Homeຂ່າວຕ່າງປະເທດຊາວພະນົມເປັນຕົກໃຈ ເຫັນສິງໂຕຍ່າງຫຼິ້ນຢູ່ກາງເມືອງ!

ຊາວພະນົມເປັນຕົກໃຈ ເຫັນສິງໂຕຍ່າງຫຼິ້ນຢູ່ກາງເມືອງ!

Published on

ສຳນັກຂ່າວ Khmer Times ລາຍງານ: ກາຍເປັນທີ່ຮືຮາສຳລັບຊາວພະນົມເປັນ ເມື່ອສິງໂຕໜຶ່ງອອກມາຍ່າງຕາມຖະໜົນ 306 ໃຈກາງເມືອງຫຼວງຂອງປະເທດກຳປູເຈຍໃນຊ່ວງຕອນເຊົ້າຂອງວັນທີ 16 ສິງຫາຜ່ານມາ ກ່ອນທີ່ຜູ້ເປັນເຈົ້າຂອງຈະນຳຫາມັນຈົນພົບພ້ອມພາກັບບ່ອນພັກ.

ຂະນະທີ່ມີຄົນຖ່າຍຮູບແລ້ວໂພສລົງໂຊຊຽວມີເດຍພ້ອມໃຫ້ແຄັບຊັ່ນວ່າ “ນີ້ຄືເຫດຜົນທີ່ພວກເຮົາບໍ່ຄວນລ້ຽງສິງໂຕຢູ່ໃນເມືອງໃຫຍ່, ເບິ່ງແມ! ມັນກຳລັງອອກມາສຳຫຼວດຖະໜົນກາງເມືອງ”. ຢ່າງໃດກໍຕາມ, ບໍ່ມີການລາຍງານວ່າສິງໂຕນີ້ໄດ້ທຳຮ້າຍຜູ້ຄົນ ຫຼື ສັດລ້ຽງອື່ນໆແຕ່ຢ່າງໃດ.

ສິງໂຕນີ້ຊື່ວ່າ “ດັກມາຍ” (Dark Mind) ເຄີຍກາຍເປັນປະເດັນໂຕ້ຖຽງກັນເລື່ອງການລ້ຽງດູລະຫວ່າງຜູ້ເປັນເຈົ້າຂອງກັບເຈົ້າໜ້າທີ່ສູນອະນຸຮັກສັດປ່າໃນພະນົມເປັນ ໃນຊ່ວງເດືອນມິຖຸນາຜ່ານມາ ກ່ອນຈະຖືກຕັດສິນໃຫ້ນໍາເອົາສິງໂຕນີ້ຄືນສູ່ເຈົ້າຂອງເດີມອີກຄັ້ງ ແຕ່ຢູ່ພາຍໃຕ້ເງື່ອນໄຂສຳຄັນທີ່ຜູ້ເປັນເຈົ້າຂອງສັດລ້ຽງຈະຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ໂດຍສະເພາະກໍແມ່ນວິທີການລ້ຽງດູ, ມາດຖານທາງເຕັກນິກຂອງສະພາບແວດລ້ອມທີ່ຢູ່ອາໄສສຳລັບສິງໂຕ ແລະ ຄວາມປອດໄພ ເຊິ່ງຜູ້ເປັນເຈົ້າຂອງຈະຕ້ອງຮັບຜິດຊອບທຸກຄວາມສ່ຽງທີ່ເກີດຂຶ້ນທັງໝົດ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...