Homeຂ່າວເຫດການນະຄອນຫລວງວຽງຈັນ ອອກຂໍ້ຫ້າມໃນງານບຸນ ນະມັດສະການພະທາດຫລວງ

ນະຄອນຫລວງວຽງຈັນ ອອກຂໍ້ຫ້າມໃນງານບຸນ ນະມັດສະການພະທາດຫລວງ

Published on

3522

 

ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວ ໄປແລ້ວງານບຸນນະມັດສະການພະທາດຫລວງ ປະຈຳປີ 2014 ຈະເລີ່ມການຄົບງັນແຕ່ວັນທີ

31 ຕຸລາ-6 ພະຈິກນີ້ ແລະ ເພື່ອໃຫ້ປາງບຸນໃຫຍ່ດັ່ງກ່າວໄດ້ດຳເນີນ ໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຮັບປະກັນ

ໄດ້ຄວາມສະຫງົບປອດໄພ ຄະນະຈັດງານຈຶ່ງໄດ້ອອກຂໍ້ຫ້າມຕ່າງໆຄື ຫ້າມມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍ

ຂອງ ສປປ ລາວ; ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມທັງງ້າວ, ໜ້າ, ກະຖຸນ, ສະນັບມື ແລະ ອື່ນໆ ເຂົ້າໄປ ໃນງານ

ໂດຍເດັດຂາດ, ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ; ຫ້າມຂາຍ ແລະ ນຳເອົາ ຢາເສບຕິດ, ທາດເບື່ອ, ສານເຄມີ ທີ່

ອອກລິດຕໍ່ລະບົບປະສາດທຸກຊະນິດ, ຫ້າມຈູດ ແລະ ນຳເອົາບັ້ງກະໂພກ ເຂົ້າມາວາງຂາຍພາຍໃນງານຢ່າງເດັດຂາດ; ຫ້າມ

ນຳເອົາຜະລິດຕະພັນທີ່ລອກຮຽນແບບຜ້າສິ້ນລາວນຳເຂົ້າມາວາງຂາຍ; ຫ້າມຂາຍ ເຄື່ອງເກີນອອກມາໜ້າ ຮ້ານທີ່ຄະນະ

ກຳມະການຈັດງານຕະຫລາດນັດກຳນົດໄວ້; ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມ

ຕ່າງໆເຂົ້າມາໃນງານ; ຫ້າມຫລິ້ນການພະນັນທຸກປະເພດ; ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳ

ມະການຈັດງານ; ຫ້າມມີການອາລະວາດຕີກັນ; ຫ້າມດື່ມສິ່ງຂອງມຶນເມົາເກີນຂອບເຂດຖ້າຫາກຜູ້ໃດລະເມີດຈະຖືກເຈົ້າ

ໜ້າທີ່ກ່າວເຕືອນ ຫລື ນຳຕົວໄປພັກຜ່ອນ; ຫ້າມບຸກຄົນ, ວັດ, ສຳນັກງານອົງການ ແລະ ອຳນາດການປົກຄອງບ້ານກີດ

ຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫລາດນັດ; ສຳລັບນັກສະແດງ

ສິລະປະຢູ່ໃນງານຕະຫລາດນັດສາກົນແຕ່ລະຈຸດ ຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ ຖືກຕ້ອງຕາມຮີດຄອງ

ປະເພນີລາວ; ຫ້າມຕອກເຫລັກ ຫລື ສິ່ງຂອງຕ່າງໆ ໃສ່ພື້ນເດີ່ນສະໜາມຫລວງຢ່າງເດັດຂາດ ແລະ ຫ້າມຖີ້ມຂີ້ເຫຍື້ອ

ຊະຊາຍທີ່ເຮັດໃຫ້ບໍ່ມີຄວາມສະອາດຈົບງາມສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

 

ທັງນີ້ກໍເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫລວງ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊືນ ແລະ ຟົດຟື້ນ,

ຮັບປະກັນໄດ້ຄວາມສະຫງົບປອດ ໄພ ແລະ ຍັງເປັນການສົ່ງເສີມອະນຸລັກຮັກສາຮີດຄອງປະເພນີ ແລະ ສາມາດດຶງດູດ

ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາລາວເຮົາຫລາຍຂຶ້ນ ແລະ ອີກເທື່ອໜຶ່ງ ທ່ານ ສາຍ ທອງ ແກ້ວດວງດີ

ຮອງເຈົ້າຄອງນະຄອນຫລວງວຽງຈັນ ໃນນາມຄະນະກຳມະການຈັດງານບຸນນະມັດສະການພະທາດຫລວງ ໄດ້ຮຽກຮ້ອງ

ອີກເທື່ອໜຶ່ງ ຕໍ່ບັນຫາຊັ້ນຄົນຕ່າງໆທີ່ດຳລົງຊີວິດຢູ່ໃນນະຄອນຫລວງວຽງຈັນ ຈົ່ງພ້ອມກັນຍົກສູງສະຕິຄວາມເປັນເຈົ້າ

ການ ໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນງານບຸນ ແລະ ສ້າງໃຫ້ນະຄອນຫລວງວຽງຈັນ ມີສະຖຽນລະພາບ

ທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພຢ່າງໜັກແໜ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...