spot_img
Homeຂ່າວຕ່າງປະເທດສິງກະໂປສົ່ງເຄື່ອງກວດໂຄວິດ-19 ແບບພົກພາ ພ້ອມກັບວິທີໃຊ້ງານ ແລະ ວິທີຖິ້ມຢ່າງລະອຽດກັບກັບປະຊາຊົນ

ສິງກະໂປສົ່ງເຄື່ອງກວດໂຄວິດ-19 ແບບພົກພາ ພ້ອມກັບວິທີໃຊ້ງານ ແລະ ວິທີຖິ້ມຢ່າງລະອຽດກັບກັບປະຊາຊົນ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ໃນວັນທີ 27 ສິງຫາ ທີ່ຜ່ານມາກະຊວງສາທາລະນະສຸກຂອງສິງກະໂປ ໄດ້ເລີ່ມສົ່ງເຄື່ອງກວດໂຄວິດ-19 ແບບພົກພາ ຊະນິດແອນຕິເຈນ ((Antigen Rapid Test) ) ໃຫ້ກັບທຸກຄົວເຮືອນຈໍານວນ 6 ອັນ/ຄອບຄົວ ຜ່ານທາງໄປສະນີ ໂດຍເລີ່ມຕັ້ງແຕ່ວັນທີ 28 ສິງຫາ ໄປຈົນຮອດວັນທີ 27 ກັນຍາ 2021 ເພື່ອເຮັດໃຫ້ປະຊາຊົນມີບົດບາດໃນການຈັດການກັບໂຣກລະບາດ ແລະ ປະເທດສິງກະໂປເອງກໍເປັນປະເທດທີ່ຄ່ອຍໆມີການຟື້ນໂຕຈາກໂຄວິດ-19.

ທາງດ້ານກະຊວງສາທາລະນະສຸກໄດ້ກ່າວໃນງານຖະແຫຼງການວ່າ “ສິ່ງສໍາຄັນຄືຕ້ອງໃຊ້ຄວາມຮັບຜິດຊອບສ່ວນໂຕໃນການທົດສອບຕົນເອງ ແລະ ຕິດຕາມສະຖານະສຸຂະພາບຂອງເຮົາເອງ”.

ສໍາລັບເຄື່ອງກວດໂຄວິດທີ່ທາງລັດຖະບານຈັດສົ່ງທາງໄປສະນີນັ້ນປະຊາຊົນທຸກຄົນສາມາດກວດສອບການຈັດສົ່ງໄດ້ຜ່ານທາງແອັບພິເຄຊັນຂອງໄປສະນີສິງກະໂປໂດຍກົງ ພ້ອມກັບຄູ່ມືການໃຊ້ງານ ແລະ ວິທີການຖິ້ມທີ່ເໝາະສົມຫຼັງຈາກທີ່ໃຊ້ງານແລ້ວ. ນອກຈາກນີ້, ລັດຖະບານສິງກະໂປຍັງກຽມສົ່ງເຄື່ອງກວດໂຄວິດ-19 ແບບພົກພາໃຫ້ກັບນັກຮຽນທີ່ຍັງບໍ່ສາມາດສັກວັກຊີນປ້ອງກັນໂຄວິດ-19 ໄດ້ ແລະ ຍັງຈະແຈກໃຫ້ກັບບຸກຄະລາກອນທີ່ຢູ່ພາຍໃນໂຮງຮຽນອີກດ້ວຍ.

ຢ່າງໃດກໍຕາມທາງກະຊວງສາທາລະນະສຸກໄດ້ກ່າວໃນວັນທີ 26 ສິງຫາທີ່ຜ່ານມາວ່າ 79% ຂອງປະຊາກອນສິງກະໂປແມ່ນໄດ້ຮັບວັກຊີນຄົບຖ້ວນແລ້ວ ແລະ ກໍາລັງດໍາເນີນການເພື່ອໃຫ້ບັນລຸເປົ້າໝາຍຂອງກະຊວງສາທາລະນະສຸກທີ 80% ພາຍໃນເດືອນສິງຫາ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...