Homeຂ່າວຕ່າງປະເທດສະຫລົດ! ຍິງອິນເດຍ ຖືກພີ່ນ້ອງລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ!

ສະຫລົດ! ຍິງອິນເດຍ ຖືກພີ່ນ້ອງລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ!

Published on

1957
(ພາບປະກອບຂ່າວ)

 

ຍິງອິນເດຍ ຖືກພີ່ນ້ອງຂອງຕົນລຸມທຸບຕີຈົນເສຍຊີວິດ ຍ້ອນສົງໄສວ່າເປັນແມ່ມົດ ເສກມົນດຳໃສ່ຫລານ.

 

ວັນທີ 28 ຕຸລານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດການໄລ່ລ່າແມ່ມົດໃນເຂດເປມີທຣາ ລັດສັດຕິສະຄອນ

ທາງຕອນກາງຂອງປະເທດອິນເດຍ ໂດຍຜູ້ເຄາະຮ້າຍແມ່ນ ນາງ ດຸຄຸນຮີນ ໄບ ອາຍຸ 55 ປີ ໄດ້ຖືກກຸ່ມພີ່ນ້ອງຂອງຕົນເອງ

ລວມ 12 ຄົນ ລຸມທຸບຕີຈົນເຖິງແກ່ຄວາມຕາຍ ຍ້ອນເຊື່ອວ່ານາງເປັນສາເຫດເຮັດໃຫ້ລູກຊາຍຂອງ ທ້າວ ນາກຸນ ປາເທ

ຜູ້ທີ່ເປັນນ້ອງເຂີຍຈົນເປັນໄຂ້ລົ້ມປ່ວຍລົງ ດ້ວຍການເສກມົນດຳ.

 

ແຫລ່ງຂ່າວໄດ້ເຜີຍວ່າ ບັນດາພີ່ນ້ອງໄດ້ບຸກເຂົ້າມາຈັບຕົວຜູ້ເຄາະຮ້າຍດັ່ງກ່າວ ໃນຄືນວັນທີ 25 ຕຸລາ 2014 ແລ້ວລາກ

ນາງອອກໄປທີ່ລານໜ້າເຮືອນ ຈັບນາງຖອດເສື້ອຜ້າອອກ ແລ້ວເອົາໝາກເຜັດຍັດໃສ່ປາກ, ຮູດັງ ແລະ ຊ່ອງຄອດຂອງ

ນາງໄວ້, ຫລັງຈາກນັ້ນ ພວກເຂົາກໍໄດ້ລຸມເຕະ ແລະ ທຸບຕີນາງດ້ວຍໄມ້ ເຊິ່ງຊາວບ້ານສ່ວນໃຫຍ່ກໍພາກັນຢືນເບິ່ງ ແຕ່ກໍ

ບໍ່ມີໃຜເຂົ້າມາຫ້າມ ຫລື ຊ່ວຍເຫລືອເລີຍ.

 

ນາງ ດຸຄຸນຮີນ ຖືກນຳຕົວສົ່ງໂຮງໝໍຢ່າງຮີບດ່ວນ ແຕ່ກໍບໍ່ສາມາດຊ່ວຍຊີວິດເອົາໄວ້ໄດ້, ສຳລັບບັນດາຜູ້ກໍ່ເຫດທັງ 12 ຄົນ

ໄດ້ຖືກຕຳຫລວດກັກຕົວໄວ້ໄດ້ໝົດໃນມື້ຖັດມາ.

 

ທັງນີ້ ໃນລັດສັດຕິສະຄອນ ໄດ້ມີກົດໝາຍລົງໂທດຜູ້ກະທຳການລ່າແມ່ມົດໄວ້ສູງ ເຖິງແມ່ນວ່າຈະມີການກ່າວຫາວ່າຜູ້ຍິງ

ເປັນແມ່ມົດ ກໍຈະມີໂທດຈຳຄຸກສູງສຸດເຖິງ 3 ປີ, ແຕ່ເຫດການທຳນອງນີ້ ກໍຍັງຄົງເກີດຂຶ້ນຢູ່ທຸກໆປີ ໂດຍສະເພາະໃນເຂດ

ພື້ນທີ່ຊົນນະບົດຂອງປະເທດ ເຊິ່ງສ່ວນໃຫຍ່ແມ່ໝ້າຍ ມັກຈະຕົກເປັນເປົ້າຂອງການລ່າແມ່ມົດຫລາຍທີ່ສຸດ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...