Homeຂ່າວພາຍ​ໃນແຊສະໜັ່ນ ປຣາໂດ ປກສ ຕຳແລ້ວໜີ !!

ແຊສະໜັ່ນ ປຣາໂດ ປກສ ຕຳແລ້ວໜີ !!

Published on

 

ຈາກເຫດການທີ່ມີຜູ້ໃຊ້ເຟສບຸກທ່ານໜຶ່ງ ໄດ້ໂພສວິດີໂອ ພ້ອມຂໍ້ຄວາມເລົ່າເຖິງເຫດການ ຕອນເຊົ້າເວລາ ປະມານ 08:00 ວັນທີ 25/10/2014 ເກີດອຸບັດຕິເຫດລົດໃຫຍ່ ຍີ່ຫໍ້ໂຕໂຍຕ້າ ປຣາໂດ ສີດຳ ໝາຍເລກທະບຽນ ປກສ 0569 ຕຳກັບລົດຈັກ ແຖວໂຮງໝໍເສດຖາ, ນະຄອນຫຼວງວຽງຈັນ. ພາຍຫຼັງເກີດເຫດ ແລ້ວ ລົດໃຫຍ່ບໍ່ຍອມຈອດ ຂີ່ໜີເລີຍ, ຜູ້ເຫັນເຫດການຂີ່ລົດໄລ່ຕາມ ບີບແກສັນຍານໃຫ້ຈອດກໍ່ບໍ່ຈອດ.

ເຫດການດັ່ງກ່າວເຮັດໃຫ້ຜູ້ຂີ່ລົດຈັກ ໄດ້ຮັບບາດເຈັບ ແລະ ລົດເປເພ. ຮຽກຮ້ອງໃຫ້ ເຈົ້າຂອງລົດໃຫຍ່ຄັນດັ່ງກ່າວ ຊ່ວຍຮັບຜິດຊອບ ແລະ ເບິ່ງລົດຈັກດ້ວຍ.

ພາຍຫຼັງທີ່ວິດີໂອເລື່ອງດັ່ງກ່າວໄດ້ຖືກ ເຜີຍແຜ່ສູ່ສັງຄົມອອນລາຍນ໌ ໄດ້ເັຮດໃຫ້ຜູ້ຄົນໃນສັງຄົມອອນລາຍນ໌ ໄດ້ເຂົ້າມາສະແດງຄຳຄິດເຫັນໄປຕ່າງໆ ນານາ ບ້າງກໍວ່າ ລົດໃຫຍ່ອາດຈະບໍ່ຮູ້ວ່າຕົນເອງຂັບລົດຕຳລົດຈັກ, ບ້າງກໍຍັງບໍ່ເຊື່ອວ່າລົດຄັນດັ່ງກ່າວຕຳແລ້ວໜີ ເພາະເບິ່ງປ້າຍກໍແມ່ນພາກສ່ວນຮັກສາກົດໝາຍຢູ່ແລ້ວ ແລະບ້າງກໍວ່າອາດຈະເປັນລົດໂຈນຄ້າຂາຍຂອງຜິດກົດໝາຍທີ່ໃຊ້ປ້າຍ ປກສ ປອມເພື່ອຕົບຕາເຈົ້າໜ້າທີ່ ຫຼີກລ້ຽງການກວດກາ.

ແນວໃດກໍຕາມ ສັງຄົມກໍໄດ້ສະແດງຄວາມຮູ້ສຶກ ບໍ່ຄ່ອຍດີກັບເຫດການທີ່ເກີດຂຶ້ນ ແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ຈົ່ງຮີບດຳເນີນການ ສືບສວນສອບສວນຫາຕົ້ນປາຍສາເຫດ ໃຫ້ກະຈ່າງແຈ້ງ ທັງຕ້ອງໄດ້ຮັບຄວາມເປັນທຳຕໍ່ທັງສອງຝ່າຍ ຄືຜູ້ໄດ້ຮັບບາດເຈັບ ແລະເຈົ້າຂອງລົດທີ່ຕ້ອງສົງໄສ.

1901356_862521410446199_6707190549896834077_n 10346379_862521303779543_374079856193656880_n 10390408_862521387112868_6824555053595043574_n 10402706_862521280446212_6989210772918674920_n 10610480_862521267112880_6464241241544983496_n 10687015_862521250446215_3520795095108592369_n ภาพหน้าจอ 2014-10-27 22.15.50

 

ຂອບໃຈພາບແລະຂ່າວ: ຈາກພົນລະເມືອງດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...