Homeຂ່າວຕ່າງປະເທດສະຫະລັດຊີ້! ສົງຄາມກາງເມືອງໃນອັບການິດສະຖານຍັງໜ້າເປັນຫ່ວງ

ສະຫະລັດຊີ້! ສົງຄາມກາງເມືອງໃນອັບການິດສະຖານຍັງໜ້າເປັນຫ່ວງ

Published on

ສຳນັກຂ່າວ ຣອຍເຕີໃນກຸງວໍຊິງຕັນ ລາຍງານ: ສະຫະລັດອາເມລິກາໄດ້ເວົ້າເຖິງອັບການິດສະຖານເຊິ່ງກຳລັງຕົກຢູ່ໃນສະຖານະການທີ່ໜ້າເປັນຫ່ວງ ເນື່ອງຈາກການອອກລ່າອານານິຄົມຂອງກຸ່ມຕາລິບັນ ອັນເປັນສັນຍານບົ່ງບອກວ່າ ປະເທດດັ່ງກ່າວອາດກ້າວສູ່ການເກີດສົງຄາມກາງເມືອງຄັ້ງໃໝ່.

ນັບແຕ່ສະຫະລັດປະກາດແຜນຖອນກຳລັງທະຫານອອກຈາກອັບການິດສະຖານ ໂດຍບໍ່ມີເງື່ອນໄຂ ໃນເດືອນກັນຍາຂອງປີກາຍ, ເຮັດໃຫ້ຄວາມຮຸນແຮງພາຍໃນປະເທດເພີ່ມທະວີຂຶ້ນໃນຮອບ 20 ປີ ເນື່ອງຈາກການແຊກແຊງຂອງກຸ່ມຕາລີບັນນັກລ່າອານານິຄົມ ເຖິງແມ່ນຈະມີການເຈລະຈາສັນຕິພາບລະຫວ່າງລັດຖະບານອັບການິດສະຖານ ກັບຜູ້ນຳກຸ່ມຕາລີບັນເມື່ອປີກ່ອນ ແຕ່ກໍບໍ່ມີທ່າທີວ່າສະຖານະການຈະດີຂຶ້ນແຕ່ຢ່າງໃດ.

ສະຫະລັດຍັງໄດ້ປະນາມການໂຈມຕີອົງການສະຫະປະຊາຊາດໃນອັບການິດສະຖານຊ່ວງອາທິດຜ່ານມາ, ຂະນະທີ່ຄະນະເລຂາທິການໃຫຍ່ ສປຊ ຍັງສະແດງຄວາມເປັນຫ່ວງຕໍ່ຄວາມຮຸນແຮງທີ່ເພີ່ມທະວີໃນລະດັບສູງໃນອັບການິດສະຖານ ພາຍຫຼັງການເຂົ້າຮຸກຮານຂອງກຸ່ມຕາລີບັນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...