Homeຂ່າວຕ່າງປະເທດຊາຍນິລະນາມ ແລ່ນເຂົ້າປະຊິດໂຕນາຍົກອັງກິດ ແຕ່ຖືກເຈົ້າໜ້າທີ່ສະກັດກັ້ນໄວ້ທັນ!

ຊາຍນິລະນາມ ແລ່ນເຂົ້າປະຊິດໂຕນາຍົກອັງກິດ ແຕ່ຖືກເຈົ້າໜ້າທີ່ສະກັດກັ້ນໄວ້ທັນ!

Published on

EyWwB5WU57MYnKOuFHLMk3sK8xxEJivnw7buJafzYvNgmPhMLQuTU9

 

ເກີດເຫດລະທຶກຂັວນຂຶ້ນກັບຜູ້ນຳອັງກິດ ເມື່ອມີຊາຍນິລະນາມຄົນໜຶ່ງ ແລ່ນເຂົ້າຫາ ທ່ານ ເດວິດ ຄາເມຣອນ ນາຍົກ

ລັດຖະມົນຕີອັງກິດ ແຕ່ບໍດີກາດສາມາດສະກັດກັ້ນໄວ້ທັນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 28 ຕຸລານີ້ວ່າ ມີຊາຍນິລະນາມ ແລ່ນເຂົ້າຫາທ່ານ ເດວິດ ຄາເມຣອນ ນາຍົກ

ລັດຖະມົນຕີຂອງອັງກິດ ໃນຂະນະທີ່ກຳລັງຍ່າງອອກຈາກງານໜຶ່ງ ໃນເມືອງລີດສ໌ ທາງຕອນເໜືອຂອງອັງກິດ ໂດຍທາງ

ເຈົ້າໜ້າທີ່ຮັກສາຄວາມປອດໄພ ໄດ້ເຂົ້າມາຂັດຂວາງ ແລະ ຄວບຄຸມໂຕໄວ້ທັນ ເຊິ່ງຕຳຫລວດໄດ້ຕັ້ງຂໍ້ຫາລະເມີດມາດຕະ

ການຮັກສາຄວາມປອດໄພຂອງການນຳຂັ້ນຮ້າຍແຮງ ແລະ ເຮັດໃຫ້ຕຳຫລວດອັງກິດ ຕ້ອງໄດ້ທົບທວນຄືນເຫດການດັ່ງ

ກ່າວ ເຖິງມາດຕະການຮັກສາຄວາມປອດໄພຂອງຕົນ.

 

NjpUs24nCQKx5e1DGjbWaouKaLmLQTveKcnCeGP2W8S

 

ທັງນີ້ ເຫດການດັ່ງກ່າວເກີດຂຶ້ນບໍ່ດົນ ຫລັງຈາກທີ່ເມື່ອເດືອນສິງຫາທີ່ຜ່ານມາ ອັງກິດໄດ້ຍົກລະດັບເຕືອນໄພການກໍ່ການ

ຮ້າຍຂຶ້ນສູ່ລະດັບຮຸນແຮງ ໂດຍໃນຂະນະນີ້ ທ່ານນາຍົກລັດຖະມົນຕີຂອງອັງກິດໄດ້ກ່າວວ່າ ພວກນັກຮົບລັດອິດສະລາມ

ຫລື IS ທີ່ກຳລັງສູ້ຮົບໃນອີຣັກ ແລະ ຊີເຣຍ ຄືໄພຄຸກຄາມຕໍ່ຄວາມໝັ້ນຄົງຄັ້ງໃຫຍ່ທີ່ສຸດ ເທົ່າທີ່ອັງກິດເຄີຍປະເຊີນມາ.

 

ແນວໃດກໍຕາມ ທາງຕຳຫລວດອັງກິດໄດ້ຖະແຫລງເຜີຍແຜ່ຜ່ານທາງທະວິດເຕີ້ວ່າ ເຫດການດັ່ງກ່າວບໍ່ໄດ້ເປັນໄພຄຸກ

ຄາມແຕ່ປະການໃດ ໂດຍທາງຕຳຫລວດໄດ້ທຳການສືບສວນ ແລະ ປ່ອຍໂຕຊາຍຄົນດັ່ງກ່າວໄປແລ້ວ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...