spot_img
Homeຂ່າວຕ່າງປະເທດເຈົ້າ​ສາວ​ຕຸ້ຍ ລຸດ​ນ້ຳ​ໜັກຈົນ​ງາມ​ ເພື່ອຊຸດ​ເຈົ້າ​ສາວ​ໃນ​ຝັນ

ເຈົ້າ​ສາວ​ຕຸ້ຍ ລຸດ​ນ້ຳ​ໜັກຈົນ​ງາມ​ ເພື່ອຊຸດ​ເຈົ້າ​ສາວ​ໃນ​ຝັນ

Published on

Bride3

        ວັນທີ່​ຜູ້ຍິງ​ຢາກ​ເປັນ​ຄົົນທີ່​ງາມ​ທີ່ສຸດ​ໃນ​ງານ​ກໍ​ຄື ມື້​ແຕ່ງດອງ ເມື່ອ​ໃກ້​ເຖິງ​ມື້​ສຳຄັນ​ສາວໆ ຈຶ່ງ​ພາ​ກັນ ລຸດ​ນ້ຳ​ໜັກ ເຖິງຈະ​ຮູ້​ວ່າ​ເປັນ​ເລື່ອງ​ທີ່​ຄ່ອນ​ຂ້າງ​ຢາກ​ ແຕ່​ສາວ​ຄົນ​ນີ້​ເຮັດ​ໄດ້ ຄິດ​ຕີ້ ໂທ​ມັສ ອາ​ຍຸ 25 ປີ ນາງ​ພະຍາຍາມ​ທີ່​ຈະ ລຸດ​ນ້ຳ​ໜັກ ໃຫ້​ໄດ້ ເພາະ​ຊຸດ​ແຕ່ງ​ດອງ​ທີ່​ນາງ​ໝາຍ​ຕາ​ເອົາ​ໄວ້ ມີ​ຂະໜາດ​ພຽງ​ໄຊ 8 ເທົ່າ​ນັ້ນ ແຕ່​ໃນ​ຄວາມ​ເປັນ​ຈິງ​ຊຸດ​ທີ່​ນາງ​ໃສ່​ໃຫຍ່​ເຖິງ​ໄຊ 16 ນີ້​ຈຶ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ ລຸດ​ນ້ຳ​ໜັກ

ກ່ອນ​ໜ້າ​ນີ້​ນາງ​ບໍ່​ເຄີຍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ ລຸດ​ນ້ຳ​ໜັກ ຈົນກະທັ້ງ ຄິດຕີ້ ໄດ້​ເຫັນ​ຊຸດ​ແຕ່ງ​ດອງ​ຊຸດ​ນີ້ ນາງ​ຮູ້​ທັນ​ທີ​ເລີຍ​ວ່າ​ຊຸດ​ນີ້​ເກີດ​ມາ​ເພື່ອ​ນາງ ນາງ​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຕຸ້ຍ​ມາ​ເປັນ​ອຸປະສັກ​ໃນ​ການ​ໃສ່​ຊຸດ​ແຕ່ງ​ດອງ​ໃນ​ຝັນ ​ ແທນ​ທີ່​ນາງ​ຈະ​ຍອມ​ແພ້ ນີ້​ກັບ​ກາຍ​ເປັນ​ໂອ​ກາດ​ເທື່ອ​ສຳຄັນ​ໃຫ້​ນາງ​ຫັນ​ມາລຸດ​ນ້ຳ​ໜັກ ຢ່າງ​ຈິງ​ຈັງ ຄິດ​ຕີ້ ​ຮູ້​ວ່າ​ເຫດຜົນ​ເທື່ອ​ນີ້​ຈະ​ເປັນ​ແຮງ​ຜັກ​ດັນ​ໃຫ້​ນາງ​ກັບ​ມາ​ມີ​ຮູບ​ຮ່າງ​ທີ່​ດີ​ອີກຄັ້ງ

         ຄິດຕີ້ ຢາກ​ມີ​ອາລະບ້ຳ​ຮູບ​ແຕ່ງ​ດອງ​ທີ່​ນາງ ​ພາກພູມ​ໃຈ ແລະ ​ນາງ​ຮູ້​ວ່າ​ສິ່ງ​ດຽວ​ທີ່​ຈະ​ເຮັດໃຫ້​ເປົ້າ​ໝາຍ​ໃນ​ການ ລຸດ​ນ້ຳ​ໜັກສຳ​ເລັດກໍ​ຄືຊຸດ​ແຕ່ງ​ງານ ເມື່ອ ນາງ​ມີ​ເປົ້າ​ໝາຍ​ການລຸດ​ນ້ຳ​ໜັກ ທີ່​ຊັດເຈນ ນີ້​ຈຶ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ປ່ຽນ​ແປງ​ຄັ້ງ​ຍິ່ງ​ໃຫຍ່ ທັງ​ພຶດຕິກຳ​ການ​ກິນ​ອາຫານ​ ນາງ​ຢຸດ​ກີນຂະໜົມ​​ຕ່າງໆ ແລະ ​ບໍ່​ກິນ​ຂະໜົມ​ປັງ​ອີກ​ເລີຍ ແຕ່​ຫັນ​ໄປ​ອອກ​ກຳ​ລັງ​ກາຍ​ ແລະ ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ແທນ

ຜົນ​ລັບ​ທີ່​ອອກ​ມາ​ມັນ​ກັບ​ຄຸ້ມ​ຄ່າ ​ແລະ ​ໜ້າ​ປະ​ທັບ​ໃຈ​ແທ້ໆ ນາງໃຊ້​ເວລາ​ພຽງ 9 ເດືອນກໍ​ສາມາດ​ປ່ຽນ​ໄຊ​ຕົວ​ເອງ​ຈາກ​ສາວ​ໄຊສ 16 ກາຍ​ມາ​ເປັນ​ສາວ​ຫຸ່ນ​ພຽວ​​ໄຊດສ 8 ກ່ອນ​ໜ້າ​ນີ້​ນາງ​ມີ​ນ້ຳ​ໜັກ​ເຖິງ 97 ກິ​ໂລ​ກຣາມ ຕອນ​ນີ້​ເຫລືອ​ແຕ່ 62 ກິ​ໂລ​ກຣາມ ນ້ຳ​ໜັກ​ຫາຍ​ໄປ​ເຖິງ 35 ກິ​ໂລ​

ສິ່ງ​ທີ່​ສຳຄັນ​ທີ່ສຸດ ຄື ນາງ​ສາມາດ​ສວມ​ໃສ່​ຊຸດ​ແຕ່ງ​ດອງໃນ​ຝັນ​ໄດ້​ຢ່າງ​ພໍ​ດີ​ປານກັບ​ວ່າ​ມັນ​ຕັດ​ມາ​ເພື່ອ​ນາງ ມື້​ແຕ່ງ​ງານ​ເປັນ​ວັນທີ່​ນາງ​ມີ​ຄວາມ​ສຸກ​ທີ່ສຸດ​ໃນ​ຊີວິດ ແລະ​ ນາງ​ມີ​ຄວາມ​ສຸກ​ທຸກ​ຄັ້ງ​ທີ່​ໄດ້​ເບິ່ງ​ຮູບ​ແຕ່ງ​ດອງ​ຂອງ​ຕົວ​ເອງ

 

Bride3

Bride4

 

Bride5

 

ບົດຄວາມຫຼ້າສຸດ

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...