Homeຂ່າວພາຍ​ໃນເຝົ້າລະວັງ! ສາຍພັນມູ ເນື່ອງຈາກພົບໃນ 42 ປະເທດ ແລະ 49 ລັດ ຂອງສະຫາລັດອາເມລິກາ ແລ້ວ

ເຝົ້າລະວັງ! ສາຍພັນມູ ເນື່ອງຈາກພົບໃນ 42 ປະເທດ ແລະ 49 ລັດ ຂອງສະຫາລັດອາເມລິກາ ແລ້ວ

Published on

ຕາມການຖະແຫຼ່ງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 4 ກັນຍາ 2021, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ:

ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ ພະຍາດ ໂຄວິດ-19 ມີການພັດທະນາ ແລະ ປັບພັນທຸກໍາໂຕເອງ ຂອງພວກມັນໄປເລື້ອຍໆ, ໃນວັນທີ 30 ສິງຫາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ໄດ້ອອກມາແຈ້ງວ່າສາຍພັນມູ (Mu) ລະຫັດ B.1.612 ເປັນສາຍພັນທີ່ຫນ້າຈັບຕາເບິ່ງເປັນທີ່ສຸດ, ສາຍພັນນີ້ພົບຄັ້ງທໍາອິດຢູ່ ປະເທດ ໂຄລໍາເບຍ ໃນເດືອນ ມັງກອນ 2021 ແລະ ແຜ່ລະບາດ ໄປໃນຫຼາຍປະເທດຂອງ ທະວີບ ອາເມລິກາໄຕ້, ທະວິບຢູໂກຼບ, ປະຈຸບັນ ສາຍພັນມູ ນີ້ ພົບໃນ 42 ປະເທດ ແລະ 49 ລັດ ຂອງສະຫາລັດອາເມລິກາ.

ໃນ ສປປ ລາວ ຍັງບໍ່ທັນພົບສາຍພັນນີ້ ແຕ່ວ່າ ການເດີນທາງເຂົ້າອອກ ແມ່ນຕ້ອງໄດ້ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ແລະ ຕິດຕາມ ການເກີດລະບາດໃນທົ່ວໂລກ ເພື່ອຄວາມພ້ອມ ແລະ ປະເມີນສະຖານະການແລະ ກຽມພ້ອມຮັບມືໃນບ້ານເຮົາ.

ການສັກວັນຊີນຍັງແມ່ນວິທີທາງທີ່ດີທີ່ສຸດເພື່ອປ້ອງກັນການເສຍຊິວິດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...