ພິທີມອບ-ຮັບ ຫໍສະພາແຫ່ງຊາດລາວ ຢ່າງເປັນທາງການ

0
1454

ໃນໂອກາດ ທີ່ເດີນ​ທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການຕາມການເຊື້ອເຊີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນຕອນເຊົ້າວັນທີ 10 ສິງຫາ 2021 ສະຫາຍ ຫງວຽນ ຊວນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ມາຢ້ຽມຢາມສະພາແຫ່ງຊາດ ເພື່ອເຂົ້າຢ້ຽມຢາມພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ; ກ່າວຄໍາປາໄສຕໍ່ກອງປະຊຸມວິສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ​ຊຸດ​ທີ IX ແລະ ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບ-ຮັບ ຫໍສະພາແຫ່ງຊາດ ຫຼັງໃໝ່ ພາຍຫຼັງທີ່ມີການກໍ່ສ້າງມາເປັນໄລຍະໜຶ່ງ ແລະ ປະດັບຫຼຽນໃຫ້ແກ່ກົມກອງ ແລະ ບຸກຄົນຈໍານວນໜຶ່ງ ຂອງທັງສອງຝ່າຍ ຫວຽດນາມ-ລາວ.

ໃນການຢ້ຽມຢາມພົບປະ, ສະຫາຍປະທານສະພາ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ຫວຽດນາມ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ການເຄື່ອນໄຫວປະຕິບັດພາລະບົດບາດ ຂອງສະພາແຫ່ງຊາດ ຊຸດທີ IX ໃນເງື່ອນໄຂໃໝ່, ໄດ້ຕີລາຄາການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງພັກ, ສອງລັດ ກໍຄື ສະພາແຫ່ງຊາດ ທັງສອງປະເທດ. ສະຫາຍປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຢ່າງໃຫຍ່ຫຼວງ, ລ້ຳຄ່າ, ທັນການ ແລະ ມີປະສິດທິຜົນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດມາ.

ພາຍຫຼັງສຳເລັດການພົບປະຢ້ຽມຢາມ ກັບສະຫາຍປະທານສະພາແຫ່ງຊາດແລ້ວ, ສະຫາຍ ຫງວຽນ ຊວນ ຟຸກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມວິສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມີ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ການນຳຂັ້ນສູງຂອງລາວເຂົ້າຮ່ວມຢ່າງຫຼວງຫຼາຍ. ສະຫາຍ ຫງວຽນ ຊວນ ຟຸກ ໄດ້ກ່າວປາໄສທີ່ສຳຄັນ ໂດຍໄດ້ມີການທົບທວນຄືນເຖິງມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ, ຕີລາຄາສູງຕໍ່ບັນດາຜົນສຳເລັດຮອບດ້ານ ຂອງ ສປປ ລາວ ທີ່ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂທີ່ປະເທດພວມມີຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ພ້ອມທັງໄດ້ອວຍພອນໃຫ້ປະຊາຊົນລາວ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດຊາດ ຕາມທິດສັງຄົມນິຍົມ, ສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໂດຍສະເພາະແມ່ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ການແກ້ໄຂຢາເສບຕິດ ທີ່ກອງປະຊຸມສະໄໝວິສາມັນຄັ້ງນີ້ໄດ້ຮັບຮອງເອົາ. ສະຫາຍຍັງໄດ້ຢືນຢັນວ່າ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ໃນການຊຸກຍູ້ສົ່ງເສີມຂະຫຍາຍສາຍພົວພັນພິເສດ ລາວ-ຫວຽດນາມ-ລາວ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ.

ພາຍຫຼັງກ່າວປາໄສຕໍ່ກອງປະຊຸມຄັ້ງວິສາມັນແລ້ວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮ່ວມກັບ ສະຫາຍ ຫງວຽນ ຊວນ ຟຸກ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບຮັບຫໍສະພາແຫ່ງຊາດ ຢ່າງເປັນທາງການໂດຍມີການນຳຂັ້ນສູງ, ອະດີດການນຳຂັ້ນສູງ ຂອງທັງສອງພັກ, ສອງລັດ ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດທີ VIII ແລະ ອະດີດການນໍາຂອງສະພາແຫ່ງຊາດຊຸດຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ, ສະຫາຍ ຫງວຽນ ຊວນ ຟຸກ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກ່າວມອບຕຶກສະພາແຫ່ງຊາດລາວຫຼັງໃໝ່ ພາຍຫຼັງທີ່ມີການສ້າງມາເປັນໄລຍະໜຶ່ງ ຊຶ່ງເປັນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ນຳໃຊ້ ແລະ ທັງເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ຫວຽດນາມ-ລາວ.

ໃນພິທີດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຂອງຂວັນອັນປະເສີດດັ່ງກ່າວ ແລະ ຢືນຢັນວ່າຈະພ້ອມກັນປົກປັກຮັກສາຫໍສະພາແຫ່ງນີ້ ໃຫ້ຄົງຢູ່ຄູ່ກັບພະທາດຫຼວງ ທີ່ເປັນສະຖານທີ່ສັກກາລະບູຊາ ຂອງປະຊາຊົນລາວຕະຫຼອດໄປ.

ພາຍຫຼັງສຳເລັດພິທີການເປີດນຳໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດລາວແລ້ວ, ສະຫາຍ ປະທານປະເທດ ທັງສອງ ກໍໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ I ແລະ ຊັ້ນ II ຂອງ ສປປ ລາວ ໃຫ້ 3 ກົມກອງຂອງຝ່າຍຫວຽດນາມ ແລະ ປະດັບຫຼຽນໄຊແຮງງານ ຊັ້ນ I ແລະ ຊັ້ນ II ຂອງ ສສ ຫວຽດນາມ ໃຫ້ບຸກຄົນຂອງຝ່າຍລາວຈຳນວນ 3 ສະຫາຍ.

ຕໍ່ມາ ສະຫາຍ ຫງວຽນ ຊວນ ຟຸກ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ພ້ອມກັນເປີດແຖບຜ້າຫີນສີລາຈາລຶກ ທີ່ມີເນື້ອໃນ “ຫໍສະພາແຫ່ງຊາດ ຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ” ແລະ ຮ່ວມກັນໄປປູກຕົ້ນໄມ້ ທີ່ລະນຶກເພື່ອເປັນສິລິມົງຄຸນແກ່ສະພາແຫ່ງຊາດລາວ.

ໃນຕອນທ່ຽງຂອງວັນດຽວກັນ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດທີ XIII ແລະ ຊຸດທີ IX ໄດ້ຈັດພາເຂົ້າສາມັກຄີ ເພື່ອຊົມເຊີຍຜົນສຳເລັດຂອງການມາຢ້ຽມຢາມລາວ ຂອງ ສະຫາຍ ຫງວຽນ ຊວນ ຟຸກ ປະທານປະເທດຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະ ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ, ການລົງທຶນ ແລະ ພະນັກງານການນຳຂັ້ນສູງຂອງລາວ ທີ່ກ່ຽວຂ້ອງຈຳນວນໜຶ່ງ.

ພ້ອມນັ້ນ, ໃນວັນດຽວກັນ ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ກໍໄດ້ມີການພົບປະກັບຄູ່ຮ່ວມຕຳແໜ່ງ ເພື່ອພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນຕໍ່ໜ້າ.