Homeຂ່າວພາຍ​ໃນເອກອັກຄະລັດຖະທູດ ມົງໂກລີ ປະຈໍາ ລາວ ລົງຢ້ຽມຢາມຟາມລ້ຽງແກະ ຢູ່ພູເກັງ

ເອກອັກຄະລັດຖະທູດ ມົງໂກລີ ປະຈໍາ ລາວ ລົງຢ້ຽມຢາມຟາມລ້ຽງແກະ ຢູ່ພູເກັງ

Published on

ທ່ານ ການບັດຣັກ ລໍດອຍດໍາບາ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈໍາ ລາວ ພ້ອມດ້ວຍຄະນະໄດ້ ລົງຢ້ຽມຢາມຟາມລ້ຽງແກະຢູ່ພູເກັງ, ເມືອງແປກ, ແຂວງຊຽງຂວາງ ໃນວັນທີ 21 ສິງຫາຜ່ານມາ, ຕ້ອນຮັບໂດຍ ທ່ານ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕາງໜ້າກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້, ມີການນໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນເອກ ບຸນນໍາ ບຸນນະດີ ຮອງຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ໄດ້ລາຍງານສະພາບການລ້ຽງແກະຢູ່ພູເກັງ ວ່າ: ແນວພັນແກະຈໍານວນ 1.050 ໂຕ ເປັນແນວພັນທີ່ລັດຖະບານມົງໂກລີໄດ້ມອບເປັນຂອງຂວັນໃຫ້ແກ່ລັດຖະບານ ສປປ ລາວ ໃນຄັ້ງວັນທີ 23 ພະຈິກ 2018 ຜ່ານມາ, ໂດຍປະຕິບັດຕາມທິດຊີ້ນໍາຂອງກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ພະລາທິການກອງທັບ ແລະ ມອບໃຫ້ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບເປັນຜູ້ຄຸ້ມຄອງ, ຮັກສາ ແລະ ລ້ຽງສັດດັ່ງກ່າວ.

ການລ້ຽງແກະແມ່ນໄດ້ປະຕິບັດຖືກຕ້ອງຕາມຫຼັກການ ໂດຍສະເພາະແມ່ນການຈັດການຟາມ, ການສະໜອງພືດອາຫານສັດ, ການສັກວັກຊີນປ້ອງກັນພະຍາດຕິດຕໍ່ປະຈໍາລະດູ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິບັດ ແມ່ນປະສົບຜົນສໍາເລັດດີສົມຄວນ ສະແດງໃຫ້ເຫັນຜົນຂອງການເກີດແມ່ນເພີ່ມຂຶ້ນຈາກແກະຈໍານວນເດີມ 1.050 ໂຕ ເປັນ 1.245 ໂຕ ໃນປັດຈຸບັນ.

ຂໍ້ມູນຈາກ: Lao National Radio 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...