Homeຂ່າວຕ່າງປະເທດການສັກວັກຊີນພຽງຢ່າງດຽວຍັງບໍ່ພຽງພໍຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮຸນແຮງ

ການສັກວັກຊີນພຽງຢ່າງດຽວຍັງບໍ່ພຽງພໍຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮຸນແຮງ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າໃນຫຼາຍປະເທດໃນທົ່ວໂລກຍັງມີການກະຈາຍການສັກວັກຊີນໃຫ້ກັບປະຊາຊົນໃຫ້ຫຼາຍທີ່ສຸດ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແຕ່ການສັກວັກຊີນພຽງຢ່າງດຽວຍັງບໍ່ພຽງພໍທີ່ຈະຢຸດການລະບາດຂອງພະຍາດນີ້ໄດ້ ສິ່ງທີ່ນັກວິທະຍາສາດມີຄວາມກັງວົນຫຼາຍທີ່ສຸດກໍຄື ການລະບາດຂອງພະຍາດໂຄວິດ-19 ສາຍພັນເດລຕາ ທີ່ເຮັດໃຫ້ຍອດຜູ້ຕິດເຊື້ອເພີ່ມສູງຂຶ້ນຢ່າງໄວວາ ເຖິງແມ່ນວ່າປະເທດທີ່ມີການສັກວັກຊີນໃຫ້ກັບປະຊາຊົນເປັນຈໍານວນຫຼາຍແລ້ວກໍຕາມ ຖ້າການລະບາດຂອງໂຄວິດ-19 ຍັງຂະຫຍາຍໃຫຍ່ໄປອີກເລື້ອຍໆອາດຈະເຮັດໃຫ້ເຊື້ອໂຄວິດເກີດມີສາຍພັນໃໝ່ຂຶ້ນມາເລື້ອຍໆເພື່ອຕໍ່ສູ້ກັບວັກຊີນ.

ໃນຕອນນີ້ມີໜັງສືການວິໄຈທີ່ຖືກຕີພິມໄດ້ເຕືອນວ່າ ວັກຊີນພຽງຢ່າງດຽວບໍ່ໄດ້ຊ່ວຍຢຸດການລະບາດຂອງເຊື້ອກາຍພັນ ແຕ່ຍິ່ງຈະເຮັດໃຫ້ເກີດວິວັດທະນາການຂອງເຊື້ອກາຍພັນທີ່ຈະຕໍ່ຕ້ານວັກຊີນໄດ້ດີຍິ່ງຂຶ້ນ. ທ່ານ ໄຊທ່ອນ ເຣລລາ ໜຶ່ງໃນທີມວິໄຈຂອງ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ອົດສະຕາລີ ໄດ້ບອກວ່າ: ເມື່ອປະຊາຊົນສ່ວນໃຫຍ່ສັກວັກຊີນແລ້ວ ເຊື້ອໄວຮັສຈະມີການຍຕໍ່ຕ້ານວັກຊີນ ແລະ ພັດທະນາການກາຍພັນເພີ່ມຈາກເຊື້ອໂຕເກົ່າ ແລະ ເຊື້ອທີ່ມີການຄຸ້ນຊິນກັບວັກຊີນຈະສາມາດແຜ່ລະບາດໃນກຸ່ມປະຊາຊົນໄດ້ໄວຂຶ້ນ ເມື່ອປະຊາຊົນສ່ວນໃຫຍ່ໄດ້ຮັບວັກຊີນແລ້ວ ແຕ່ຍັງມີການໃຊ້ມາດຕະການອື່ນໆຮ່ວມກັນເປັນຕົ້ນແມ່ນການໃສ່ໜ້າກາກອະນາໄມ ແລະ ການເວັ້ນໄລຍະຫ່າງທາງສັງຄົມ ກໍຍັງມີໂອກາດທີ່ຈະຈໍາກັດການການກາຍພັນຂອງເຊື້ອໃນກຸ່ມປະຊາຊົນໄດ້.

ນອກຈາກນີ້ຍັງມີການເປີດເຜີຍຜົນການວິໄຈກ່ອນໜ້ານີ້ພົບວ່າ ຜູ້ທີ່ໄດ້ຮັບການສັກວັກຊີນແລ້ວ ແລະ ຕິດເຊື້ອໂຄວິດ-19 ຈະມີປະລິມານຂອງເຊື້ອໄວຣັສໃນຮ່າງກາຍບໍ່ແຕກຕ່າງຈາກຜູ້ທີ່ບໍ່ໄດ້ຮັບວັກຊີນ ເທົ່າກັບວ່າຄົນທີ່ສັກວັກຊີນຄົບສອງເຂັມແລ້ວ ກໍສາມາດແຜ່ໄດ້ເຊື້ອໄດ້ບໍ່ຕ່າງກັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...