Homeຂ່າວຕ່າງປະເທດເກີດເຫດລະເບີດສອງຮອບທີ່ສະໜາມບິນຄາບູລ ເສຍຊີວິດຢ່າງຕໍ່າ 60 ຄົນ

ເກີດເຫດລະເບີດສອງຮອບທີ່ສະໜາມບິນຄາບູລ ເສຍຊີວິດຢ່າງຕໍ່າ 60 ຄົນ

Published on

ສໍານັກຂ່າວ BBC news ລາຍງານວ່າ ເຫດການລະເບີດຢູ່ທີ່ ສະໜາມບິນຄາບູລ ປະເທດອາຟການິດສະຖານ ເກີດຂຶ້ນໃກ້ກັບບໍລິເວນທີ່ປະຊາຊົນ ລວມໂຕກັນຢູ່ເປັນຈໍານວນຫຼາຍ ໂດຍຫວັງວ່າຈະໄດ້ຂຶ້ນເຮືອບິນເພື່ອເດີນທາງອອກນອກປະເທດ.

ເຈົ້າໜ້າທີ່ອະວຸໂສດ້ານສາທາລະນະສຸກໃນນະຄອນຄາບູລ ໄດ້ບອອກວ່າ ເຫດລະເບີດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ ແລະ ອີກ 140 ຄົນ ແມ່ນໄດ້ຮັບບາດເຈັບ.

ທ້າວ ຈອນ ເຄີບີ ໂຄສົກກະຊວງປ້ອງກັນປະເທດ ຢູ່ທີ່ສະຫະລັດ ຢືນຢັນວ່າ ເຈົ້າໜ້າທີ່ສະຫະລັດ ທີ່ປະຕິບັດວຽກຢູ່ໃນ ອາຟການິດສະຖານ ໂດຍໃນຈໍານວນນີ້ ມີ 11 ຄົນ ແມ່ນທະຫານເຮືອ ແລະ ແພດທະຫານອີກ1 ຄົນ. ເຫດການຄັ້ງນີ້ ນັບເປັນເຫດການນອງເລືອດທີ່ສຸດທີ່ເກີດຂຶ້ນກັບກອງກໍາລັງທະຫານ ໃນອາຟການິດສະຖານ ນັບຕັ້ງແຕ່ປີ 2011 ເຊິ່ງໃນເດືອນສິງຫາປີ 2021 ນີ້ ເຮືອບິນເຮລິຄອບເຕີໄດ້ບັນທຸກກອງກໍາລັງພິເສດຂອງສະຫະລັດ ຖືກນັກຮົບຕາລີບັນຍິງຕົກຈາກພູເຂົາທາງຕາເວັນຕົກສ່ຽງໃຕ້ຂອງນະຄອນຄາບູລ ເຮັດໃຫ້ກອງກໍາລັງສະຫະລັດເສຍຊີວິດ 30 ຄົນ.

ສໍານັກຂ່າວນິສວິກ ຍັງໄດ້ລາຍງານວ່າ ເຮືອບິນກອງທັບອິຕາລີ ຖືກຍິງລະຫວ່າງກໍາລັງຈະຂຶ້ນບິນ ແລະ ບໍ່ພົບວ່າເຮືອບິນໄດ້ຮັບຄວາມເສຍຫາຍ ໂດຍເຮືອບິນລໍາລຽງ C-130 ນັ້ນ ອົບພະຍົບປະຊາຊົນອາຟການິດສະຖານ ຈໍານວນ 100 ຄົນ ອອກໄປ ໃນຂະນະທີ່ກໍາລັງກຽມຂຶ້ນບິນ ກໍໄດ້ຖືກໂຈມດ້ວຍການຍິງອອກມາຈາກສະໜາມບິນ ແຕ່ກໍບໍ່ຮູ້ວ່າເປັນຝ່າຍໃດ ແລະ ສາເຫດຂອງການຍິງໃນຄັ້ງນີ້ແມ່ນຫຍັງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...