຍທີ່ລັກໃສ່ດອກຝິ່ນໃນອາຫານເຮັດໃຫ້ອາຫານແຊບຂຶ້ນ ແລະ ໂຕເຂົາເອງມີຮ້ານອາຫານຮ້ານປະຈໍາທີ່ມັກຢູ່ຮ້ານໜຶ່ງ ເຂົາເລີຍຄິດວ່າຮ້ານທີ່ເຂົາມັກນັ້ນຈະປະສົມຜົງຝິ່ນລົງໄປໃນອາຫານຫຼືບໍ່ ເຂົາຈຶ່ງໄດ້ແຈ້ງຕໍາຫຼວດເພື່ອໄປກວດສອບ ຜົນປາກົດວ່າ ຮ້ານອາຫານດັ່ງກ່າວໄດ້ປະສົມຜົງຝິ່ນ ແລະ ສານອື່ນໆໃສ່ໃນອາຫານ. ດັ່ງນັ້ນ, ທາງຕໍາຫຼວດຈຶ່ງໄດ້ປະສານໄປຫາອົງກອນການອາຫານ ແລະ ຢາ ເພື່ອເພື່ອມາກວດຄົ້ນຮ້ານດັ່ງກ່າວ.

ທາງດ້ານເຈົ້າຂອງຮ້ານໄດ້ຍອມຮັບສາລະພາບວ່າໄດ້ໃສ່ຜົງຝິ່ນລົງໄປໃນອາຫານ ໂດຍມີຂໍ້ອ້າງວ່າຕົນເອງບໍ່ມີທາງເລືອກ ແລະ ມັນເປັນຫົນທາງດຽວທີ່ຈະເຮັດໃຫ້ກັບມາຂາຍດີອີກຄັ້ງ ຫຼັງຈາກໃສ່ຝິ່ນໃນອາຫານ ກໍເຮັດໃຫ້ຮ້ານມາຂາຍດີອີກຄັ້ງໜຶ່ງ ແລະ ມີລູກຄ້າເພີ່ມຂຶ້ນເລື້ອຍໆ ຈົນສຸດທ້າຍຕໍາຫຼວດກໍໄດ້ເຂົ້າມາຈັບກຸມ ແລະ ກໍາລັງຢູ່ໃນຂັ້ນຕອນການດໍາເນີນຄະດີ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...