Homeອຸບັດເຫດແລະປາກົດການຫຍໍ້ທໍ້ພຽງ 7 ວັນ ນ.ວ ມີອຸບັດເຫດເກີດຂຶ້ນ 28 ກໍລະນີ ມີຜູ້ເສຍຊີວິດ 7 ຄົນ!

ພຽງ 7 ວັນ ນ.ວ ມີອຸບັດເຫດເກີດຂຶ້ນ 28 ກໍລະນີ ມີຜູ້ເສຍຊີວິດ 7 ຄົນ!

Published on

accident

 

ນັບແຕ່ວັນທີ 20-26 ຕຸລານີ້ ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ 28 ກໍລະນີ ເພີ່ມຂຶ້ນ

4 ກໍລະນີ ເມື່ອທຽບກັບອາທິດກ່ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ ເຈົ້າໜ້າທີ່ເຫັນວ່າ: ອຸປະຕິເຫດສ່ວນໃຫຍ່ມັກເກີດ

ຂຶ້ນໃນຍາມຄ່ຳຄືນ ຄືໃນເວລາທ່ຽງຄືນຂອງວັນທີ 21 ຜ່ານມາ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ໄດ້ເກີດເຫດລົດໃຫຍ່ຕຳກັບລົດຈັກ, ສົ່ງຜົນເຮັດໃຫ້ຄົນຂັບລົດຈັກເສຍຊີວິດຄາທີ່ 1 ຄົນ, ຕົກມາໃນເວລາຫົວຄ່ຳຂອງ

ວັນທີ 22 ຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເກີດເຫດລົດຈັກຕຳກັນຢ່າງຮຸນແຮງ

ເຮັດໃຫ້ຜູ້ຂັບຂີ່ລົດຈັກຄົນໜຶ່ງເສຍຊີວິດ ແລະ ອີກຄົນໜຶ່ງບາດເຈັບສາຫັດ, ສ່ວນໃນວັນທີ 24 ມີອຸປະຕິເຫດເກີດຂຶ້ນ

ພ້ອມກັນ 2 ກໍລະນີເຊັ່ນ: ກໍລະນີທີໜຶ່ງເກີດຂຶ້ນຢູ່ເຂດບ້ານສຳພັນນາເມືອງສັງທອງ ລົດຈັກຕຳກັນຢ່າງແຮງສົ່ງຜົນ

ເຮັດໃຫ້ຜູ້ຊ້ອນທ້າຍອາຍຸປະ ມານ 64 ປີ ເສຍຊີວິດ, ສ່ວນອີກກໍລະນີໜຶ່ງໄດ້ເກີດຂຶ້ນຢູ່ເຂດບ້ານໂພນມ່ວງ ເມືອງນາຊາຍ

ທອງ ໃນເວລາ 24:00 ໂມງ ລົດຈັກຕຳຄົນຍ່າງ ເຮັດໃຫ້ຄົນຍ່າງເສຍຊີວິດຄາທີ່ ແລະ ເວລາຂ້ອນແຈ້ງຂອງວັນທີ 25 ຢູ່

ບ້ານບຶງຂະຫຍອງ ເມືອງ ສີສັດຕະນາກ, ໄດ້ເກີດເຫດລົດໃຫຍ່ຕຳເຮືອນປະຊາຊົນ ເຮັດໃຫ້ຜູ້ໂດຍສານທີ່ຂີ່ມານຳເສຍຊີ

ວິດ 2 ຄົນ ແລະ ກໍລະນີສຸດທ້າຍ ເກີດຂຶ້ນຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ເມື່ອບ່າຍວັນທີ 26 ໄດ້ມີລົດໃຫຍ່

ຕຳຄົນຍ່າງອາຍຸປະມານ 53 ປີ.

 

ເຈົ້າໜ້າທີ່ໃຫ້ເຫດຜົນວ່າ: ການເກີດອຸປະຕິເຫດດັ່ງກ່າວສ່ວນຫລາຍແມ່ນມາຈາກການຂາດສະຕິ, ບໍ່ເຄົາລົບນັບຖືລະ

ບຽບຈະລາຈອນ ແລະ ສະພາບແວດລ້ອມຂອງເສັ້ນທາງພ້ອມຂັບຂີ່ລົດແບບປະໝາດ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...