spot_img
Homeຂ່າວຕ່າງປະເທດນັກວິໄຈອອກມາເຕືອນ COVID-19 ທີ່ຈະເກີດຂຶ້ນໃນປີໜ້າອາດມີຄວາມຮຸນແຮງກວ່າຕອນນີ້

ນັກວິໄຈອອກມາເຕືອນ COVID-19 ທີ່ຈະເກີດຂຶ້ນໃນປີໜ້າອາດມີຄວາມຮຸນແຮງກວ່າຕອນນີ້

Published on

ເວັບໄຊ້ Thairath ໄດ້ລາຍງານວ່າ ຜູ້ຊ່ຽວຊານຂອງປະເທດສະວິດເຊີແລນອອກມາເຕືອນວ່າ ເຊື້ອໂຄວິດ-19 ທີ່ຈະເກີດຂຶ້ນໃນປີໜ້າ ທີ່ມີຊື່ເອີ້ນວ່າ COVID-22 ອາດຈະມີຄວາມຮຸນແຮງກວ່າສາຍພັນເດລຕາ ແລະ ໂລກອາດຕົກຢູ່ໃນຄວາມສ່ຽງຄັ້ງໃຫຍ່ທີ່ຈະເກີດຂຶ້ນ.

ທ່ານ ໝໍ ເຣດດີ້ ໄດ້ກ່າວວ່າ ການເກີດຂຶ້ນຂອງເຊື້ອໂຄວິດ-19 ຄືຄວາມສ່ຽງທີ່ຍິ່ງໃຫຍ່ທີ່ພວກເຮົາທຸກຄົນຈະຕ້ອງໄດ້ກຽມໂຕຮັບມືກັບມັນ ໂດຍການກາຍພັນຂອງເຊື້ອໂຄວິດ-19 ໃນປີໜ້າຈະເປັນການລວມໂຕກັນຂອງຄວາມຮຸນແຮງຂອງໂຄວິດ ເຊິ່ງປັດໄຈເຫຼົ່ານີ້ເກີດມາຈາກການແຜ່ກະຈາຍເຊື້ອໄດ້ງ່າຍຂຶ້ນ ຫຼື ໂຄວິດສາມາດຫຼົບຫຼີກລະບົບພູມຄຸ້ມກັນຂອງຮ່າງກາຍມະນຸດໄດ້ດີຂຶ້ນ ເຊິ່ງມັນເປັນບັນຫາທີ່ກໍາລັງຈະມາຮອດ.

ນອກຈາກນີ້ທ່ານຍັງໄດ້ກ່າວຕື່ມອີກວ່າ ການແຜ່ລະບາດໃນຮອບຕໍ່ໄປອາດຈະເກີດມາຈາກເຊື້ອໂຄວິດ-19 ສາຍພັນເບຕາ, ສາຍພັນແກຣມມາ ໄດ້ກາຍເປັນເຊື້ອທີ່ແຜ່ກະຈາຍໄດ້ໄວຂຶ້ນ ຫຼື ສາຍພັນເດລຕາທີ່ພັດທະນາຕົນເອງໃຫ້ສາມາດຫຼົບຫຼີກພູມຄຸ້ມກັນຂອງມະນຸດໄດ້ດີຂຶ້ນ ເພາະເຊື້ອໂຄວິດ-19 ທີ່ຈະເກີດຂຶ້ນໃນປີ 2022 ຄືການວິວັດທະນາການຂອງເຊື້ອໄວຣັສໃຫ້ທົນທານຍິ່ງຂຶ້ນອີກ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...