Homeຂ່າວການຊ່ວຍເຫຼືອຍີ່ປຸ່ນມອບວັກຊີນແອັສຕຣາເຊເນກ້າ 6 ແສນກວ່າໂດສ ພ້ອມອຸປະກອນການແພດໃຫ້ແກ່ລາວ

ຍີ່ປຸ່ນມອບວັກຊີນແອັສຕຣາເຊເນກ້າ 6 ແສນກວ່າໂດສ ພ້ອມອຸປະກອນການແພດໃຫ້ແກ່ລາວ

Published on

ລັດຖະບານຍີ່ປຸ່ນໄດ້ສະໜອງວັກຊີນແອັສຕຣາເຊເນກ້າ ຈຳນວນ 616.820 ໂດສທີ່ຜະລິດໃນປະເທດຍີ່ປຸ່ນໃຫ້ແກ່ ສປປ ລາວ ໃນການປ້ອງກັນພະຍາດໂຄວິດ-19 ໂດຍຜ່ານໂຄງການ COVAX ພາຍໃຕ້​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ເຊິ່ງເປັນ​ພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ພິທີມອບຮັບວັກຊີນດັ່ງກ່າວ ໄດ້ຈັດຂຶ້ນໃນມື້ວານນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການ​​ເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ  ແຫ່ງ ສປປ ລາວ. ທ່ານ ເຄໂຊ ທາເກວະກະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ​ເປັນຜູ້ມອບວັກຊີນເຫຼົ່ານີ້​ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ.

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊີນແອັສຕຣາເຊເນກ້າ ໃຫ້ແກ່ລາວ ໃນຄັ້ງນີ້, ເຊິ່ງເປັນການສະແດງເຖິງຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ -19 ຢູ່ ສປປ ລາວ ແລະ ທາງພາກສ່ວນກ່ຽວຂ້ອງຈະສືບຕໍ່ສັກວັກຊີນເຫຼົ່ານີ້​ໃຫ້ແກ່ກຸ່ມບູລິມະສິດ, ລວມທັງຜູ້ທີ່ມີ​ອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີ​ພະຍາດປະຈໍາຕົວ​​ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດຈຳນວນ 3 ແສນກວ່າຄົນ.

ທ່ານ ເຄໂຊ ທາເກວະກະ ກໍໄດ້ກ່າວວ່າ: “ລັດຖະບານຍີ່ປຸ່ນເປັນຜູ້ສະໜັບສະໜູນ ທີ່ໃກ້ຊິດຂອງ​ລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ກັບພະຍາດ ໂຄວິດ-19 ນັບຕັ້ງແຕ່ການລະບາດຂອງເຊື້ອໄວຣັສໃນເບື້ອງຕົ້ນ ເເລະ ​ຍັງໄດ້ສະໜັບສະໜູນ ສປປ ລາວ ດ້ວຍອຸປະກອນປ້ອງກັນສ່ວນຕົວ (PPE) ສໍາລັບພະນັກງານແພດ​ໝໍຢູ່ແຖວໜ້າ ແລະ ອຸປະກອນ​ອົກຊີເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19, ພ້ອມທັງສ້າງຄວາມເຂັ້ມແຂງຂອງອຸປະກອນລະບົບຄວາມ​ເຢັນໃນປະເທດພາຍໃຕ້ແຜນງານ​ “Last One Mile Support”.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...