Homeຂ່າວຕ່າງປະເທດເຄື່ອງແບ່ງວັກຊີນໃສ່ເຂັມສັກຢາ ຊ່ວຍເພີ່ມຄວາມໄວໃນການສັກຢາໃຫ້ກຸ່ມເປົ້າໝາຍໄດ້ເຖິງ 20%

ເຄື່ອງແບ່ງວັກຊີນໃສ່ເຂັມສັກຢາ ຊ່ວຍເພີ່ມຄວາມໄວໃນການສັກຢາໃຫ້ກຸ່ມເປົ້າໝາຍໄດ້ເຖິງ 20%

Published on

ເວັບໄຊ້ Bangkokbiznews ໄດ້ລາຍງານວ່າ ຄະນະວິສະວະກໍາສາດ ມະຫາວິທະຍາໄລຈຸລາລົງກອນ ໄດ້ຮ່ວມກັບພາກເອກະຊົນເພື່ອພັດທະນາເຄື່ອງແບ່ງບັນຈຸວັກຊີນອັດຕະໂນມັດ ທີ່ຊ່ວຍໃຫ້ສາມາດແບ່ງວັກຊີນແອສຕາເຊເນກ້າໃສ່ເຂັມສັກຢາໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວພຽງ 4 ນາທີ ສາມາດແບ່ງໄດ້ເຖິງ 12 ເຂັມ ເຮັດໃຫ້ມີວັກຊີນເພີ່ມຂຶ້ນ 20% ເຊິ່ງຊ່ວຍຫຼຸດການເຮັດວຽກຂອງບຸກຄະລາກອນທາງການແພດໃຫ້ໜ້ອຍລົງ ແລະ ກຽມນໍາອອກມາໃຊ້ງານ.

ທາງດ້ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ ວັກຊີນແອສຕາເຊເນກ້າເປັນວັກຊີນທີ່ມີຫຼາຍໂດສໃນໜຶ່ງຂວດ ເຮັດໃຫ້ການແບ່ງຢາໃສ່ເຂັມສັກຢາໃນແຕ່ລະຄັ້ງມີຄວາມຫຍຸ້ງຍາກ ແລະ ອາດເຮັດໃຫ້ປະລິມານຢາໃນແຕ່ລະເຂັມບໍ່ເທົ່າກັນ. ສະນັ້ນ, ຈຶ່ງໄດ້ມີການພັດທະນາເຄື່ອງແບ່ງບັນຈຸວັກຊີນດ້ວຍລະບົບອັດຕະໂນມັດເພື່ອເຮັດໃຫ້ການແບ່ງວັກຊີນໃສ່ເຂັມສັກຢາມີປະສິດທິພາບເພີ່ມສູງຂຶ້ນ ແລະ ຊ່ວຍເຮັດໃຫ້ມີວັກຊີນໃນການສັກເພີ່ມຂຶ້ນ 20%. ນອກຈາກນັ້ນ, ຍັງມີຄວາມປອດໄພທາງດ້ານຂະບວນການທີ່ບໍ່ເຮັດໃຫ້ເກີດມີສິ່ງເຈືອປົນໃນວັກຊີນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...