Homeຂ່າວຕ່າງປະເທດອາເມລິກາປະກາດຍຸດຕິການປະຕິບັດການທາງທະຫານທີ່ອັພການິດສະຖານ

ອາເມລິກາປະກາດຍຸດຕິການປະຕິບັດການທາງທະຫານທີ່ອັພການິດສະຖານ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ໃນກາງຄືນວັນທີ 30 ສິງຫາ 2021 ທີ່ຜ່ານມາທາງການຂອງສະຫະລັດອາເມລິກາໄດ້ປະກາດສິ້ນສຸດການປະຕິບັດການທາງການທະຫານທີ່ດົນທີ່ສຸດເຖິງ 20 ປີ ໃນອັພການິດສະຖານຢ່າງເປັນທາງການ ຫຼັງຈາກທີ່ອົບພະຍົບທະຫານກຸ່ມສຸດທ້າຍອອກຈາກກຸງຄາບູ ພາຍໃຕ້ຂໍ້ຕົກລົງທີ່ໄດ້ເຮັດໄວ້ກັບກຸ່ມຕາລີບັນ.

ເຄື່ອງບິນລໍາລຽງ C17 ຖ້ຽວບິນສຸດທ້າຍຂອງກອງທັບສະຫະລັດໄດ້ນໍາທະຫານອອກຈາກສະໜາມບິນນານາຊາດຮາມິດ ຄຣາໄຊ ກຸງຄາບູ ປະຈໍາອັພການິດສະຖານ ໃນເວລາ 23:59 ໂມງ ເຊິ່ງຢູ່ພາຍໃຕ້ຂໍ້ກໍານົດທີ່ກຸ່ມຕາລີບັນໄດ້ກໍານົດໃຫ້ທາງສະຫະລັດຖອນກໍາລັງທະຫານອອກພາຍໃນວັນທີ 31 ສິງຫາ 2021, ຫຼັງຈາກທີ່ເຄື່ອງບິນຖ້ຽວສຸດທ້າຍຂອງອາເມລິກາໄດ້ບິນອອກຈາກອັພການິດສະຖານສະມາຊິກກຸ່ມຕາລີບັນກໍພາກັນຍິງປືນຂຶ້ນຟ້າເພື່ອສະເຫຼີມສະຫຼອງ.

ໃນໄລຍະເວລາເກືອບ 20 ປີຂອງການປະຕິບັດທາງການທະຫານໃນອັພການິດສະຖານໄດ້ເຮັດໃຫ້ທະຫານຂອງອາເມລິກາເສຍຊີວິດໄປທັງໝົດ 2.461 ຄົນ ແລະ ມີຫຼາຍກວ່າ 20,000 ຄົນ ໄດ້ຮັບບາດເຈັບ. ສະຫຼຸບແລ້ວການອົບພະຍົບອອກຈາກອັພການິດສະຖານແມ່ນໃຊ້ເວລາທັງໝົດ 18 ມື້ ໂດຍທາງສະຫະລັດສາມາດອົບພະຍົບທະຫານອອກໄດ້ຫຼາຍກວ່າ 123,000 ຄົນ ຫຼື ມື້ລະ 7,500 ຄົນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...