Homeຂ່າວພາຍ​ໃນສະຫຼຸບລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ +41 ໃນບັນດາແຂວງຕ່າງໆ

ສະຫຼຸບລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ +41 ໃນບັນດາແຂວງຕ່າງໆ

Published on

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ວັນທີ 2 ກັນຍາ 2021 ໃຫ້ຮູ້ວ່າ:ສປປ ລາວ ໄດ້ ວັນທີ 1/9/2021 ໄດ້ກວດວິເຄາະທັງໝົດ 3711 ຕົວຢ່າງ ແລະ ກວດພົບເຊື້ອໃໝ່ 170 ຕົວຢ່າງ. ນະຄອນຫຼວງ: 17 (ນໍາເຂົ້າ), 9 (ຊຸມຊົນ), ບໍ່ແກ້ວ : 4ຄົນ (ຊຸມຊົນ), ໄຊຍະບູລີ: 1ຄົນ (ນໍາເຂົ້າ), ຫຼວງພະບາງ: 1ຄົນ (ຊຸມຊົນ), ບໍລິຄໍາໄຊ: 3ຄົນ (ນໍາເຂົ້າ), ຄໍາມ່ວນ: 13 (ນໍາເຂົ້າ) 4 (ຊຸມຊົນ), ສາລະວັນ: 41 (ນໍາເຂົ້າ), 1 (ຊຸມຊົນ), ສະຫວັນນະເຂດ: 48 (ນໍາເຂົ້າ), 22 (ຊຸມຊົນ), ຈໍາປາສັກ: 6ຄົນ (ນໍາເຂົ້າ). ປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 15,459 ຄົນ, ເສຍຊີວິດ ສະສົມ 14 ຄົນ ແລະ ກຳລັງປິ່ນປົວ 5,317 ຄົນ ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຊຸມຊົນ: – ນະຄອນຫຼວງວຽງຈັນ 9 ຄົນ: 1 ຄົນ ແມ່ນເພດຊາຍ ອາຍຸ 44 ປີ ມາຈາກ ບ້ານ ໜອງແຫ້ວ ເມືອງຫາດຊາຍຟອງ ເຊິ່ງໄດ້ກັກໂຕແຍກປ່ຽວຢູ່ບ້ານຕັ້ງແຕ່ວັນທີ່ 24 ສິງຫາ 2021 ແລະ ອີກ 8 ຄົນ ເດີນທາງມາຈາກບໍ່ແກ້ວ ທີ່ມາກັກຕົວ ຢູ່ ສູນຫລັກ 27 ແລະ ສູນ ປາກງື່ມ. – ສະຫວັນນະເຂດ 22 ຄົນ:
  • ພະນັກງານແພດ 1 ຄົນ,
  • 01 ຄົນ ເປັນພະຍາບານ ຢູ່ບ້ານໄຊຍະພູມ ແຕ່ເຮັດວຽກຢູ່ຕຶກເດັກຂອງໂຮງໝໍ ແຂວງສະຫວັນນະເຂດ;
  • 03 ຄົນ ເປັນພະນັກງານ ລັດຕະນະລັງສີ,
  • 02 ຄົນ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ເຊິ່ງມີສາຍພົວພັນກັບພະນັກງານຂັບລົດ ບໍລິສັດຕະນະວົງ
  • ອີກ 13 ຄົນ ເປັນພະນັກງານເວນຍາມຂອງບໍລິສັດສະຫວັນປາກ – 01 ຄົນ ປະຊາຊົນຢູ່ບ້ານອຸດົມວິໄລ ແລະ 01 ຄົນ ຢູ່ບ້ານລັດຕະນະລັງສີໃຕ້
  • ອີກ 01 ຄົນ ຢູ່ບ້ານໂພນສະຫວ່າງໃຕ້
– ຄໍາມ່ວນ 4 ຄົນ:
  • 03 ຄົນ ແມ່ນອາສາສະຫນັກ ທີ່ເປັນພະຍາບານ ມາປະຈໍາການຢູ່ສູນກັກກັນສະຫນາມກິລາແຂວງຄໍາມ່ວນ ໃນວັນທີ 21 ສິງຫາ 2021) ເຊິ່ງທັງ 03 ຄົນ ມີອາການໄຂ້ ແລະ ໄອ ໃນວັນທີ 31 ສິງຫາ 2021
  • ອີກ 01 ຄົນ ຢູ່ບ້ານເລົ່າໂພນໄຊ ເມືອງທ່າແຂກ ເປັນຜູ້ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອ
– ບໍ່ແກ້ວ 4 ຄົນ: 3 ຄົນຈາກເມືອງຕົ້ນເຜິ້ງ (ໜຶ່ງໃນ 3 ຄົນ ແມ່ນ ເຈົ້າໜ້າທີ່ຕໍາຫຼວດ ຈາກເມືອງຕົ້ນເຜິ້ງ) ແລະ ອີກ 1 ຄົນ ຈາກເມືອງຫ້ວຍຊາຍ. -ຫຼວງພະບາງ 1 ຄົນ : ເປັນເພດຍິງ ອາຍຸ 49 ປີ ອາຊີບເຮັດນາ ບ້ານນາຝາຍ ເມືອງນານ ເປັນຜູ້ສໍາຜັດກັບຜູ້ຕິດເຊື້ອ ກ່ອນໜ້ານີ້ (ໄດ້ໄປຮ່ວມງານສົບ) -ສາລະວັນ 1 ຄົນ : ເປັນພະນັກງານຂັບລົດທະຫານ ປະຈໍາ ຢູ່ສູນວິທະຍາໄລຄູເມືອງສາລະວັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...