Homeຂ່າວພາຍ​ໃນສສກ ແຂວງຫຼວງພະບາງ ແຈ້ງໂຈະການເປີດໂຮງຮຽນ!

ສສກ ແຂວງຫຼວງພະບາງ ແຈ້ງໂຈະການເປີດໂຮງຮຽນ!

Published on

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ອອກແຈ້ງການ ໃຫ້ບັນດາໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມສຶກສາ ທັງພາກລັດ ແລະ ເອກະຊົນ ທົ່ວແຂວງຫຼວງພະບາງ ໂຈະການເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາ 2021 (ສົກຮຽນ 2021-2022)

ຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ຂໍຖືເປັນກຽດແຈ້ງການມາຍັງທ່ານ ພ້ອມກັນສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ໃນຂະແໜງການສຶກສາ ແລະ ກີລາ ດັ່ງນີ້ :

  1. ສໍາລັບການເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາ 2021 ໃນທຸກຊັ້ນ, ທຸກສາຍ ແລະ ທຸກຂັ້ນຮຽນ ທັງພາກລັດ ແລະ ເອກະຊົນ ແມ່ນໃຫ້ເລື່ອນໄປກ່ອນຈົນກວ່າຈະແຈ້ງການສະບັບໃໝ່.
  2. ໃຫ້ຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ສືບຕໍ່ໄປຮັບການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ຄົບຕາມລະບຽບການທີ່ໄດ້ກຳນົດ;
  3. ບໍ່ອະນຸຍາດໃຫ້ຫ້ອງການສຶກສາທິການ ແລະ ກີລາເມືອງ/ນະຄອນ, ໂຮງຮຽນຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມວຽກງານການສຶກສາຕ່າງໆ;

4. ສໍາລັບໂຮງຮຽນກິນນອນຊົນເຜົ່ານໍ້າບາກ, ຊົນເຜົ່າສ່ວນຫຼາຍ, ມສ ເດັກກໍາພ້າ, ມສ ສັນຕິພາບ (ຫ້ອງພອນສະຫວັນ, ມສ ປອງຄຳ, ການສຶກສາພິເສດ ແລະ ໂຮງຮຽນແຫ່ງຕ່າງໆພາຍໃນແຂວງຫຼວງພະບາງ ທີ່ມີນັກຮຽນມາຈາກເມືອງ, ແຂວງທີ່ມີຄວາມສ່ຽງ ແມ່ນບໍ່ອະນຸຍາດໃຫ້ມາສະເໜີຕົວເທື່ອຈົນກວ່າຈະມີແຈ້ງການສະບັບໃໝ່.

5. ອະນຸຍາດໃຫ້ໂຮງຮຽນບໍ່ຢູ່ໃນເຂດແດງເປີດຮັບນັກຮຽນທີ່ມາສະເໜີຕົວ ແຕ່ຕ້ອງຮັກສາລະບຽບຂອງຄະນະສະເພາະກິດວາງອອກ.

6. ສໍາລັບການມາປະຈໍາການຂອງພະນັກງານ, ຄູ-ອາຈານ ໃນຂະແໜງການສຶກສາ ແລະ ກິລາ ໃຫ້ມາປະຈໍາການເປັນປົກກະຕິ, ໃຫ້ພາກັນປະຕິບັດຕໍ່ການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...